ໜ້າຫຼັກ > ຂ່າວ > Content

ທ່ານ Shahrat Nuryshev ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ສປ ຈີນຢ້ຽມຢາມ ມພຕປ

Updated: 2023-04-10

ວັນທີ 20 ມີນາ, ທ່ານ Shahrat Nuryshev ເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ສປ ຈີນໄດ້ມາຢ້ຽມຢາມ ມພຕປ ແລະ ເຂົ້າຮ່ວມພິທີເປີດການແຂ່ງຂັນພາສາກາຊັກສະຖານລະຫວ່າງນັກສຶກສາທີ່ຮຽນພາສາກາຊັກສະຖານເປັນວິຊາສະເພາະຢູ່ ມະຫາວິທະຍາໄລທົ່ວປະເທດຈີນຄັ້ງທຳອິດ. ທ່ານ ວັງຕິ້ງຮົວ (Wang Dinghua), ເລຂາຄະນະພັກ ມພຕປ ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ Shahrat Nuryshev ພ້ອມດ້ວຍຄະນະ ເຊິ່ງທັງສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບການຈັດຝຶກອົບຮົມການແປພ້ອມກັນ, ການສະໜອງທຶນໃຫ້ແກ່ນັກສຶກສາຕ່າງປະເທດ ແລະບັນຫາອື່ນໆ.