HOME > ຂ່າວ > Content

ປະທານາທິບໍດີ ແອນຊານວາດໍ ຢ້ຽມຢາມ ມພຕປ ທັງຮັບໃບຢັ້ງຢືນປະລິນຍາເອກກິດຕິມະສັກ

Updated: 2020-09-22

ໃນຕອນບ່າຍຂອງວັນທີ 4 ທັນວາ, ທ່ານ Bukele ປະທານາທິບໍດີ ແອນຊານວາດໍ ໄດ້ມາຢ້ຽມຢາມ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ທັງໄດ້ຮັບໃບປະກາດປະ ລິນຍາເອກກິດຕິມະສັກທີ່ມອບໂດຍ ມພຕປ ແລະໄດ້ກ່າວຄຳປາໄສ.  ພິທີມອບໃບຢັ້ງຢືນປະ ລິນຍາເອກກິດຕິມະສັກແລະການກ່າວຄຳປາໄສຂອງທ່ານ Bukele ປະທານາທິບໍດີ ໄດ້ຈັດຂຶ້ນຢ່າງຄຶກຄຶ້ນຢູ່ທີ່ຫໍປະຊຸມສາກົນຂອງຕຶກການຮຽນການສອນພາສາອາຣັບ.

ທ່ານ Yan Guohua ຮອງອະທິການບໍດີ ມພຕປ ໄດ້ເປັນປະທານຂອງພິທີມອບປະລິນຍາ ກິດຕິມະສັກ.  ທ່ານ Bukele ປະທານາທິບໍດີ ແອນຊານວາດໍ ພ້ອມດ້ວຍພັນລະຍາ Gabriela De Bukele, ທ່ານນາງ Maria Luisa Hayem ລັດຖະມົນຕີກະຊວງເສດຖະກິດ, ທ່ານ Pablo Anliker ລັດຖະມົນຕີກະຊວງກະສິກຳ ແລະການລ້ຽງສັດ, ທ່ານນາງ Morena Valdez ລັດຖະມົນຕີກະຊວງການທ່ອງທ່ຽວ, ທ່ານ Lan Hu ຮອງຫົວໜ້າກົມ ອາເມຣິກາລາຕິນຂອງກະຊວງການຕ່າງປະເທດ ສປ ຈີນ, ທ່ານ Yang Dan ອະທິການບໍດີ ມພຕປ ແລະທ່ານ Yan Guohua ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານ Yang Dan ໄດ້ຕາງໜ້າໃຫ້ທ່ານ Wang Dinghua ເລຂາຄະນະພັກ ແລະບັນດາຄູອາຈານແລະນັກສຶກສາເພື່ອປະກອບຄໍາເຫັນ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງທ່ານ Bukele ປະທານາທິບໍດີ ທີ່ໄດ້ມາຢ້ຽມຢາມ ມພຕປ.  ເພິ່ນໄດ້ກ່າວວ່າ: ການມາຢ້ຽມຢາມຈີນຂອງ ທ່ານ Bukele ໃນຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນເຖິງມິດຕະພາບຂອງປະຊາຊົນ ແອນຊານວາດໍທີ່ມີຕໍ່ປະຊາຊົນຈີນ, ທັງເປັນສັກຂີພິຍານທີ່ສໍາຄັນຂອງການເສີມສ້າງມິດຕະພາບແລະການແລກປ່ຽນດ້ານວັດທະນະທຳມະນຸດລະຫວ່າງຈີນກັບແອນຊານວາດໍ, ຫວັງວ່າຜ່ານການຢ້ຽມຢາມຂອງປະທານາທິບໍດີຄັ້ງນີ້, ປະຊາຊົນແອນຊານວາດໍສາມາດສໍາຜັດກັບຄວາມອົບອຸ່ນແລະການຮັກແຂກແພງຄົນຂອງປະຊາຊົນຈີນ, ຈີນແລະແອນຊານວາດໍສາມາດນໍາເອົາຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດໂດຍຜ່ານການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ

