BEIJING FOREIGN

STUDIES UNIVERSITY

ສູນຄົ້ນຄວ້າຕໍ່ຍີ່ປຸ່ນຂອງປັກກິ່ງ

发布时间:2019-05-07

ສູນຄົ້ນຄວ້າຕໍ່ຍີ່ປຸ່ນຂອງປັກກິ່ງ (ເອີ້ນຫຍໍ້ເປັນ “ສູນຄົ້ນຄວ້າຕໍ່ຍີ່ປຸ່ນ”) ໄດ້ຮັບສ້າງຕັ້ງຂຶ້ນໃນປີ 1985. ສູນນີ້ໄດ້ຜ່ານ 30 ປີທີ່ສະຫງ່າງາມ ເຊິ່ງຊີ້ນຳ ແລະ ຄ້ຳປະກັນໂດຍກະຊວງສຶກສາທິການແຫ່ງຊາດຈີນ ແລະ ກອງທຶນແລກປ່ຽນສາກົນແຫ່ງຍີ່ປຸ່ນ  ແລະ ນຳພາໂດຍກົງໂດຍມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ, ເຊິ່ງໄດ້ອົບຮົມນັກສຶກສາປະລິນຍາໂທ  ນັກສຶກສາປະລິນຍາເອກ ບຸກຄະລາກອນສະເພາະທີ່ມີລະດັບສູງ ແລະ ຄຸນນະພາບສູງໃນດ້ານການສິດສອນ-ຄົ້ນຄວ້າຕໍ່ຍີ່ປຸ່ນ ຫຼາຍກວ່າ 1000 ຄົນ.

ສູນຄົ້ນຄວ້າຕໍ່ຍີ່ປຸ່ນແມ່ນຫົວໜ່ວຍງານທີ່ສາມາດມອບປະລິນຍາເອກ ແລະ ປະລິນຍາໂທ, ແມ່ນວິຊາສຳຄັນຂອງກະຊວງສຶກສາທິການ ແລະ ວິຊາສຳຄັນຂອງນະຄອນຫຼວງປັກກິ່ງ ຍັງແມ່ນສະຖານທີ່ພື້ນຖານຄົ້ນຄວ້າຕໍ່ປະເທດຕ່າງໆ ແລະ ເຂດຕ່າງໆຂອງກະຊວງສຶກສາທິການ.​ ສູນຄົ້ນຄວ້າຕໍ່ຍີ່ປຸ່ນດຽວນີ້ມີອາຈານ ແລະ ພະນັກງານ 26 ຄົນ, ໃນນັ້ນ ມີສາດສະດາຈານ 9 ຄົນ, ຮອງສາດສະດາຈານ 3 ຄົນ,​ ອາຈານ 2​ ຄົນ. ມີ 6 ທິດທາງການຄົ້ນຄວ້າ: ພາສາຍີ່ປຸ່ນ ການສຶກສາຍີ່ປຸ່ນ ວັນນະຄະດີຍີ່ປຸ່ນ ວັດທະນະທຳຍີ່ປຸ່ນ ສັງຄົມຍີ່ປຸ່ນ ເສດຖະກິດຍີ່ປຸ່ນ. ດຽວນີ້ມີນັກສຶກສາປະລິນຍາໂທ 109 ຄົນ, ນັກສຶກສາຮຽນຕໍ່ແບບສອງປະລິນຍາ 1 ຄົນ, ນັກສຶກສາປະລິນຍາເອກ 47 ຄົນ,ຫຼັງປະລິນຍາເອກ 1 ຄົນ, ນັກຄົ້ນຄວ້າຢ້ຽມຢາມລະດັບສູງ 2 ຄົນ, ອາຈານຮຽນຕໍ່ 1 ຄົນ.

ສູນຄົ້ນຄວ້າຕໍ່ຍີ່ປຸ່ນນຳໃຊ້ວິທີການຮ່ວມມືລະຫວ່າງຈີນກັບຍີ່ປຸ່ນ ການອົບຮົມຮ່ວມກັນໃນດ້ານການສິດສອນ. ກອງທຶນການແລກປ່ຽນສາກົນຂອງຍີ່ປຸ່ນສົ່ງນັກຄົ້ນຄວ້າອັນມີຊື່ສຽງ ແລະ ສາດສະດາຈານມາສິດສອນເປັນລວມສູນໃນແຕ່ລະປີ. ສູນຍັງຕັ້ງລະບອບສາດສະດາຈານບັນຍາຍຊົ່ວຄາວ, ເຊິ່ງເຊີນນັກຄົ້ນຄວ້າດີເດັ່ນມີສິດສອນຢູ່ສູນ.

ສູນຄົ້ນຄວ້າຕໍ່ຍີ່ປຸ່ນຍັງເຊັນສັນຍາກ່ຽວກັບສອງປະລິນຍາໂທ ກັບມະຫາວິທະຍາໄລກໍເບ(Kobe University)ຂອງຍີ່ປຸ່ນ ມະຫາວິທະຍາໄລເອິກະຢະມະ(Okayama University)ຂອງຍີ່ປຸ່ນ. ພ້ອມກັນນີ້ ຍັງເຊັນສັນຍາການຮ່ວມມືກັບມະຫາວິທະຍາໄລໂຕກຽວຂອງຍີ່ປຸ່ນ(University of Tokyo) ມະຫາວິທະຍາໄລເອີຈະໂນມິຈູ(Ochanomizu University) ມະຫາວິທະຍາໄລວາເຊດາ(Waseda University) ສູນຄົ້ນຄວ້າພາສາຍີ່ປຸ່ນແຫ່ງຊາດຍີ່ປຸ່ນ ຫໍຂໍ້ມູນຄົ້ນຄວ້າວັນນະຄະດີຍີ່ປຸ່ນ ມະຫາວິທະຍາໄລມິເອ(Mie University) ມະຫາວິທະຍາໄລພາສາຕ່າງປະເທດ ມະຫາວິທະຍາໄລນະໂກຢາ(Nagoya University of Foreign Studies) ມະຫາວິທະຍາໄລສິນຊຸ(Shinshu University) ແລະ ມະຫາວິທະຍາໄລ-ອົງການຄົ້ນຄວ້າ ທັງໝົດ 23 ແຫ່ງ.

ຫໍສະໝຸດຂອງສູນຄົ້ນຄວ້າຕໍ່ຍີ່ປຸ່ນດຽວນີ້ມີປຶ້ມພາສາຍີ່ປຸ່ນ ແລະ ພາສາຈີນ ປະມານ 170.000 ຫົວ, ບໍ່ວ່າປະລິມານ ຫຼືວ່າ ຄຸນນະພາບຂອງປຶ້ມກໍຢູ່ແຖວໜ້າຂອງບັນດາຫໍສະໝຸດວິທະຍາໄລຂອງທົ່ວປະເທດ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC