HOME > ຂ່າວ > Content

ມພຕປ ໄດ້ຮັບຮອງເພີ່ມອີກ 21 ສາຂາວິຊາ ເປັນສາຂາວິຊາລະດັບແຖວໜ້າຂອງຫຼັກສູດປະລິນຍາຕີລະດັບຊາດ

Updated: 2022-06-23

ໃນຫວ່າງບໍ່ດົນມານີ້, ກະຊວງສຶກສາທິການ ສປ ຈີນ ໄດ້ປະກາດບັນຊີລາຍຊື່ໂຄງການສ້າງ “ສາຂາວິຊາລະດັບແຖວໜ້າຂອງຫຼັກສູດປະລິນຍາຕີລະດັບຊາດ ແລະ ລະດັບແຂວງ” ປະຈຳປີ 2021, ເຊິ່ງສາຂາວິຊາການທະນາຄານ, ພາສາບາລີ-ສັນສະກິດ, ພາສາອິນໂດເນເຊຍ, ພາສາຮິນດີ, ພາສາຫວຽດນາມ, ພາສາເຫົາຊາ, ພາສາສະວາຮິລີ, ພາສາສະໂລວາກີ, ພາສາເຊີເບຍ, ພາສາເກຼັກ, ພາສາບາງກະລາເດດ, ພາສາໂຮນລັງ, ພາສາແຟງລັງ, ພາສາອູແກຣນ, ພາສານອກແວ, ພາສາດານມາກ, ພາສາລາຕິນ, ວິທະຍາສາດຄອມພິວເຕີແລະເຕັກໂນໂລຊີ, ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ລະບົບຂໍ້ມູນຂ່າວສານ, ບໍລິຫານທຸລະກິດ, ການຄ້າເອເລັກໂຕຣນິກ ທັງໝົດຈຳນວນ 21 ສາຂາວິຊາ ໄດ້ຖືກຮັບຮອງເປັນສາຂາວິຊາລະດັບແຖວໜ້າຫຼັກສູດປະລິນຍາຕີ ລະດັບຊາດ, ພ້ອມນັ້ນພາສາຟີລິບປິນ, ພາສາມົງໂກລີ, ພາສາອູລາດູ, ພາສາຮິບຣູ, ພາສາເນປານ, ພາສາກຣົວຊີ, ພາສາອິດສະລັງ, ພາສາຊູລູ, ພາສາອຳຮາກ ແລະ ພາສາອາກເມນີ ຈຳນວນ 10 ສາຂາວິຊາໄດ້ຖືກຮັບຮອງເປັນສາຂາວິຊາລະດັບແຖວໜ້າຂອງຫຼັກສູດປະລິນຍາຕີຂັ້ນແຂວງ. ມາຮອດປັດຈຸບັນນີ້, ມພຕປ ມີ 54 ສາຂາວິຊາ ຖືກຮັບຮອງເປັນສາຂາວິຊາລະດັບແຖວໜ້າຫຼັກສູດປະລິນຍາຕີລະດັບຊາດ ແລະ ມີ 18 ສາຂາວິຊາຖືກຮັບຮອງເປັນສາຂາວິຊາລະດັບແຖວໜ້າຫຼັກສູດປະລິນຍາຕີຂັ້ນແຂວງ.