BEIJING FOREIGN

STUDIES UNIVERSITY

ກ່ຽວກັບມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ
ກ່ຽວກັບມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ
ຂໍ້ມູນ
ການນໍາປະຈຸບັນ

ABOUT BFSU

2019年04月15日


ການແນະນໍາມະຫາວິທະຍາໄລໂດຍຫຍໍ້

ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ຕໍ່ໄປນີ້ເອີ້ນຫຍໍ້ວ່າ ມພຕປ) ຕັ້ງຢູ່ຊີ່ຊ່ານ ເປີຍລູ້ເຂດໄຫຕ້ຽນ ນະຄອນຫຼວງປັກກິ່ງ ເຊິ່ງແບ່ງອອກເປັນສອງວິທະຍາເຂດ ຄື ເຂດຕາເວັນ ອອກແລະເຂດຕາເວັນຕົກໂດຍມີຖະໜົນວົງວຽນຮອບ 3 ຂັ້ນໄວ້. ມພຕປ ເປັນມະຫາວິທະຍາ ໄລທີ່ຂຶ້ນກັບກະຊວງສຶກສາທິການໂດຍກົງ, ເປັນໜຶ່ງໃນບັນດາມະຫາວິທະຍາໄລ ທີ່ກະຊວງ ສຶກສາທິການໄດ້ຈັດເຂົ້າບັນຊີໂຄງການຕ່າງໆ ເຊັ່ນ ໂຄງການ211ທີ່ໄດ້ຮັບການຈັດເຂົ້າໃນ ບັນຊີເປັນງວດທີໜຶ່ງເຊິ່ງເປັນໂຄງການ ທີ່ລັດຖະບານຈີນໃຫ້ບູລິມະສິດໃນການກໍ່ສ້າງມະຫາ ວິທະ ຍາໄລ 100 ແຫ່ງໃນສະຕະວັດທີ XXI, ໂຄງການ985ເຊິ່ງເປັນໂຄງການສ້າງ ນະວັດຕະກໍາໃນສາຂາວິຊາດ້ວຍທ່າແຮງຂອງຕົນ, ໂຄງການ “ສອງຊັ້ນໜຶ່ງ” ທີ່ໄດ້ຮັບການຈັດ ເຂົ້າບັນຊີເປັນງວດທີໜຶ່ງ ເຊິ່ງເປັນໂຄງການສ້າງມະຫາວິທະຍາໄລຊັ້ນໜຶ່ງແລະສາຂາວິຊາຊັ້ນ ໜຶ່ງໃນໂລກ.

ມພຕປ ເປັນມະຫາວິທະຍາໄລພາສາຕ່າງປະເທດແຫ່ງທໍາອິດ ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍພັກກອມມູນິດຈີນ, ໄດ້ສືບທອດມາຈາກກອງໃຫຍ່ພາສາຣັດເຊຍວິທະຍາເຂດສາມຂອງມະ ຫາວິທະຍາໄລການເມືອງແລະການທະຫານຕໍ່ຕ້ານຍີ່ປຸ່ນຂອງຈີນທີ່ສ້າງຕັ້ງຂຶ້ນໃນປີ1941ຕໍ່ມາ ພັດທະນາເປັນໂຮງຮຽນພາສາຕ່າງປະເທດແຢນອານ(Yanan) ທີ່ຂຶ້ນກັບສູນກາງພັກ.ຕໍ່ມາ ໃນ ປີ 1949, ຫລັງຈາກສ.ປ.ຈີນໄດ້ຮັບການສະຖາປະນາຂຶ້ນແລ້ວ ກໍຂຶ້ນກັບກະຊວງການຕ່າງປະ ເທດ, ປີ 1954 ໄດ້ປ່ຽນຊື່ເປັນວິທະຍາໄລພາສາຕ່າງປະເທດປັກກິ່ງ,ປີ 1959 ໄດ້ລວມຕົວເຂົ້າ ກັບສະຖາບັນພາສາຣັດເຊຍປັກກິ່ງ ແລ້ວກາຍເປັນວິທະຍາໄລພາສາຕ່າງປະເທດປັກກິ່ງແຫ່ງ ໃໝ່, ໃນປີ1980,ໄດ້ຂຶ້ນກັບກະຊວງສຶກສາທິການໂດຍກົງ. ເມື່ອຮອດປີ 1994 ໄດ້ປ່ຽນຊື່ມາ ເປັນມະຫາວິທະ ຍາໄລພາສາຕ່າງປະເທດປັກກິ່ງຢ່າງເປັນທາງການ.

