ໃນຫວ່າງບໍ່ດົນມານີ້, ໄດ້ປະກາດບັນຊີລາຍຊື່ບັນດາໂຄງການຄົ້ນຄວ້າສຳຄັນປະຈຳປີ 2021 ທີ່ກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນອະນຸມັດ ເຊິ່ງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຮັບການອະນຸມັດ 4 ໂຄງການ, ຈັດຢູ່ອັນດັບທີ 21 ໃນທົ່ວປະເທດ. ພ້ອມດຽວກັນນີ້, ໂດຍໄດ້ຮັບການອະນຸມັດຈາກໜ່ວຍງານຊີ້ນຳວຽກງານປັດຊະຍາ ແລະ ວິທະຍາສາດສັງຄົມທົ່ວປະເທດ, ໂຄງການການຮຽບຮຽງ ແລະ ຄົ້ນຄວ້າຕຳລາຮຽນ “ເຂົ້າໃຈປະເທດຈີນໃນສະໄໝປັດຈຸບັນທີ່ເປັນຫຼາຍພາສາ” ສຳລັບຫຼັກສູດວິຊາພາສາຕ່າງປະເທດຢູ່ໂຮງຮຽນຊັ້ນສູງ ໄດ້ຮັບການອະນຸມັດເປັນໂຄງການມອບໝາຍສຳຄັນ ປະຈຳປີ 2021 ຂອງກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນ ເຊິ່ງໂຄງການດັ່ງກ່າວ ແມ່ນນຳໜ້າຈັດຕັ້ງປະຕິບັດໂດຍ ມພຕປ ແລະ ມີ ທ່ານ ສ.ຈ ວັງຕິ້ງຮົວ (Wang Dinghua) ເປັນຫົວໜ້າຜູ້ຊ່ຽວຊານ.
ກ່ອນໜ້ານີ້, ມພຕປ ໄດ້ມີ 16 ໂຄງການຮັບການອະນຸມັດເປັນໂຄງການຄົ້ນຄວ້າປະຈຳປີ 2021 ຂອງກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນ, ມີ 5 ໂຄງການໄດ້ຮັບການອະນຸມັດຈາກກອງທຶນວິທະຍາສາດທຳມະຊາດແຫ່ງຊາດຈີນ, ມີ 10 ໂຄງການໄດ້ຮັບການອະນຸມັດເປັນໂຄງການຂັ້ນທົ່ວໄປໃນການຄົ້ນຄວ້າມະນຸດວິທະຍາ ແລະ ວິທະຍາສາດສັງຄົມຂອງກະຊວງສຶກສາທິການ ແຫ່ງ ສປ ຈີນ ແລະ 5 ໂຄງການໄດ້ຮັບການອະນຸມັດຈາກກອງທຶນວິທະຍາສາດສັງຄົມນະຄອນຫຼວງປັກກິ່ງ, ເຊິ່ງໂຄງການເຫຼົ່ານີ້ໄດ້ກວມລວມເອົາຫຼາຍສາຂາວິຊາ ເຊັ່ນ: ພາສາສາດ, ວັນນະຄະດີ, ການຂ່າວ ແລະ ສື່ສານມວນຊົນ, ການບໍລິຫານ ແລະ ການພົວພັນສາກົນເປັນຕົ້ນ.