ໃນຫວ່າງມໍ່ໆມານີ້, ຫ້ອງການກະຊວງສຶກສາທິການໄດ້ປະກາດບັນຊີລາຍຊື່ການສ້າງຫ້ອງການສິດສອນແລະຄົ້ນຄວ້າແບບຈຳລອງຊຸດທຳອິດ. ໂດຍຜ່ານການຄັດເລືອກ ແລະ ນຳສະເໜີຂອງທ້ອງຖິ່ນຕ່າງໆ, ບັນດາມະຫາວິທະຍາໄລ ແລະ ຄະນະກຳມະການຊີ້ນຳການສິດສອນ, ໃນຂອບເຂດທົ່ວປະເທດມີທັງໝົດ 439 ຫ້ອງການສິດສອນແລະຄົ້ນຄວ້າແບບຈຳລອງໄດ້ຮັບການອະນຸມັດໃນການກໍ່ສ້າງ. ໃນນັ້ນ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ຮັບການອະນຸມັດສ້າງຕັ້ງ 5 ຫ້ອງການ, ເຊິ່ງໃນນັ້ນ 2 ຫ້ອງການແມ່ນຫ້ອງການການສິດສອນ ແລະ ອີກ 3 ຫ້ອງການແມ່ນຫ້ອງການຄົ້ນຄວ້າການປະຕິຮູບການສິດສອນ.

 
 
ບັນຊີລາຍຊື່ການສ້າງຫ້ອງການສິດສອນແລະຄົ້ນຄວ້າແບບຈຳລອງຊຸດທຳອິດ
 
 
  
   ລຳດັບ  | 
   ປະເພດ  | 
   ຫ້ອງການສິດສອນແລະຄົ້ນຄວ້າແບບຈຳລອງຊຸດທຳອິດ  | 
   ມະຫາວິທະຍາໄລ  | 
   ຜູ້ຮັບຜິດຊອບ  | 
  
  
   75  | 
   ຫ້ອງການການສິດສອນ  | 
   ຫ້ອງການສິດສອນວິຊາພາສາອັງກິດເພື່ອບຳລຸງສ້າງການຄົ້ນຄິດແບບວິພາກວິຈານ   | 
   ມພຕປ  | 
   ຈ່າງລຽນ(Zhang Lian)   | 
  
  
   76  | 
   ຫ້ອງການການສິດສອນ  | 
   ຫ້ອງການສິດສອນບັນດາວິຊາພາສາອັງກິດ   | 
   ມພຕປ  | 
   ຫຼີລີ້ເວີນ(Li Liwen)   | 
  
  
   77  | 
   ຫ້ອງການຄົ້ນຄວ້າການປະຕິຮູບການສິດສອນ  | 
   ຫ້ອງການການປະຕິຮູບດ້ານການສິດສອນຫຼາຍພາສາ   | 
   ມພຕປ  | 
   ເວີນຊິ່ວຟ່າງ(Wen Qiufang)   | 
  
  
   78  | 
   ຫ້ອງການຄົ້ນຄວ້າການປະຕິຮູບການສິດສອນ  | 
   ຫ້ອງການຄົ້ນຄວ້າການສຶກສາອົບຮົມການເມືອງແນວຄິດໃນຫຼັກສູດວິຊາພາສາຝຣັ່ງຢູ່ມະຫາວິທະຍາໄລ   5 ແຫ່ງຂອງປັກກິ່ງ   | 
   ມພຕປ  | 
   ໄຕ້ຕົ່ງເມ(Dai dongmei)   | 
  
  
   79  | 
   ຫ້ອງການຄົ້ນຄວ້າການປະຕິຮູບການສິດສອນ  | 
   ຫ້ອງການຄົ້ນຄວ້າການປະຕິຮູບດ້ານການສ້າງບຸກຄະລາກອນການບັນຊີ-ການເງິນໃນມະຫາວິທະຍາໄລພາສາຕ່າງປະເທດ   | 
   ມພຕປ  | 
   ຢັງຕັນ (Yang Dan)   |