ເວທີປາໄສລະດັບສູງກ່ຽວກັບການປະຕິຮູບ ແລະ ພັດທະນາການສຶກສາພາສາຕ່າງປະເທດຢູ່ສະຖາບັນການສຶກສາຊັ້ນສູງທົ່ວປະເທດ ຄັ້ງທີ 6 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 ຫາ 20 ມີນາ ຜ່ານມາ ທີ່ສຳນັກພິມຈຳໜ່າຍສິ່ງພິມການສິດສອນແລະຄົ້ນຄວ້າພາສາຕ່າງປະເທດ ພາຍໃຕ້ຫົວຂໍ້ “ເຂົ້າໃຈປະເທດຈີນ ແລະ ສື່ສານກັບທົ່ວໂລກ”.

ທ່ານ ເຊິນເຊຍລ້ຽງ (Chen Xueliang), ຮອງຫົວໜ້າກົມໂຄສະນາເຜີຍແຜ່ສາກົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ອູຊື້ຊິ່ງ (Wu Shixing), ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ, ທ່ານ ຊາເຜີຍຊິ່ນ (Cha Peixin), ອະດີດເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳລາຊາອານາຈັກອັງກິດ ແລະ ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ຕ່າງກໍກ່າວຄໍາປາໄສດ້ວຍຫົວຂໍ້ “ການສ້າງບຸກຄະລາກອນການແປພາສາດີເດັ່ນ, ຊຸກຍູ້ການແລກປ່ຽນສື່ສານລະຫວ່າງປະເທດຈີນກັບທົ່ວໂລກ”, “ລົງເລິກການກໍ່ສ້າງສາຂາວິຊາວິທະຍາສາດສັງຄົມແບບໃໝ່ ແລະ ສ້າງບຸກຄະລາກອນພາສາຕ່າງປະເທດໃນຍຸກໃໝ່”, “ເປັນພາລະກໍາທີ່ສຳຄັນ, ເປັນໜ້າທີ່ອັນມີກຽດ, ບຸກເບີກສູ້ຊົນເພື່ອຄວາມກ້າວໜ້າ ແລະ ປະກອບສ່ວນໃຫ້ຫຼາຍຍິ່ງຂຶ້ນ” ແລະ “ຍົກສູງຄວາມສາມາດ ແລະ ລະດັບຂອງສະຖາບັນການສຶກສາຊັ້ນສູງຂອງຈີນ ໃນການປະກອບສ່ວນເຂົ້າໃນການບໍລິຫານທົ່ວໂລກ”.
ທ່ານ ວັງຕິ້ງຮົວ ໄດ້ສະເໜີ 10 ມາດຕະການສຳລັບສະຖາບັນການສຶກສາຊັ້ນສູງຂອງຈີນໃນການມີສ່ວນຮ່ວມເຂົ້າໃນການບໍລິຫານທົ່ວໂລກ, ຄື: 1) ກຳນົດຈະແຈ້ງເນື້ອໃນຂອງຄຸນທາດການຫັນເປັນທົ່ວໂລກຂອງນັກສຶກສາ; 2) ສ້າງຄຸນສົມບັດການຫັນເປັນສາກົນຂອງນັກສຶກສາ; 3) ບຳລຸງສ້າງບຸກຄະລາກອນທີ່ສາມາດເຂົ້າເຮັດວຽກຢູ່ອົງການຈັດຕັ້ງສາກົນ; 4) ຊຸກຍູ້ໃຫ້ສະຖາບັນການສຶກສາຊັ້ນສູງຂອງຈີນໄປສ້າງຕັ້ງສາຂາຂອງຕົນຢູ່ຕ່າງປະເທດ; 5) ດຶງດູດຊັບພະຍາກອນການສຶກສາທີ່ດີຈາກຕ່າງປະເທດ; 6) ບັນລະຍາຍທັດສະນະການບໍລິຫານທົ່ວໂລກຂອງຈີນ; 7) ດຳເນີນການສຶກສາຄົ້ນຄວ້າໃນສາຂາວິຊາພາກພື້ນ ແລະ ປະເທດ; 8) ເຂົ້າຮ່ວມການສ້າງລະບຽບການ ແລະ ກົນໄກການບໍລິຫານທົ່ວໂລກ; 9) ສະໜອງການຊ່ວຍເຫຼືອດ້ານການສຶກສາໃຫ້ແກ່ຕ່າງປະເທດຢ່າງກວ້າງຂວາງ; 10) ຊຸກຍູ້ການແລກປ່ຽນດ້ານວັດທະນະທໍາ ແລະ ການສຶກສາລະຫວ່າງພາຍໃນ ແລະ ຕ່າງປະເທດ.
ເວທີປາໄສດັ່ງກ່າວໄດ້ຈັດເວທີປາໄສຍ່ອຍພາຍໃຕ້ຫົວຂໍ້ສະເພາະ 9 ເວທີ ໂດຍມີຜູ້ປະກອບຄຳເຫັນ 92 ທ່ານ, ເຊິ່ງໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືຮ່ວມກັນ ກ່ຽວກັບສະພາບການໃໝ່ ແລະ ການພັດທະນາໃໝ່ແຫ່ງການສຶກສາພາສາຕ່າງປະເທດຢູ່ສະຖາບັນການສຶກສາຊັ້ນສູງຂອງຈີນ ໂດຍປິ່ນອ້ອມຫົວຂໍ້ສໍາຄັນຕ່າງໆ ກ່ຽວກັບການສຶກສາພາສາຕ່າງປະເທດໃນຍຸກປັດຈຸບັນ.