ຕອນເຊົ້າວັນທີ 26 ພະຈິກ, ທ່ານນາງ Martina Lubyová ລັດຖະມົນຕີກະຊວງສຶກສາ ການຄົ້ນຄ້ວາວິທະຍາເສດແລະການກິລາຂອງສະໂລວາກີ ໄດ້ນໍາພາຄະນະຜູ້ແທນໄປຢ້ຽມຢາມມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ)ໂດຍມີ ທ່ານ Dušan Bella ເອກອັກຄະລັດຖະທູດສະໂລວາກີປະຈຳຈີນເປັນຜູ້ພາທາງ. ທ່ານ Yang Dan ອະທິການບໍດີ ມພຕປ ໄດ້ພົບປະກັບທ່ານນາງ Lubyová ພ້ອມດ້ວຍຄະນະ.
ທ່ານ Yang Dan ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການຢ້ຽມຢາມຂອງ ທ່ານນາງ Lubyová ພ້ອມທັງແນະນໍາ ປະຫວັດຂອງການກໍ່ສ້າງ ມພຕປ ແລະແນວຄວາມຄິດຂອງການບໍາລຸງສ້າງບຸກຄະລາກອນຂອງ ມພຕປ, ແລະຫວັງວ່າກະຊວງສຶກສາສະໂລວາກີກໍຄືສະຖານທູດສະໂລວາກີປະຈໍາ ສປຈີນຈະໃຫ້ການສະໜັບສະໜູນຫຼາຍຂຶ້ນແກ່ ມພຕປ ໃນການກໍ່ສ້າງພາກວິຊາພາສາສະໂລວາກີແລະການສຶກສາຄົ້ນຄວ້າສະໂລວາກີໃນອະນາຄົດ. ນັກສຶກ ສາທີ່ຮຽນຈົບວິຊາພາສາສະໂລວາກີຈະ ສາມາດປະກອບສ່ວນຫຼາຍກວ່າເກົ່າ ເຂົ້າໃນການແລກ ປ່ຽນລະຫວ່າງສອງປະເທດ.
ທ່ານນາງ Lubyová ກ່າວວ່າຈຸດປະສົງຕົ້ນຕໍຂອງການເດີນທາງມາຢ້ຽມຢາມຈີນຂອງເພິ່ນແມ່ນເພື່ອເຊັນສັນຍາຮັບຮອງລະດັບປະລິນຍາຕີກັບກະຊວງສຶກສາຈີນ. ປີນີ້ແມ່ນປີຄົບ ຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ເພິ່ນເຊື່ອໝັ້ນວ່າ ການເຊັນສັນຍາດັ່ງກ່າວມີຄວາມໝາຍສຳຄັນແລະຈະນຳເອົາໂອກາດໃໝ່ໃຫ້ແກ່ການແລກປ່ຽນດ້ານການສຶກສາແລະວັດທະນະທຳລະຫວ່າງສອງປະເທດ. ທ່ານ Dušan Bella ເອກອັກຄະລັດຖະທູດສະໂລວາກີປະຈຳຈີນ ກ່າວວ່າ ສະຖານທູດຈະດໍາເນີນການຮ່ວມມືໃຫ້ຫຼາຍກວ່າເກົ່າກັບ ມພຕປ ໃນການສິດສອນແລະຝຶກພາສາສະໂລວາກີ.
ກ່ອນການພົບປະກັນ, ທ່ານນາງ Lubyová ພ້ອມດ້ວຍຄະນະໄດ້ໂອ້ລົມສົນທະນາກັບນັກ ສຶກສາທີ່ຮຽນພາສາສະໂລວາກີຢູ່ສະຖາບັນພາສາເອີຣົບ. ທ່ານ Dong Xixiao ຮອງຫົວໜ້າສະຖາບັນພາສາເອີຣົບໄດ້ແນະນຳສະພາບການໂດຍຫຍໍ້ຂອງພາກວິຊາພາສາສະໂລວາກີ ເຊັ່ນ ປະຫວັດການເປີດພາສາສະໂລວາກີ, ສະພາບຄູອາຈານແລະການແລກປ່ຽນຮ່ວມມມືກັບສາກົນ ເປັນຕົ້ນ. ນັກສຶກສາພາກວິຊາພາສາສະໂລວາກີໄດ້ຮ້ອງເພງພື້ນເມືອງຂອງສະໂລວາກີ ແລະແລກປ່ຽນຄວາມຄິດເຫັນກັບທ່ານນາງ Lubyová ກ່ຽວກັບການຮຽນພາສາສະໂລວາກີ ຄວາມຮູ້ ສຶກຂອງຕົນທີ່ມີຕໍ່ສະໂລວາກີ ແລະ ຄວາມຄາດຫວັງຂອງການພົວພັນລະຫວ່າງຈີນ - ສະໂລວາກີ ແລະດ້ານອື່ນໆ.