ວັນທີ 23 ກຸມພາທີ່ຜ່ານມາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ເປີດກອງປະຊຸມວາງແຜນການເຮັດວຽກ ປະຈໍາພາກຮຽນທີ 1 ຂອງ ສົກປີ 2022, ໂດຍມີ ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ, ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ, ທັງເປັນອະທິການບໍດີ, ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ທັງເປັນຮອງອະທິການບໍດີ, ທ່ານ ຊຸນໂຢຈົ່ງ (Sun youzhong), ຄະນະປະຈຳອົງຄະນະພັກ, ທັງເປັນຮອງອະທິການບໍດີ, ທ່ານ ຊູ່ຕ້າເພິງ (Su Dapeng), ຮອງເລຂາຄະນະພັກ, ທ່ານ ຕິ່ງຮ້າວ (Ding Hao), ຄະນະປະຈຳອົງຄະນະພັກ, ທັງເປັນ ຮອງອະທິການບໍດີ ແລະ ທ່ານ ຈ້າວກັ່ງ (Zhao Gang) ຄະນະປະຈຳອົງຄະນະພັກ, ທັັງເປັນ ຮອງອະທິການບໍດີ ມພຕປ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ທ່ານ ວັງຕິ້ງຮົວ ໄດ້ຄົ້ນຄວ້າ ແລະ ສະຫຼຸບກາລະໂອກາດການພັດທະນາຂອງມະຫາວິທະຍາໄລໂດຍສົມທົບກັບສະຖານະການພາຍໃນ ແລະ ຕ່າງປະເທດໃນປັດຈຸບັນ, ໄດ້ກຳນົດແຜນການຢ່າງຮອບດ້ານຕໍ່ວຽກງານ ໃນສົກປີ 2022 ແລະ ສະເໜີຄວາມຮຽກຮ້ອງຕ້ອງການລະອຽດຕໍ່ວຽກງານໃນສົກຮຽນໃໝ່. ທ່ານ ຢາງຕັ່ນ ໄດ້ ສະເໜີບົດຄຳເຫັນ ພາຍໃຕ້ຫົວຂໍ້ສະເພາະ “ຕ້ອງຄຳນຶງເຖິງວຽກງານບູລິມະສິດຂອງປະເທດຊາດ, ສ້າງສະພາບການໃໝ່ເພື່ອຮັບໃຊ້ໃຫ້ແກ່ສັງຄົມ ຂອງ ມພຕປ”, ເຊິ່ງໄດ້ວິເຄາະ ແລະ ກຳນົດແຜນການຢ່າງຮອບດ້ານ ໃນການສ້າງສະພາບການໃໝ່ ເພື່ອຮັບໃຊ້ໃຫ້ແກ່ສັງຄົມ ຂອງ ມພຕປ ໃນເງື່ອນໄຂໃໝ່.