HOME > ຂ່າວ > Content

ມພຕປ ເປັນມະຫາວິທະຍາໄລແຫ່ງທໍາອິດໃນປະເທດຈີນທີ່ໄດ້ເປີດຫລັກສູດພາສາຣຸວັນດາ

Updated: 2020-09-22

ວັນທີ 8 ຕຸລານີ້, ສະຖາບັນອາຟຣິກາຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ)ໄດ້ຈັດພິທີເປີດຊຸດຮຽນພາສາຣຸວັນດາ, ນີ້ແມ່ນຄັ້ງທຳອິດທີ່ມະຫາວິທະຍາໄລຈີນໄດ້ເປີດຫຼັກສູດພາສາຣຸວັນດາ.  ທ່ານ ເຈເວີນຈ້ຽນ (Jia Wenjian) ກຳມະການປະຈຳຄະນະພັກທັງເປັນຮອງອະທິການບໍດີ ມພຕປ, ທ່ານ Virigile Rwanyagatare ອຸປະທູດຊົ່ວຄາວຂອງສະຖານທູດສາທາລະນະລັດຣຸວັນດາປະຈໍາ ສປ ຈີນ ແລະ ທ່ານ ຊູ່ຈານ (Shu Zhan)ອະດີດເອກອັກຄະລັດຖະທູດຈີນປະຈຳຣຸວັນດາ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ພາສາ Kinyarwanda ແມ່ນສັງກັດໃນຕະກູນພາສາ Bantu, ແມ່ນໜຶ່ງໃນບັນດາພາສາທາງການ ຂອງສາທາລະນະລັດຣຸວັນດາ. ປະຊາກອນທີ່ໃຊ້ພາສາດັ່ງກ່າວນີ້ ແຈກຢາຍຢູ່ປະເທດຣຸວັນດາ, ກົງໂກ, ອຸກັນດາແລະປະເທດອື່ນໆ, ລວມທັງໝົດມີປະມານ 40 ລ້ານຄົນ.