HOME > ຂ່າວ > Content

“ຊຸດຝຶກອົບຮົມສ້າງຄູອາຈານການຄົ້ນຄວ້າແນວຄິດຂົງຈື້ ແລະ ວັດທະນະທຳຈີນ ປະຈຳປີ 2021” ໄດ້ໄຂຂຶ້ນຢ່າງເປັນທາງການ

Updated: 2021-08-06

ໃນວັນທີ 20 ກໍລະກົດ, “ຊຸດຝຶກອົບຮົມສ້າງຄູອາຈານການຄົ້ນຄວ້າແນວຄິດຂົງຈື້ ແລະ ວັດທະນະທຳຈີນ” ປະຈຳປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການຈັດຕັ້ງຮ່ວມກັນ ລະຫວ່າງ ສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນ ແລະ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ). ໃນພິທີມີທ່ານ ເຈຍເຕີຢົງ (Jia Deyong) ປະທານສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນ, ທ່ານ ຈ້າວກັ່ງ (ZhaoGang) ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ແລະ ທ່ານອື່ນໆເຂົ້າຮ່ວມ.

ຊຸດຝຶກອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 13 ວັນ ແລະ ໃຊ້ພາສາຈີນແລະພາສາອັງກິດຂຶ້ນຫ້ອງໃນຮູບແບບລະບົບທາງໄກ, ເຊິ່ງຜູ້ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ມີຈຳນວນ 120 ກວ່າຄົນຈາກ 26 ປະເທດ ແລະ ຄະນະຄູອາຈານທີ່ຂຶ້ນຫ້ອງໃນຄັ້ງນີ້ປະກອບດ້ວຍອາຈານຈີນ ແລະ ຕ່າງປະເທດ. ຊ່ຽວຊານ, ນັກປາດ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມຈຳນວນຮ້ອຍກວ່າທ່ານທີ່ເຂົ້າຮ່ວມພິທີເປີດດັ່ງກ່າວນີ້ ມາຈາກມະຫາວິທະຍາໄລພາຍໃນ ແລະ ຕ່າງປະເທດ ເກືອບ 50 ແຫ່ງ ເຊັ່ນ: ມະຫາວິທະຍາໄລປັກກິ່ງ, ມະຫາວິທະຍາໄລຊິ່ງຮົວ, ມພຕປ, ມະຫາວິທະຍາໄລອອກຟອດ (University of Oxford), ມະຫາວິທະຍາໄລມູນເຊິນ (Ludwig-Maximilians-Universität München) ແລະ ມະຫາວິທະຍາໄລແຫ່ງຊາດອົດສະຕາລີ ເປັນຕົ້ນ.

  

2168C