ໃນຕອນບ່າຍຂອງວັນທີ 24 ຕຸລາ, ທ່ານ Frank Bournois ອະທິການບໍດີ ແລະທ່ານ Léon Laulusa ຮອງອະທິການບໍດີ ວິທະຍາໄລທຸລະກິດຊັ້ນສູງເອີຣົບ ESCP ຝຣັ່ງໄດ້ມາຢ້ຽມ ຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ). ທ່ານ Yang Dan ອະທິການບໍດີ ທັງເປັນຮອງເລຂາຄະນະພັກ ມພຕປ, ທ່ານ Yan Guohua ກຳມະການປະຈຳຄະນະພັກ ທັງເປັນຮອງອະທິການບໍດີ ມພຕປ ໄດ້ພົບປະກັບຄະນະຜູ້ແທນດັ່ງກ່າວ.
