ໜ້າຫຼັກ > ຂ່າວ > Content

ພິທີເປີດສົກຮຽນສໍາລັບນັກສຶກສາຊຸດ 2020 ຂອງ ມພຕປ

Updated: 2020-10-05

ຕອນເຊົ້າ ວັນທີ 26 ກັນຍາ 2020, ພິທີເປີດສົກຮຽນສໍາລັບນັກສຶກສາຊຸດໃໝ່ ຄື ຊຸດ 2020 ຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ) ໄດ້ຈັດຂຶ້ນທີ່ສະໜາມກິລາຢູ່ວິທະຍາເຂດພາກຕາເວັນອອກຂອງໂຮງຮຽນ ເຊິ່ງໄດ້ມີນັກສຶກສາປະລິນຍາຕີຈໍານວນ 1534 ຄົນ, ປະລິນຍາໂທ 1264 ຄົນ ແລະ ປະລິນຍາເອກ 116 ຄົນ ເຂົ້າເປັນສະມາຊິກໃໝ່ຂອງຄອບຄົວໃຫຍ່ແຫ່ງມພຕປ.