ເວທີປາໄສການແປພາສາຕ່າງປະເທດພາກພື້ນອາຊີ-ປາຊິຟິກ ຄັ້ງທີ 10 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ມິຖຸນາ ຜ່ານມາ, ເຊິ່ງເປັນເຈົ້າພາບຮ່ວມ ໂດຍສະມາຄົມນັກແປສາກົນ ແລະ ສະມາຄົມນັກແປແຫ່ງປະເທດຈີນ ແລະ ຈັດຕັ້ງພິທີໂດຍມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ).
![1B492](/__local/6/A7/AD/53778575417E62DC8EDE1EFDE59_1FACBB4F_1B492.jpg)
ທ່ານ ຕູ້ຈ້ານຢວນ (Du Zhanyuan), ຫົວໜ້າສຳນັກພິມການເຜີຍແຜ່ສາກົນ (CICG), ປະທານສະມາຄົມນັກແປແຫ່ງປະເທດຈີນ, ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ, ອະທິການບໍດີ ມພຕປ, ທ່ານ ນາງ Alison Rodriguez, ປະທານສະມາຄົມນັກແປສາກົນ ແລະ ທ່ານ Bart Defrancq, ປະທານສະມາຄົມສະຖາບັນ ແລະ ມະຫາວິທະຍາໄລການແປສາກົນໄດ້ເຂົ້າຮ່ວມ ພ້ອມທັງ ກ່າວຄຳປາໄສໃນເວທີປາໄສດັ່ງກ່າວ. ເວທີປາໄສຄັ້ງນີ້ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ "ການຮ່ວມມືໃນໂລກການແປ: ຍຸກສະໄໝໃໝ່, ການປ່ຽນແປງໃໝ່ ແລະ ຮູບແບບໃໝ່" ໂດຍມີຜູ້ຕາງໜ້າຈາກວົງການການແປ ເກືອບ 300 ທ່ານ ຈາກ 35 ປະເທດ ແລະ ເຂດແຄວ້ນໃນຂອບເຂດທົ່ວໂລກ ເຂົ້າຮ່ວມເວທີປາໄສດັ່ງກ່າວຜ່ານຮູບແບບອອນລາຍ ແລະ ອອບລາຍ.