ວັນທີ 20 ມີນາ, ກິດຈະກຳສະຫຼອງວັນພາສາຝຣັ່ງສາກົນໄດ້ຈັດຂຶ້ນທີ່ສະຖານທູດແຫ່ງ ສາທາລະນະລັດຝຣັ່ງ ປະຈຳ ສປ ຈີນ ເຊິ່ງກະຊວງສຶກສາທິການ ປະເທດຝຣັ່ງ ໄດ້ມອບຫຼຽນໄຊ L'ordredes Palmes académiques ສາທາລະນະລັດຝຣັ່ງ ແກ່ທ່ານ ສ.ຈ ນາງ ໄຕ້ຕົ່ງເມີຍ ຫົວໜ້າສະຖາບັນພາສາ ແລະ ວັດທະນະທຳຝຣັ່ງ ມພຕປ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ເພິ່ນທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການສຶກສາພາສາຝຣັ່ງ ແລະ ການສົ່ງເສີມເຜີຍແຜ່ວັດທະນະທຳຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ ໂດຍມີ ທ່ານ Bertrand Lortholary ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຝຣັ່ງ ປະຈຳ ສປ ຈີນຄົນໃໝ່ດຳເນີນພິທີການມອບ.