HOME > ຂ່າວ > Content

ມພຕປ ໄດ້ຈັດພິທີເປີດຊຸດຮຽນໄລຍະພັກຮ້ອນ ປະຈໍາປີ 2021

Updated: 2021-07-26

ວັນທີ 5 ກໍລະກົດ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ຈັດພິທີເປີດຊຸດຮຽນໄລຍະພັກຮ້ອນປະຈໍາປີ 2021 ຜ່ານທາງອອນລາຍ.

ຊ່ຽວຊານຕ່າງປະເທດຈາກທົ່ວໂລກໄດ້ແນະນຳຕົວເອງຜ່ານຮູບແບບຖ່າຍທອດສົດ ຫຼື ອັດວິດີໂອ. ໃນປີນີ້, ມພຕປ ໄດ້ເຊື້ອເຊີນຊ່ຽວຊານ 13 ທ່ານ ຈາກທົ່ວໂລກ ເພື່ອເປີດສອນວິຊາທີ່ມີເນື້ອໃນກວມເອົາຂົງເຂດພາສາສາດ, ການເມືອງວິທະຍາ, ສັງຄົມວິທະຍາ, ເສດຖະສາດ, ປະຫວັດວິທະຍາ, ການພົວພັນສາທາ ລະນະ, ການພັດທະນາຢູ່ເຂດແຄວ້ນ, ວິທະຍາສາດກ່ຽວກັບການສື່ສານ, ສິລະປະ-ວັນນະຄະດີ ແລະ ຂົງເຂດອື່ນໆໂດຍມີນັກສຶກສາທັງພາຍໃນ ແລະ ຕ່າງປະ ເທດທັງໝົດ 181 ຄົນໄດ້ເລືອກຮຽນວິຊາດັ່ງກ່າວ.