
ໃນວັນທີ 26 ກັນຍານີ້, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 80 ປີ. ທ່ານ ສີຈິ້ນຜີງ, ປະທານປະເທດແຫ່ງ ສປ ຈີນ ໄດ້ຕອບຈົດໝາຍເຖິງບັນດາສາດສະດາຈານຜູ້ອາວຸໂສ ຂອງ ມພຕປ ທີ່ໄດ້ສົ່ງຈົດໝາຍເຖິງເພິ່ນໃນກ່ອນໜ້ານີ້ ເພື່ອສົ່ງຄຳຊົມເຊີຍວັນສ້າງຕັ້ງມະຫາວິທະຍາໄລຄົບຮອບ 80 ປີ ຕໍ່ ມພຕປ ແລະ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຈິງໃຈໄປຍັງບັນດາຄູອາຈານ, ນັກສຶກສາ ແລະ ລູກສິດເກົ່າຂອງ ມພຕປ ທຸກຖ້ວນໜ້າ.

ທ່ານ ຈົ່ງເຕິ່ງຮົວ (Zhong Denghua), ຮອງລັດຖະມົນຕີກະຊວງສຶກສາທິການ ສປ ຈີນໄດ້ກ່າວວ່າ ຕະຫຼອດໄລຍະ 80 ປີ ແຫ່ງການສ້າງຕັ້ງມະຫາວິທະຍາໄລທີ່ຜ່ານມາ, ມພຕປ ໄດ້ບຳລຸງສ້າງບຸກຄະລາກອນໃນຂົງເຂດວຽກງານພົວພັນຕ່າງປະເທດ, ວຽກງານການຕ່າງປະເທດ, ວຽກງານການຄ້າກັບຕ່າງປະເທດ ແລະ ການສຶກສາພາສາຕ່າງປະເທດ ເປັນຈຳນວນຫຼວງຫຼາຍ, ຫວັງວ່າ ມພຕປ ຈະຈັດຕັ້ງປະຕິບັດໜ້າທີ່ຫຼັກແຫ່ງການບຳລຸງສ້າງບຸກຄະລາກອນທີ່ມີຄຸນສົມບັດຢ່າງຮອບດ້ານ, ອອກແຮງບຳລຸງສ້າງບຸກຄະລາກອນທີ່ຮັກຊາດ, ມີວິໄສທັດທົ່ວໂລກ ແລະ ມີຄວາມສາມາດດ້ານວິຊາຊີບໃຫ້ຫຼາຍກວ່າເກົ່າ; ຄວນເພີ່ມທະວີການສ້າງຖັນແຖວຄູອາຈານຢ່າງຮອບດ້ານ, ສົ່ງເສີມບົດບາດຂອງບັນດາສາດສະດາຈານຜູ້ອາວຸໂສເຂົ້າໃນການສິດສອນ, ຊ່ວຍເຫຼືອ ແລະ ໃຫ້ຄຳຊີ້ແນະແກ່ອາຈານຮຸ່ນໃໝ່ ແລະ ສົ່ງເສີມບົດບາດການເປັນຜູ້ພາທາງໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງນັກສຶກສາ.
ທ່ານ Movses Abelian, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດໄດ້ສົ່ງສານຊົມເຊີຍມານະໂອກາດດັ່ງກ່າວ, ເຊິ່ງເນື້ອໃນໄດ້ຫວນຄືນປະຫວັດສາດການຮ່ວມມືຢ່າງໃກ້ຊິດຕິດແທດລະຫວ່າງອົງການສະຫະປະຊາຊາດ ແລະ ມພຕປ ແລະ ຫວັງວ່າ ໃນອະນາຄົດມພຕປ ຈະສືບຕໍ່ປະກອບສ່ວນເຂົ້າໃນການບຳລຸງສ້າງບຸກຄະລາກອນດ້ານພາສາຕ່າງປະເທດທີ່ມີຄຸນະພາບສູງ.

ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ໄດ້ຕາງໜ້າມະຫາວິທະຍາໄລສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມເຄົາລົບຢ່າງສູງມາຍັງບຸກຄົນຈາກທຸກວົງການທີ່ໃຫ້ຄວາມເອົາໃຈໃສ່, ສະໜັບສະໜູນການສ້າງສາ ແລະ ພັດທະນາຂອງ ມພຕປ ມາໂດຍຕະຫຼອດ, ທັງໄດ້ຊີ້ໃຫ້ເຫັນວ່າ ໃນໄລຍະ 80 ປີທີ່ຜ່ານມາ, ມພຕປ ຍາມໃດກໍຢືນຢູ່ແຖວໜ້າແຫ່ງການພັດທະນາການສຶກສາດ້ານພາສາຕ່າງປະເທດຂອງປະເທດຈີນ, ຢືນຢູ່ແຖວໜ້າໃນການສົ່ງເສີມການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນແລະກັນ ລະຫວ່າງ ອາລະຍະທຳຕ່າງໆຂອງໂລກ, ພ້ອມທັງໄດ້ເຂົ້າຮ່ວມ ແລະ ຊຸກຍູ້ຂະບວນການອັນຍິ່ງໃຫຍ່ແຫ່ງການໂຄສະນານຳສະເໜີຊົນຊາດຈີນໃຫ້ທົ່ວໂລກຮັບຮູ້. ທ່ານ ວັງຕິ້ງຮົວ ເນັ້ນໜັກວ່າ ປີ 2021 ແມ່ນປີທຳອິດທີ່ປະເທດຈີນເລີ່ມຕົ້ນຂະບວນການໃໝ່ແຫ່ງການສ້າງເປັນປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ອອກແຮງພະຍາຍາມເຮັດໃຫ້ “ເປົ້າໝາຍສູ້ຊົນ 100 ປີ” ທີສອງປາກົດເປັນຈິງ. ພວກເຮົາຄວນຖືເອົາການສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 80 ປີ ຄັ້ງນີ້ ເປັນຈຸດເລີ່ມຕົ້ນໃໝ່ ເພື່ອປະກອບສ່ວນໃຫຍ່ຫຼວງກວ່າເກົ່າ ເຂົ້າໃນການໂຄສະນານຳສະເໜີປະເທດຈີນໃຫ້ທົ່ວໂລກຮັບຮູ້ຢ່າງດີກວ່າເກົ່າ.

ທ່ານ ຢາງຕັ່ນ (YangDan), ອະທິການບໍດີ ມພຕປ ໄດ້ກ່າວຄຳປາໄສໃນໂອກາດດັ່ງກ່າວ, ໂດຍໄດ້ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງມະຫາວິທະຍາໄລ ແລະ ວາດພາບອະນາຄົດຂອງ ມພຕປ. ເພິ່ນກ່າວວ່າ ມພຕປ ເປັນຜູ້ບຸກເບີກ, ຜູ້ປະກອບສ່ວນ ແລະ ຜູ້ນຳໜ້າຂອງວຽກງານການສຶກສາພາສາຕ່າງປະເທດຢູ່ສະຖາບັນການສຶກສາຊັ້ນສູງຂອງປະເທດຈີນ. ໃນເຫດການປະຫວັດສາດ ແລະ ກິດຈະກຳສາກົນທີ່ສຳຄັນຕ່າງໆຂອງປະເທດຈີນ, ສະມາຊິກ ຂອງ ມພຕປ ລ້ວນແຕ່ໄດ້ມີສ່ວນຮ່ວມ, ເຊິ່ງໄດ້ເຮັດໃຫ້ປະເທດຈີນຮັບຮູ້ເຖິງໂລກທີ່ມີຄວາມຫຼາກຫຼາຍ ແລະ ເຮັດໃຫ້ໂລກໄດ້ຮັບຮູ້ເຖິງປະເທດຈີນທີ່ມີການປ່ຽນແປງຢ່າງຫຼວງຫຼາຍ. ທ່ານ ຢາງຕັ່ນ ໄດ້ຊີ້ໃຫ້ເຫັນວ່າ ບົນຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ, ມພຕປ ຈະສ້າງຕົນເອງໃຫ້ກາຍເປັນມະຫາວິທະຍາໄລພາສາຕ່າງປະເທດດີເລີດໃນໂລກທີ່ຫັນເປັນສາກົນ, ເນັ້ນຈຸດພິເສດ, ມີລະດັບສູງ ແລະ ສັງລວມ, ພະຍາຍາມສ້າງຕົນເອງໃຫ້ກາຍເປັນຜູ້ທົດລອງນຳໃຊ້ເຕັກນິກອັດສະລິຍະດ້ານພາສາທົ່ວໂລກ, ເປັນຜູ້ຈັດຕັ້ງປະຕິບັດການປະຕິຮູບດ້ານການສຶກສາພາສາຕ່າງປະເທດໃນທົ່ວໂລກ ແລະ ເປັນຜູ້ນຳໜ້າດ້ານການປະດິດສ້າງໃໝ່ ແລະ ການພັດທະນາໃນບັນດາມະຫາວິທະຍາໄລປະເພດການສຶກສາພາສາຕ່າງປະເທດໃນທົ່ວໂລກ.
