HOME > ຂ່າວ > Content

“ຊຸດຝຶກອົບຮົມການບຳລຸງສ້າງຄູອາຈານການຄົ້ນຄວ້າແນວຄິດຂົງຈື ແລະ ວັດທະນະທຳຈີນ ປະຈຳປີ 2022” ໄດ້ໄຂຂຶ້ນຢ່າງເປັນທາງການ

Updated: 2022-08-08

ໃນວັນທີ 18 ກໍລະກົດທີ່ຜ່ານມາ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມພຕປ) ແລະ ສະຫະພັນຄົ້ນຄວ້າແນວຄິດຂົງຈືສາກົນໄດ້ຮ່ວມກັນຈັດພິທີເປີດ “ຊຸດຝຶກອົບຮົມການບຳລຸງສ້າງຄູອາຈານການຄົ້ນຄວ້າແນວຄິດຂົງຈື້ ແລະ ວັດທະນະທຳຈີນ ປະຈຳປີ 2022” , ໂດຍມີ ທ່ານ ຈ່າງເຊຈື້(Zhang Xuezhi), ຮອງປະທານສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນ, ທ່ານ ຈ້າວກັ່ງ (Zhao Gang), ຄະນະປະຈຳອົງຄະນະພັກ, ຮອງອະທິການບໍດີ ມພຕປ, ທ່ານ Roger T. Ames, ຫົວໜ້າຊ່ຽວຊານຕ່າງປະເທດຂອງສະຖາບັນຄົ້ນຄວ້າການເຜີຍແຜ່ວັດທະນະທຳຈີນຕໍ່ຕ່າງປະເທດ ຂອງ ມພຕປ, ຮອງປະທານສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນ ແລະ ນັກຄົ້ນຄວ້າການສົມທຽບປັດຊະຍາຈີນກັບປັດຊະຍາຝ່າຍຕາເວັນຕົກທີ່ມີຊື່ສຽງຂອງໂລກ ພ້ອມດ້ວຍ ນັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ໄດ້ເຂົ້າຮ່ວມພິທີເປີດດັ່ງກ່າວ.


ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນໄປເປັນເວລາ 13 ວັນ, ນໍາໃຊ້ພາສາຈີນແລະພາສາອັງກິດ ແລະ ດຳເນີນກອງປະຊຸມຜ່ານຮູບແບບທາງໄກ ເຊິ່ງນັກສຳມະນາກອນຈຳນວນ 160 ກວ່າທ່ານແມ່ນມາຈາກສະຖາບັນການສຶກສາຊັ້ນສູງຕ່າງໆຂອງ 24 ປະເທດ ຄື ປະເທດມາຣົກ, ປາກິດສະຖານ, ສະວິດ, ຈີນ, ເອຢິບ, ອິນເດຍ, ອັງກິດ, ອຽກລັງ, ອູຣູກວາຍ, ອາຟະການິດສະຖານ, ອົດສະຕຣາລີ, ລັດເຊຍ, ອາກຊັງຕິນ, ອາແຊກໄບຊານ, ເວເນຊູເອລາ, ອາເມຣິກາ, ລິດຕັວນີ, ອີຣານ, ອານບານີ, ກາຊັກສະຖານ, ເອກວາດໍ, ເປຣູ, ເບລຊິນ ແລະ ຕວັກກີ.