HOME > ຂ່າວ > Content

ພິທີເປີດສົກຮຽນສໍາລັບນັກສຶກສາຊຸດ 2019 ຂອງ ມພຕປ

Updated: 2020-09-22

ຕອນເຊົ້າ ຂອງ ວັນທີ 2 ກັນຍາ 2019, ພິທີເປີດສົກຮຽນສໍາລັບນັກສຶກສາຊຸດໃໝ່ ຄືຊຸດ 2019 ຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ) ໄດ້ຈັດຂຶ້ນທີ່ຫໍກິລາຂອງ ໂຮງຮຽນເຊິ່ງໄດ້ມີນັກສຶກສາປະລິນຍາຕີຈໍານວນ 1494 ຄົນ, ປະລິນຍາໂທ 1226 ຄົນ ແລະ ນັກສຶກສາປີກຽມ 20 ຄົນ ພ້ອມກັນນັ້ນກໍໄດ້ມີຕົວແທນນັກສືກສາຕ່າງປະເທດ ແລະ ຄະນະພາກວິຊາການສືກສາຕໍ່ຈໍານວນໜຶ່ງ ເຂົ້າຮ່ວມພິທີດັ່ງກ່າວ. ພິທີເປີດສົກຮຽນສໍາລັບນັກສຶກສາ  ໃໝ່ຄັ້ງນີ້ ຍັງໄດ້ຮັບການຈັດຂຶ້ນຄວບຄູ່ກັນ ຢູ່ສາຂາໂຮງຮຽນ ຄື ສະຖາບັນການສຶກສາປະລິນ ຍາໂທ ໂຟຊານ (Foshan) ກວງຕຸ້ງ (Guangdong) ໂດຍຜ່ານການຖ່າຍທອດສົດ ອີກດ້ວຍ.