ໜ້າຫຼັກ > ຂ່າວ > Content

ພາກວິຊາພາສາອຳຮາກຫຼັກສູດປະລິນຍາຕີຂອງ ມພຕປ ໄດ້ເປີດສອນຢ່າງເປັນທາງການ

Updated: 2020-10-05


 ຕອນບ່າຍວັນທີ 21 ກັນຍາປີ 2020, ພິທີເປີດສອນພາສາອຳຮາກຫຼັກສູດປະລິນຍາຕີຂອງສະຖາບັນອາຝຣິກາໄດ້ຈັດຂຶ້ນຢູ່ຫ້ອງ 317 ຂອງຕຶກອາຄານຮຽນຢູ່ວິທະຍາເຂດພາກຕາເວັນຕົກໂດຍມີທ່ານ ເຈເວີນຈ້ຽນ ຄະນະປະຈຳອົງຄະນະພັກມະຫາວິທະຍາໄລທັງເປັນຮອງອະທິການບໍດີ ແລະ ທ່ານ ເຊມມິວ ຟີເຊມເປີເຮມ ທີ່ປຶກສາລະດັບອັກຄະລັດຖະທູດຂອງສະຖານທູດສາທາລະນະລັດປະຊາທິປະໄຕ ເອທິໂອບີ ປະຈຳ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍທ່ານນາງ ຫຼີຮົງເຟິ່ງ ອະທິການບໍດີສະຖາບັນອາຝຣິກາ.