ທ່ານ ຫາວຜິງ (Hao Ping), ອະທິການບໍດີ ມະຫາວິທະຍາໄລປັກກິ່ງ ໄດ້ຕາງໜ້າໃຫ້ແກ່ບັນດາມະຫາວິທະຍາໄລທີ່ເປັນຄູ່ຮ່ວມມືຂອງ ມພຕປ ຂຶ້ນກ່າວຄຳປາໄສ, ໂດຍເພິ່ນໄດ້ກ່າວວ່າ ຜ່ານການຂະຫຍາຍຕົວ ເປັນເວລາ 80 ປີ, ມພຕປ ໄດ້ກາຍເປັນມະຫາວິທະຍາໄລທີ່ໄດ້ເປີດສອນວິຊາພາສາຕ່າງປະເທດຫຼາຍທີ່ສຸດ, ມີຊື່ສຽງສູງທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ມີອິດທິພົນຢ່າງກວ້າງຂວາງໃນທົ່ວໂລກ. ທ່ານ V.A. Sadovnichy, ອະທິການບໍດີ ມະຫາວິທະຍາໄລມົດສະກູ ໄດ້ຕາງໜ້າໃຫ້ແກ່ບັນດາມະຫາວິທະຍາໄລຂອງຕ່າງປະເທດທີ່ເປັນຄູ່ຮ່ວມມື ຂຶ້ນກ່າວຄຳປາໄສຜ່ານວິດີໂອ. ທ່ານ Ali Al Dhaheri, ເອກອັກຄະລັດຖະທູດ ແຫ່ງ ອາລັບເອມີເລັດ ປະຈຳ ສປ ຈີນ ໄດ້ຕາງໜ້າບັນດາທຸຕານຸທູດຕ່າງປະເທດ ປະຈຳ ສປ ຈີນ ຂຶ້ນກ່າວຄຳປາໄສ. ທ່ານ ຈ່າງເຢ້ຊຸ້ຍ (Zhang Yesui), ປະທານຄະນະກຳມາທິການວຽກງານຕ່າງປະເທດ ຂອງ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ຕາງໜ້າໃຫ້ແກ່ບັນດາລູກສິດເກົ່າ ມພຕປ ຂຶ້ນກ່າວຄຳປາໄສ. ທ່ານ ນາງ ເຣິນເວີນ (Ren Wen), ອະທິການບໍດີສະຖາບັນການແປລະດັບສູງ ໄດ້ຕາງໜ້າໃຫ້ແກ່ບັນດາອາຈານ ຂຶ້ນກ່າວຄຳປາໄສ.
ທ່ານ ເຈິ້ງຈີຊຸ່ນ (Zheng Jichun), ຮອງເລຂາປະຈຳຄະນະກຳມາທິການວຽກງານການສຶກສາ, ຄະນະພັກນະຄອນຫຼວງປັກກິ່ງ; ທ່ານ ຫຼີຈ້າວສິ່ງ (Li Zhaoxing), ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຊິວຢວນຜິງ (Qiu Yuanping), ຮອງປະທານຄະນະກຳມາທິການວຽກງານເຂດຮົງກົງ-ມາກາວ-ໄຕ້ຫວັນ ແລະ ຊາວຈີນຕ່າງດ້າວ, ສະພາທີ່ປຶກສາການເມືອງທົ່ວປະເທດຈີນ; ທ່ານ ພົນໂທ ເຊິນຈ້ຽນເຟີ່ຍ (Chen Jianfei), ຮອງຫົວໜ້າການເມືອງຕຳຫຼວດປະກອບອາວຸດປະຊາຊົນຈີນ ແລະ ທ່ານອື່ນໆ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄັ້ງນີ້. ນອກຈາກນີ້ແລ້ວ, ຍັງມີບັນດາແຂກຜູ້ມີກຽດຈາກຂົງເຂດວຽກງານພົວພັນຕ່າງປະເທດ, ຂົງເຂດການຕ່າງປະເທດ, ຂົງເຂດການຄ້າກັບຕ່າງປະເທດ ແລະ ພາສາຕ່າງປະເທດເຂົ້າຮ່ວມ.