ມພຕປ ໄດ້ຮັບອະນຸຍາດເປີດສອນ 101 ພາສາຕ່າງປະເທດ, ຄະນະວິຊາພາສາເອີຣົບ ແລະຄະນະວິຊາພາສາອາຊີ - ອາຟຣິກາ ເປັນແຫຼ່ງພື້ນຖານທີ່ໃຫຍ່ທີ່ສຸດໃນປະຈຸບັນໃນການສິດ ສອນພາສາທີ່ບໍ່ຄ່ອຍໃຊ້ຢ່າງກວ້າງຂວາງໃນປະເທດຈີນ, ເປັນໂຄງການງວດທີໜຶ່ງ ຂອງການ ກໍ່ສ້າງສາຂາວິຊາທີ່ມີເອກະລັກສະເພາະຂອງກະຊວງສຶກສາທິການ.  ມພຕປ ໄດ້ສ້າງຮູບແບບ ທີ່ຖືເອົາການຮຽນການສອນຫຼັກສູດພາສາ-ວັນນະຄະດີພາສາຕ່າງປະເທດເປັນຫຼັກ ໂດຍມີຫຼາຍ ຫຼັກສູດພັດທະນາໄປພ້ອມກັນ ເຊັ່ນ: ວັດທະນະທໍາ, ນິຕິສາດ, ເສດຖະເສດແລະການຄຸ້ມຄອງ ບໍລິຫານ.  ໂດຍຈັດຕາມລໍາດັບຂອງເວລາໃນການສ້າງພາສາ, ມພຕປ ໄດ້ເປີດສອນພາສາ ຕ່າງປະເທດດັ່ງລຸ່ມນີ້: ພາສາລັດເຊຍ, ອັງກິດ, ຝຣັ່ງ, ເຢຍລະມັນ, ແອັດສະປາຍ, ໂປໂລຍ, ເຊັກ, ໂຣມານີ, ຍີ່ປຸ່ນ, ອາຣັບ, ກຳປູເຈຍ, ລາວ, ສິລັງກາ, ມາເລເຊຍ, ຊູແອດ , ປອກຕຸຍການ, ຮົງກາຣີ, ອານບານີ, ບຸນກາລີ, ສະວາຮິລີ (Swahili), ມຽນມາ, ອິນໂດເນເຊຍ, ອີຕາລີ, ກຣົວຊີ, ເຊີເບຍ, ຮາວສາ(Hausa), ຫວຽດນາມ, ໄທ, ຕວັກກີ, ເກົາຫຼີ, ສະໂລວາກີ, ແຟງລັງ, ອູແກຣນ, ໂຮນລັງ, ນອກແວ, ອິດສະລັງ, ດານມາກ, ເກຣັກ, ຟີລິບປິນ, ຮິນດີ(Hindi), ອູຣດູ (Urdu), ຢິວ, ເປີເຊຍ(Persian), ສະໂລເວນີ, ແອັດສະໂຕນີ, ລັດເວຍ, ລັດຕົວນີ, ອຽກລັງ, ມານຕາ, ບັງກລາ ເທດ, ກາຊັກສະຖານ, ອຸດສະເບກິດສະຖານ, ລາຕິນ(Latin), ສູລູ(Zulu), ກຽກກິດ ສະຖານ, ພາສຕູ(Pashtu), ສັນສະກິດ, ປາລີ, ອາມຮາຣິກ(Amharic), ເນປານ, ໂຊມາລີ, ທາມິນ(Tamil), ຕວັກເມນິດສະຖານ, ກາຕາລານ (Català), ໂຢຣູບາ(Yoruba), ມົງໂກນ, ອາກເມນີ, ມາດາກາ ສະກາ, ຊອກຊີ, ອາແຊກໄບຊານ, ອາຟຣິການ (Afrikaans), ມາເຊໂດນີ, ຕັດຈີກິດສະຖານ, ຈືວານາ(Tswana), ເອີນດເປເລ(Ndebele), ໂກມໍ, ເກຣໂອເລ(Creole) , ໂສນາ(Shona), ທິກຣິນ ຢາ(Tigrinya), ເບລາຣຸດຊີ, ມາວຣີ(Maori), ທານການ(Tangan), ຊາມົວ, ກູດີສ(Kurdish), ບິສລາ ມາ(Bislama), ດາຣີ(Dari), ເທທູມ(Tetum), ດີເວຮີ(Dhivehi), ຟິຈີ, ມາວຣີກູກໄອແລນ(Cook Islands Maori), ກິຣຸນດີ(Kirundi), ລຸກຊໍາບວກ, ຣຸວັນດາ, ນີອູ, ທົກພິສິນ (Tok Pisin), ເຈວາ (Chewa), ເຊໂຊໂທ (Sesotho), ສານໂກ (Sango), ທາມາຊິກ (Tamazight), ຈາວາ(Javanese) ແລະ ພຸນຈາບີ(Punjabi). ມພຕປ ໄດ້ຍຶດໝັ້ນໃນຈິດໃຈຂອງແຢນອານ ແລະ ຍຶດໝັ້ນໃນການບໍລິ ການຍຸດທະສາດແຫ່ງຊາດ, ປະຈຸບັນນີ້ ໄດ້ເປີດພາສາທາງການຂອງປະເທດ ທີ່ຈີນໄດ້ສ້າງຕັ້ງ ສາຍພົວພັນທາງການທູດ.

