ໃນລະຫວ່າງວັນທີ 11-18 ຕຸລາ 2019, ທ່ານ ວັງຕິ້ງຮົວ (Wang Dinghua)ເລຂາຄະນະພັກ ມພຕປ ໄດ້ນຳພາຄະນະໄປຢ້ຽມຢາມອານບານີ, ສາທາລະນະລັດເຊັກ ແລະໂປໂລຍ,ໄດ້ດໍາເນີນການແລກປ່ຽນບົດຮຽນຂອງການສິດສອນ ທັງໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ກັບສະຖາບັນວິຊາການຕ່າງໆ ເຊັ່ນ ສະຖາບັນຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລ Vlore ອານບານີ; ມະຫາວິທະຍາໄລ Charles, ມະຫາວິທະຍາໄລ Palacky ຂອງເຊັກ; ມະຫາວິທະຍາໄລ Silesia, ມະຫາວິທະຍາໄລ Jagiellon ແລະມະຫາວິທະຍາໄລ Warsaw ຂອງໂປໂລຍ ເປັນຕົ້ນ. ຄະນະຜູ້ແທນຍັງໄດ້ເຂົ້າພົບກັບປະທານາທິບໍດີ, ປະທານສະພາຂອງອານບານີ; ເຂົ້າພົບ ຮອງລັດຖະມົນຕີກະຊວງສຶກສາ-ຊາວໜຸ່ມ ແລະກິລາຂອງເຊັກ; ໄດ້ເຂົ້າຢ້ຽມຢາມສະຖານທູດຈີນປະຈຳອານບານີ, ສະຖານທູດຈີນປະຈຳສາທາລະ ນະລັດເຊັກ ແລະສະຖານທູດຈີນປະຈຳໂປໂລຍ.