ວັນທີ 12 ມັງກອນ, ສະຖາບັນການສຶກສາກ່ຽວກັບການປະເມີນຜົນການຄົ້ນຄວ້າວິທະຍາສາດສັງຄົມແຫ່ງປະເທດຈີນ (CASSES) ໄດ້ເປີດຕົວ "ບົດລາຍງານການປະເມີນຜົນວາລະສານໃນຂົງເຂດວິທະຍາສາດສັງຄົມແບບສັງລວມຕາມລະບົບ AMI (2022)" ແລະ ໄດ້ປະກາດຜົນການປະເມີນໃນປີ 2022. ບັນດາວາລະສານການຄົ້ນຄວ້າວິຊາການຂອງ ມພຕປ, ມີ 1 ສະບັບ ຖືກຈັດເປັນວາລະສານທີ່ມີອິດທິພົນ, ມີ 5 ສະບັບ ຖືກຈັດເປັນວາລະສານແກ່ນສານ, ມີ 3 ສະບັບ ຖືກຈັດເປັນວາລະສານແກ່ນສານສຳຮອງ ແລະ ອີກ 25 ສະບັບຖືກຈັດເປັນວາລະສານທີ່ໄດ້ຕາມມາດຕະຖານ AMI.
ການປະເມີນຜົນວາລະສານ ໃນຂົງເຂດວິທະຍາສາດສັງຄົມຢ່າງສັງລວມຕາມລະບົບ AMI ໄດ້ຈັດຕັ້ງຂຶ້ນໂດຍສະຖາບັນ CASSES ນັບແຕ່ປີ 2014 ເປັນຕົ້ນມາ, ທຸກ 4 ປີຈະປະກາດບົດລາຍງານໜຶ່ງຄັ້ງ. ໃນປີ 2014 ໄດ້ປະກາດ "ບົດລາຍງານການປະເມີນຜົນວາລະສານໃນຂົງເຂດວິທະຍາສາດສັງຄົມຢ່າງສັງລວມຕາມລະບົບ AMI (2014)" (ສະບັບທຳອິດ) ແລະ ໃນປີ 2018 ໄດ້ປະກາດສະບັບທີສອງ. ບົດລາຍງານທີ່ປະກາດໃນຄັ້ງນີ້ແມ່ນສະບັບທີສາມ. ໃນປັດຈຸບັນ, "ບົດລາຍງານການປະເມີນວາລະສານໃນຂົງເຂດວິທະຍາສາດສັງຄົມຢ່າງສັງລວມຕາມລະບົບ AMI" ແມ່ນໜຶ່ງໃນບັນດາບັນຊີລາຍຊື່ວາລະສານແກ່ນສານຕົ້ນຕໍ ຂອງວົງການການຄົ້ນຄວ້າວິທະຍາສາດພາຍໃນປະເທດຈີນ ແລະ ມີອິດທິພົນໃນລະດັບທີ່ແນ່ນອນ, ເຊິ່ງສະຖາບັນການຄົ້ນຄວ້າປະເພດຕ່າງໆໄດ້ໃຫ້ຄວາມສຳຄັນ ແລະ ນຳໃຊ້ບົດລາຍງານດັ່ງກ່າວນັບມື້ນັບຫຼາຍຂຶ້ນ.