ວັນທີ 18 ມັງກອນທີ່ຜ່ານມາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ຈັດພິທີສົ່ງອາສາສະໝັກ ມພຕພ ເພື່ອປະກອບສ່ວນເຂົ້າໃນການຮັບໃຊ້ໃຫ້ແກ່ງານມະຫາກໍາກິລາໂອລິມປິກລະດູໜາວ ແລະ ງານມະຫາກໍາກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ປີ 2022 ກໍຄື ພິທີເປີດບໍລິການແປພາສາຕ່າງປະເທດໃຫ້ແກ່ການຈັດງານກິລາດັ່ງກ່າວ. ເຂົ້າຮ່ວມພິທີໃນຄັ້ງນີ້ມີທ່ານ ວ້ານເຊຍຈຸ່ນ (Wan Xuejun), ຮອງຫົວໜ້າອະນຸກຳມະການພົວພັນຕ່າງປະເທດ ຂອງ ຄະນະກຳມະການຮັບຜິດຊອບຈັດງານມະຫາກໍາກິລາໂອລິມປິກລະດູໜາວປັກກິ່ງ, ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ, ທ່ານ ຢາງຕັ່ນ (YangDan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ຊູ່ຕ້າເພິງ (Su Dapeng), ຮອງເລຂາຄະນະພັກ ແລະ ທ່ານ ຕິ່ງຮ້າວ (Ding Hao), ຄະນະປະຈຳອົງຄະນະພັກ, ຮອງອະທິການບໍດີ ມພຕປ.
ໃນງານມະຫາກໍາກິລາໂອລິມປິກລະດູໜາວ ແລະ ງານມະຫາກໍາກິລາໂອລິມປິກຄົນພິການລະດູໜາວຄັ້ງນີ້, ມພຕປ ຈະສົ່ງອາສາສະໝັກມືອາຊີບ ຈຳນວນ 900 ກວ່າຄົນເພື່ອຮັບໃຊ້ບໍລິການໃຫ້ແກ່ງານດັ່ງກ່າວ. ທ່ານ ວັງຕິ້ງຮົວ ໄດ້ຕາງໜ້າມະຫາວິທະຍາໄລມອບທຸງໃຫ້ແກ່ກອງຫຼັກອາສາສະໝັກສຳລັບງານມະຫາກໍາກິລາໂອລິມປິກລະດູໜາວຂອງ ມພຕປ, ເຊິ່ງເປັນຂີດໝາຍວ່າ ບັນດາອາສາສະໝັກສຳລັບງານມະຫາກໍາກິລາໂອລິມປິກລະດູໜາວ ຈາກ ມພຕປ ໄດ້ເລີ່ມໃຫ້ບໍລິການແກ່ການຈັດງານຢ່າງເປັນທາງການ.
ເນື່ອງຈາກວ່າໃກ້ຈະເປີດງານມະຫາກໍາກິລາໂອລິມປິກລະດູໜາວ, ສູນບໍລິການພາສາຕ່າງປະເທດປັກກິ່ງ ຈະສະໜອງການບໍລິການແປພາສາ 21 ພາສາໃຫ້ແກ່ງານມະຫາກໍາກິລາໂອລິມປິກລະດູໜາວ. ທ່ານ ຢາງຕັ່ນ, ທ່ານ ວ້ານເຊຍຈຸ່ນ ແລະ ຜູ້ຕາງໜ້າອາສາສະໝັກ ຄູອາຈານ ແລະ ນັກສຶກສາ ໄດ້ຮ່ວມກັນເປີດການໃຫ້ບໍລິການດ້ານພາສາຕ່າງປະເທດໃຫ້ແກ່ການຈັດງານຂອງສູນບໍລິການພາສາຕ່າງປະເທດ.
ທ່ານ ວ້ານເຊຍຈຸ່ນ ໄດ້ສະແດງຄວາມຂອບໃຈຕໍ່ບັນດາຄູອາຈານ ແລະ ນັກສຶກສາ ມພຕປ ທີ່ປະກອບສ່ວນເຂົ້າໃນການຮັບໃຊ້ງານມະຫາກໍາກິລາໂອລິມປິກລະດູໜາວຄັ້ງນີ້, ທັງໄດ້ສະເໜີຄວາມຮຽກຮ້ອງສອງຂໍ້ຕໍ່ບັນດາຄູອາຈານ ແລະ ນັກສຶກສາທີ່ຈະເລີ່ມປະຕິບັດງານໃນໄວໆນີ້, ຄື: ຕ້ອງກ້າແບກຮັບໜ້າທີ່ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍທ່າແຮງທາງດ້ານຄວາມຮູ້ວິຊາການຂອງຕົນ. ທ່ານ ຊູ່ຕ້າເພິງ ໄດ້ມີຂໍ້ສະເໜີສາມຂໍ້ຕໍ່ບັນດາອາສາສະໝັກ ຄື: ໜຶ່ງ, ຕ້ອງສືບທອດນໍ້າໃຈຂອງຄວາມເປັນອາສາສະໝັກ, ເສີມຂະຫຍາຍຄວາມຮັບຜິດຊອບ; ສອງ, ປະຕິບັດລະບຽບວິໄນການເຮັດວຽກຢ່່າງເຄັ່ງຄັດ, ເສີມຂະຫຍາຍນ້ຳໃຈຮັກຊາດ; ສາມ, ເລົ່າເລື່ອງລາວຂອງຈີນໃຫ້ດີ, ເສີມຂະຫຍາຍວິໄສທັດທົ່ວໂລກ. ທ່ານ ຕິ່ງຮ້າວ ໄດ້ຕາງໜ້າມະຫາວິທະຍາໄລມອບສົ່ງວັດຖຸເຄື່ອງໃຊ້ອັນຈໍາເປັນໃຫ້ແກ່ຜູ້ຕາງໜ້າຂອງທີມອາສາສະໝັກ.
ທ່ານ ກ່ວນປໍ (Guan Bo), ຜູ້ຕາງໜ້າອາສາສະໝັກທີ່ເປັນຄູອາຈານ, ນາງ ເຢ້ເວີນຊ້ຽວຢູ(Yewen Xiaoyu), ຜູ້ຕາງໜ້າອາສາສະໝັກນັກສຶກສາທີ່ປະຕິບັດງານໃນສະຖານທີ່ປິດ ແລະ ຜູ້ຕາງໜ້າຜູ້ປົກຄອງຂອງອາສາສະໝັກຕ່າງກໍໄດ້ສະແດງຄວາມຄິດເຫັນ ແລະ ສົ່ງຄຳອວຍພອນເຖິງທີມອາສາສະໝັກ ໂດຍຜ່ານການຂຶ້ນກ່າວຄຳເຫັນຢູ່ສະຖານທີ່ຈັດພິທີ ແລະ ສົ່ງວີດີໂອອວຍພອນ.