ປະຈຸບັນນີ້ ມພຕປ ໄດ້ສ້າງ 33 ຄະນະວິຊາແລະສະຖາບັນສໍາລັບການສຶກສາແລະ ການ ຄົ້ນຄວ້າ. ໃນຊຸມປີທີ່ຜ່ານມາ, ມພຕປ ໄດ້ສ້າງຕັ້ງສະຖາບັນນັກສຶກສາປະລິນຍາໂທສາກົນ ໂດຍ ຮ່ວມມືກັບມະຫາວິທະຍາໄລ Nottingham ຂອງປະເທດອັງກິດ, ໄດ້ສ້າງຕັ້ງສະຖາບັນການຄົ້ນ ຄວ້າຈໍານວນໜຶ່ງທີ່ມີເອກະລັກສະເພາະຂອງຕົນຢ່າງເປັນລໍາດັບ ເຊັ່ນ ສະຖາບັນຊັ້ນສູງ ສໍາລັບ ຄົ້ນຄວ້າພາສາ, ສະຖາບັນຊັ້ນສູງໃນການຄົ້ນຄວ້າວັນນະຄະດີຕ່າງປະເທດ, ສະຖາບັນຊັ້ນສູງ ສໍາລັບຄົ້ນຄວ້າພາກພື້ນແລະທົ່ວໂລກ, ສະຖາບັນຊັ້ນສູງໃນການປຽບທຽບອະລິຍະທໍາແລະການ ແລກປ່ຽນວັດທະນະທໍາມະນຸດ ແລະ ສະຖາບັນອື່ນໆ. ມພຕປ ຍັງໄດ້ສຸມກໍາລັງໃນການຊຸກຍູ້ ການປະຕິຮູບຢ່າງແຂງແຮງຮູບແບບການບໍາລຸງສ້າງບຸກຄະລາກອນ ແລະໄດ້ສ້າງຕັ້ງສະຖາບັນ ເປີຍວ້າຍ(Beiwai), ສະຖາບັນອົງການຈັດຕັ້ງສາກົນແລະສະຖາບັນການສຶກສາສາກົນ, ໄດ້ ແຍກສະຖາບັນອາຊີ-ອາຟຣິກາອອກເປັນສະຖາບັນອາຊີ ແລະສະຖາບັນອາຟຣິກາ. ມພຕປ ມີ ແຫຼ່ງພື້ນຖານຄົ້ນຄວ້າທີ່ສຳຄັນດ້ານມະນຸດສາດ ແລະ ວິທະຍາສາດສັງຄົມຂອງກະຊວງສຶກສາ: ສູນຄົ້ນຄວ້າການສຶກສາພາສາຕ່າງປະເທດຈີນ; ສູນຄົ້ນຄວ້າວິທະຍາສາດທີ່ຂຶ້ນກັບຄະນະກໍາມະ ການພາສາແຫ່ງຊາດ: ສູນຄົ້ນຄວ້າພັດທະນາຄວາມສາມາດດ້ານພາສາແຫ່ງຊາດ. ມີ 4 ແຫຼ່ງ ພື້ນຖານສໍາລັບການຄົ້ນຄວ້າພາກພື້ນແລະປະເທດທີ່ຂຶ້ນກັບກະຊວງສຶກສາທິການ (ສູນຄົ້ນຄວ້າ ເອີຣົບກາງແລະເອີຣົບຕາເວັນອອກ, ສູນຄົ້ນຄວ້າຍີ່ປຸ່ນ, ສູນຄົ້ນຄວ້າອັງກິດ, ສູນຄົ້ນຄວ້າການາ ດາ) ແລະ ມີ 37 ສູນຄົ້ນຄວ້າພາກພື້ນແລະປະເທດທີ່ໄດ້ລົງບັນທຶກຢູ່ກະຊວງສຶກສາທິການ. 3 ສູນຄົ້ນຄວ້າການແລກປ່ຽນວັດທະນະທໍາມະນຸດທີ່ຂຶ້ນກັບກະຊວງສຶກສາທິການ ຄື ສູນຄົ້ນຄວ້າ ການແລກປ່ຽນວັດທະນະທໍາມະນຸດ ຈີນ - ອິນໂດເນເຊຍ, ສູນຄົ້ນຄວ້າການແລກປ່ຽນວັດທະ ນະ ທໍາມະນຸດຈີນ - ຝຣັ່ງ, ສູນຄົ້ນຄວ້າການແລກປ່ຽນວັດທະນະທໍາມະນຸດ ຈີນ - ເຢຍລະມັນ.  ໂຮງຮຽນໄດ້ສ້າງມີ ສິ່ງພິມ CSSCI 4 ປະເພດ ຄື: ການສອນແລະການຄົ້ນຄວ້າພາສາຕ່າງ ປະເທດ, ວັນນະຄະດີຕ່າງປະເທດ, ເວທີສໍາມະນາບັນຫາສາກົນ, ການຄົ້ນຄວ້າຈີນໃນສາກົນ ; ມີສິ່ງພິມ CSSCI ສະບັບຂະຫຍາຍ 1 ປະເພດ ຄື ການຄົ້ນຄວ້າການສຶກສາພາສາຕ່າງປະເທດ ; ໄດ້ຈັດພິມວາລະສານຕ່າງໆເຊັ່ນການຮຽນການສອນພາສາລັດເຊຍຂອງຈີນ,ການປະຍຸກໃຊ້ພາສາສາດຂອງຈີນ(ສະບັບພາສາອັງກິດ), ການສຶກສາພາສາຈີນໃນສາກົນ, ການຮຽນພາສາອັງ ກິດ, ການຄົ້ນຄວ້າວັດທະນະທໍາມະນຸດສະບັບພາສາເຢຍລະມັນ, ການສຶກສາປະເທດ ແລະ ພາກພື້ນທີ່ໃຊ້ພາສາຝຣັ່ງ, ການພັດທະນາພາກພື້ນແລະທົ່ວໂລກ ແລະສິ່ງພິມອື່ນໆ.  ມພຕປ ມີແຫຼ່ງພື້ນຖານການພິມເຜີຍແຜ່ທີ່ໃຫຍ່ທີ່ສຸດໃນທົ່ວປະເທດສຳລັບປຶ້ມພາສາຕ່າງປະເທດ,ເຄື່ອງສຽງແລະເຄື່ອງເອເລັກໂຕນິກ ຄື ສໍານັກພິມຈໍາໜ່າຍປຶ້ມການສອນ ແລະ ການຄົ້ນຄວ້າພາສາ ຕ່າງປະເທດ.

