ໃນລະຫວ່າງວັນທີ 5-6 ມັງກອນ 2023, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີຈິ້ນຜີງ, ປະທານປະເທດ ແຫ່ງ ສປ ຈີນ, ທ່ານ Serdar Berdimuhamedowປະທານາທິບໍດີ ຕວັກເມນິດສະຖານ ໄດ້ດຳເນີນການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ການເຊັນບົດບັນທຶກການຮ່ວມມືລະຫວ່າງ ມພຕປ ກັບມະຫາວິທະຍາໄລ Magtymgulyຕວັກເມນິດສະຖານ ຖືກຈັດເຂົ້າໃນບັນດາໝາກຜົນການມາຢ້ຽມຢາມປະເທດຈີນຄັ້ງນີ້.

ວັນທີ 6 ມັງກອນ, ທ່ານ ຢາງຕັ່ນ, ຮອງເລຂາຄະນະພັກ ແລະ ອະທິການບໍດີ ມພຕປ ແລະ ທ່ານ BayramgulOrazdurdyeva, ອະທິການບໍດີ ມະຫາວິທະຍາໄລ Magtymguly ຕວັກເມນິດສະຖານທີ່ຕິດຕາມມາພ້ອມຄະນະໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືລະຫວ່າງສອງມະຫາວິທະຍາໄລ. ມື້ນັ້ນກໍເປັນວັນຄົບຮອບ 31 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຈີນ-ຕວັກເມນິດສະຖານ ແລະ ນີ້ກໍເປັນຄັ້ງທຳອິດທີ່ທ່ານ Serdar Berdimuhamedow ມາຢ້ຽມຢາມປະເທດຈີນພາຍຫຼັງ ດຳລົງຕຳແໜ່ງເປັນປະທານາທິບໍດີຕວັກເມນິດສະຖານ ໃນເດືອນມີນາ ປີ 2022.
ມພຕປ ເປັນມະຫາວິທະຍາໄລແຫ່ງດຽວທີ່ໄດ້ເປີດສອນພາສາຕວັກເມໃນທົ່ວປະເທດຈີນ. ໃນເດືອນກັນຍາ ປີ 2018, ມພຕປ ໄດ້ຮັບສະໝັກນັກສຶກສາປະລິນຍາຕີ ສາຂາພາສາຣັດເຊຍຄວບພາສາຕວັກເມ ຊຸດທຳອິດ. ເດືອນມິຖຸນາ ປີ 2022, ນັກສຶກສາປະລິນຍາຕີຊຸດທຳອິດໄດ້ຮຽນຈົບ ແລະ ເຮັດວຽກຢູ່ຂົງເຂດຕ່າງໆ, ເຊັ່ນ: ຂົງເຂດການຕ່າງປະເທດ, ເສດຖະກິດ-ການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ຕວັກເມນິດສະຖານ. ເດືອນກໍລະກົດ ປີ 2022, ໂດຍຜ່ານແຜນການບຳລຸງສ້າງອາຈານສອນພາສາທີ່ບໍ່ນຳໃຊ້ຢ່າງທົ່ວໄປໃນທົ່ວໂລກຊຸດທີ 4, ມພຕປ ໄດ້ສຳເລັດການຄັດເລືອກເອົານັກສຶກສາປະລິນຍາໂທ ທີ່ມີແຜນກໍ່ສ້າງເປັນອາຈານສອນພາສາຕວັກເມນິດສະຖານຊຸດທຳອິດ ເຊິ່ງຈະໄປຮຽນຫຼັກສູດປະລິນຍາໂທທີ່ຕວັກເມນິດສະຖານໃນມໍ່ໆນີ້.