ທ່ານ Yang Dan ໄດ້ນຳສະເໜີປະຫວັດຄວາມເປັນມາແລະຜົນສຳເລັດຂອງ ມພຕປ ເຊິ່ງໃນນັ້ນໄດ້ແນະນຳຢ່າງເປັນຕົ້ນຕໍ ການຂະຫຍາຍຕົວຂອງພາກວິຊາພາສາແອັດສະປາຍ ຂອງ ມພຕປ.  ທ່ານ ກ່າວວ່າ ການມາຢ້ຽມຢາມ ມພຕປ ຂອງທ່ານ Bukele ແລະທ່ານໄດ້ຍອມຮັບໃບຢັ້ງຢືນປະລິນຍາເອກກິດຕິມະສັກທີ່ມອບໂດຍ ມພຕປ ນັ້ນ ເປັນການໃຫ້ກຽດແກ່ ມພຕປ ຫຼາຍ.  ນະໂອກາດດັ່ງກ່າວ, ທ່ານ Yang Dan ໄດ້ສົ່ງຄໍາເຊື້ອເຊີນໃຫ້ແດ່ ທ່ານ Bukele , ຫວັງວ່າທ່ານຈະກັບມາຢ້ຽມຢາມມະຫາວິທະຍາໄລເລື້ອຍໆ ເພື່ອຊຸກຍູ້ການແລກປ່ຽນລະຫວ່າງ ມພຕປ ກັບແອນຊານວາດໍ, ຊ່ວຍພັດທະນາສູນຄົ້ນຄວ້າອາເມຣິກາລາຕິນຂອງ ມພຕປ ເພື່ອຂຽນບົດໃໝ່ຂອງມິດຕະພາບ ລະຫວ່າງ ມພຕປ ກັບ ແອນຊານວາດໍ.

ທ່ານ Yan Guohua ໄດ້ອ່ານຂໍ້ຕົກລົງຂອງຄະນະກຳມະການປະລິນຍາຂອງຄະນະລັດ ຖະບານກ່ຽວກັບ "ການຕົກລົງເຫັນດີມອບໃບຢັ້ງຢືນລະດັບປະລິນຍາເອກກິດຕິມະສັກ ແດ່ທ່ານ Nayib Bukele ປະທານາທິບໍດີ ".  ຫຼັງຈາກນັ້ນ ທ່ານ Yang Dan ກໍໄດ້ມອບໃບຢັ້ງຢືນປະລິນ ຍາເອກກິດຕິມະສັກແດ່ທ່ານ Bukele.

ຕໍ່ມາ, ທ່ານ Bukele ໄດ້ກ່າວຄຳປາໄສທີ່ສຳຄັນ.  ທ່ານໄດ້ນໍາສະເໜີສະພາບແລະເອກະ ລັກພິເສດຂອງປະເທດແອນຊານວາດໍ ພ້ອມທັງແນະນໍາທີ່ຕັ້ງພູມສາດ ທີ່ມີທ່າແຮງທາງດ້ານ ທໍາມະຊາດຂອງແອນຊານວາດໍ. ທ່ານກ່າວວ່າປະເທດແອນຊານວາດໍແລະສປຈີນແມ່ນປະເທດເພື່ອນບ້ານທີ່ເຊິ່ງໜ້າກັນໂດຍມີທະເລຂັ້ນໄວ້, ປະຊາຊົນທັງສອງປະເທດເປັນປະຊາຊົນດຸໝັ່ນອາດຫານ, ທັງສອງລັດຖະບານຕ່າງກໍໄດ້ຮັບການສະໜັບສະໜູນຈາກປະຊາຊົນອັນກວ້າງໃຫຍ່ໄພສານຂອງຕົນ. ທ່ານຫວັງວ່າ ສປຈີນສາມາດເສີມສ້າງສາຍພົວພັນ ກັບທະວີບອາເມຣິກາລາຕິນໂດຍຜ່ານການເສີມຂະຫຍາຍການໄປມາຫາສູ່ກັນກັບແອນຊານວາດໍ.

