ວັນທີ 1 ສິງຫາທີ່ຜ່ານມາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໄດ້ຈັດຄ້າຍລະດູຮ້ອນພາສາຈີນອອນລາຍ ສຳລັບປະເທດລັດເຊຍ ພາຍໃຕ້ຫົວຂໍ້ “ວັດທະນະທຳ·ສວຍງາມ” ໂດຍມີ ທ່ານ ນາງ Innara Guseinova, ຮອງອະທິການບໍດີ ມະຫາວິທະຍາໄລພາສາແຫ່ງຊາດມົດສະກູ ປະເທດຣັດເຊຍ, ທ່ານ ເຈເວີນຈ້ຽນ (Jia Wenjian), ຮອງເລຂາຄະນະພັກ, ຮອງອະທິການບໍດີ ມພຕປ ໄດ້ເຂົ້າຮ່ວມພິທີເປີດຄ້າຍລະດູຮ້ອນຄັ້ງນີ້.
ຄ້າຍລະດູຮ້ອນຊຸດນີ້ ຮັບການອຸປະຖຳໂດຍ ສູນຮ່ວມມື ແລະ ແລກປ່ຽນ ພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ, ເປັນເຈົ້າພາບຈັດໂດຍ ສຳນັກງານສະຖາບັນຂົງຈື້ ມພຕປ ແລະ ຈັດຕັ້ງປະຕິບັດໂດຍ ສຳນັກພິມຈຳໜ່າຍການສິດສອນແລະຄົ້ນຄວ້າພາສາຕ່າງປະເທດ (FLTRP), ເຊິ່ງເປັນໂຄງການແລກປ່ຽນດ້ານວັດທະນະທຳຂອງສຳນັກງານສະຖາບັນຂົງຈື້ ມພຕປ ສຳລັບຜູ້ນິຍົມພາສາຈີນຂອງປະເທດລັດເຊຍສະເພາະ. ຄ້າຍລະດູຮ້ອນນີ້ ດຳເນີນໄປເປັນເວລາ 8 ມື້ ໂດຍມີເນື້ອໃນສຸມໃສ່ການຮຽນພາສາຈີນ ແລະ ການຮຽນຮູ້ສຳຜັດກັບວັດທະນະທຳຈີນ ເຊິ່ງໄດ້ຈັດວິຊາຮຽນພາສາຈີນແບບເນັ້ນການນຳໃຊ້, ວິຊາການເພີ່ມຄວາມຮູ້ຜ່ານວີດີໂອທີ່ຖ່າຍທຳໄວ້ແລ້ວ ແລະ ປາຖະກະຖາ ກ່ຽວກັບວັດທະນະທຳຈີນຈຳນວນໜຶ່ງ ຕາມລະດັບພາສາຈີນ, ຄວາມສົນໃຈແລະ ຄວາມນິຍົມຂອງຜູ້ເຂົ້າຮ່ວມ. ກິດຈະກໍາຄັ້ງນີ້ ມີນັກສຶກສາທັງໝົດ 207 ຄົນຈາກ 60 ກວ່າໂຮງຮຽນ ແລະ 31 ຕົວເມືອງຂອງປະເທດລັດເຊຍເຂົ້າຮ່ວມ.
ໃນໄລຍະພັກຮ້ອນປີ 2022 ນີ້, ສຳນັກງານສະຖາບັນຂົງຈື້ຈະສືບຕໍ່ເສີມຂະຫຍາຍທ່າແຮງດ້ານຫຼາຍພາສາຕ່າງປະເທດ ຂອງ ມພຕປ ເພື່ອຈັດໂຄງການແລກປ່ຽນວັດທະນະທຳອອນລາຍ “ຂົວພາສາຈີນ” ຈໍານວນ 10 ຊຸດ, ໃນນັ້ນ, ມີ 6 ຊຸດແມ່ນຄ້າຍລະດູຮ້ອນສຳລັບຜູ້ຮຽນພາສາຈີນຈາກປະເທດລັດເຊຍ, ຫວຽດນາມ, ມາເລເຊຍ, ປະເທດແລະເຂດແຄວ້ນທີ່ນໍາໃຊ້ພາສາຝຣັ່ງ, ປະເທດ ແລະ ເຂດແຄວ້ນທີ່ນໍາໃຊ້ພາສາອາຣັບ ແລະ 4 ຊຸດແມ່ນຄ້າຍລະດູຮ້ອນສຳລັບຜູ້ຮຽນພາສາຈີນໃນຂອບເຂດທົ່ວໂລກ. ຫົວຂໍ້ຂອງຄ້າຍລະດູຮ້ອນມີຄວາມຫຼາກຫຼາຍ, ມີທັງ “ພາສາຈີນ·ຄວາມປະທັບໃຈ”, “ພົບກັນ·ປະເທດຈີນ”, “ວັດທະນະທຳ*ສວຍງາມ·”, “ສະເໜ່ຕົວໜັງສືຈີນ” ແລະ “ອາຫານຈີນທີ່ແຊບນົວ” ເປັນຕົ້ນ. ມາຮອດປັດຈຸບັນ, ຜູ້ລົງທະບຽນເຂົ້າຮ່ວມຄ້າຍລະດູພັກຮ້ອນ 10 ຊຸດດັ່ງກ່າວມີິຫຼາຍກວ່າໜຶ່ງພັນຄົນ ແລະ ມີ 5 ຊຸດໄດ້ເປີດຄ້າຍແລ້ວ.