ວັນທີ 8 ທັນວາ, ກອງປະຊຸມສະຫຼຸບ ແລະ ຍ້ອງຍໍວຽກງານການຈັດພິທີສະເຫຼີມສະຫຼອງການສ້າງຕັ້ງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ຄົບຮອບ 80 ປີ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມສາກົນ ອາຄານພາສາອາຣັບ ໂດຍມີ ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ,ຮອງອະທິການບໍດີ ມພຕປ, ທ່ານ ຊຸນໂຢຈົ່ງ (Sun Youzhong), ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ, ທ່ານ ຮູຈື້ກ່າງ (Hu Zhigang), ຮອງເລຂາຄະນະພັກ, ປະທານຄະນະກວດກາ ມພຕປ, ທ່ານ ຕິ່ງຮ້າວ (Ding Hao) ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ ແລະ ທ່ານ ຈ້າວກ່າງ (Zhao Gang) ກຳມະການປະຈຳຄະນະພັກ, ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມ ໄດ້ຈັດການຍ້ອງຍໍຕໍ່ໝູ່ຄະນະ ແລະ ບຸກຄົນທີ່ມີຜົນງານພົ້ນເດັ່ນໃນວຽກງານການຈັດພິທີສະເຫຼີມສະຫຼອງການສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 80 ປີ ເຊິ່ງຄະນະນຳທີ່ເຂົ້າຮ່ວມປະຊຸມ ໄດ້ມອບໃບຍ້ອງຍໍແກ່ອາສາສະໝັກທີ່ດີເດັ່ນ, ບຸກຄົນກ້າວໜ້າ, ໝູ່ຄະນະກ້າວໜ້າ, ຫົວໜ່ວຍທີ່ມີບົດບາດພົ້ນເດັ່ນ ໃນວຽກງານການການຈັດພິທີສະເຫຼີມສະຫຼອງການສ້າງຕັ້ງມະຫາວິທະຍາໄລ ຄົບຮອບ 80 ປີ ຕາມລຳດັບ.