ທ່ານ Bukele ຍົກຍ້ອງຈີນໄດ້ປະກອບສ່ວນອັນສໍາຄົນເຂົ້າໃນຂະບວນການໂລກາພິວັດ.ທ່ານໄດ້ກ່າວ່າ:ຍຸກສະໄໝໄດ້ກ້າວເຂົ້າສູ່ໄລຍະຫລັງໂລກາພິວັດ,ທ່ານເຊື່ອໝັ້ນວ່າລະດັບໂລກາ ພິວັດຂອງສັງຄົມມະນຸດໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ການເຊື່ອມໂຍງລະຫວ່າງບັນດາປະເທດໄດ້ມີຄວາມສະດວກແລະເລິກເຊິ່ງກວ່າເກົ່າ. ແຕ່ພ້ອມດຽວກັນນັ້ນ ກໍໄດ້ປະເຊີນໜ້າກັບບັນຫາຕ່າງໆ ເຊັ່ນຄວາມເຫລືອເຟືອດ້ານການຜະລິດ ເປັນຕົ້ນ. ສະນັ້ນ ບັນດາປະເທດ ຕ້ອງປະຖິ້ມຄວາມເຫັນທີ່ບໍ່ມີເຫດຜົນຂອງຕົນທີ່ມີຕໍ່ປະເທດອື່ນ ແລ້ວຫັນມາແກ້ໄຂບັນຫາຄວາມທຸກຍາກ ຄວາມບໍ່ສະເໝີພາບແລະບັນຫາອື່ນໆໂດຍຜ່ານການຮ່ວມມືຫຼາຍຝ່າຍສາກົນ. ທຸກໆຄົນກໍຄວນແບກຫາບພາລະໜ້າທີ່ຂອງຕົນ, ທໍາຄວາມພະຍາຍາມ ເພື່ອເຮັດໃຫັໂລກຂອງພວກເຮົານີ້ບໍ່ມີທັງຄວາມອຶດຫິວແລະຄວາມທຸກຍາກ.

ທ່ານ Bukele ຫວັງວ່າຈີນແລະແອນຊານວາດໍ ຈະລົງເລິກການຮ່ວມມືຕື່ມອີກໃນຍຸກຫລັງໂລກາພິວັດເພື່ອຊຸກຍູ້ສາຍພົວພັນທັງສອງປະເທດຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຫລັງຈາກການກ່າວຄຳປາໄສສິິ້ນສຸດລົງແລ້ວ, ທ່ານ Yang Dan ກໍໄດ້ມອບຂອງຂວັນແດ່ທ່ານ Bukele ເຊິ່ງແມ່ນຜົນງານຂອງການຂຽນຕົວໜັງສືຈີນງາມທີ່ຂຽນໂດຍ Shi Wenye ນັກ ສຶກສາພາກວິຊາພາສາແອັດສະປາຍຂອງ ມພຕປ, ຕົວໜັງສືຈີນດັ່ງກ່າວນັ້ນມີຄວາມໝາຍວ່າ: “ມິດຕະພາບລະຫວ່າງຈີນ-ແອນຊານວາດໍ, ເດີນຕາມເສັ້ນທາງໄປພ້ອມກັນ” ຂໍອວຍພອນມິດ ຕະພາບລະຫວ່າງຈີນ-ແອນຊານວາດໍຈົ່ງໝັ້ນຄົງຂະໜົງແກ່ນ.

ມີບັນດາສະມາຊິກຄະນະຜູ້ແທນຂອງແອນຊານວາດໍ, ຜູ້ຕາງໜ້າຄູອາຈານແລະນັກສຶກສາຂອງ ມພຕປ ແລະຜູ້ຕາງໜ້ານັກສຶກສາແອນຊານວາດໍທີ່ກໍາລັງຮຽນຢູ່ ມພຕປ ເຊິ່ງທັງໝົດ 300 ຄົນໄດ້ເຂົ້າຮ່ວມພິທີມອບໃບປະລິນຍາດັ່ງກ່າວ.