ມພຕປ ໄດ້ເປີດ 121 ສາຂາວິຊາປະລິນຍາຕີ, ໃນນັ້ນມີ 44 ສາຂາວິຊາແມ່ນໄດ້ເປີດຢູ່ ມພຕປ ແຫ່ງດຽວໃນທົ່ວປະເທດ.  ມພຕປ ມີ 4 ຫຼັກສູດ ທີ່ເປັນຫຼັກສູດລະດັບຊາດແລະ 7 ຫລັກ ສູດລະດັບນະຄອນປັກກິ່ງ.  ມີ 2 ຫຼັກສູດຊັ້ນໜຶ່ງສໍາລັບປະລິນຍາເອກ (ພາສາ ແລະວັນນະ ຄະດີຕ່າງປະເທດ, ວິທະຍາສາດການບໍລິຫານແລະວິສະວະກຳສາດ); ມີ 11 ຫຼັກສູດຊັ້ນໜຶ່ງ ສໍາລັບປະລິນຍາໂທລະບົບວິຊາການ (ນິຕິສາດ, ລັດຖະສາດ, ທິດສະດີມາກ, ເສດຖະສາດ ປະຍຸກໃຊ້, ພາສາແລະວັນນະຄະດີຈີນ, ພາສາແລະວັນນະຄະດີຕ່າງປະເທດ, ຂ່າວແລະ ການສື່ ສານ, ວິທະຍາສາດການບໍລິຫານແລະວິສະວະກຳສາດ, ການຄຸ້ມຄອງບໍລິຫານອຸດສາຫະກໍາ ແລະການຄ້າ, ສຶກສາສາດ, ປະຫວັດສາດໂລກ); ມີ 8 ຫຼັກສູດສໍາລັບປະລິນຍາໂທ (ການເງິນ, ທຸລະກິດສາກົນ, ການສຶກສາພາສາຈີນໃນສາກົນ, ການແປ, ຂ່າວແລະການສື່ສານ, ກົດໝາຍ, ບັນຊີ, ປະລິນຍາໂທບໍລິຫານອຸດສາຫະກໍາ-ການຄ້າ) ເຊິ່ງໄດ້ກວມເອົາ  6 ສາຂາວິຊາໃຫຍ່ ຄື ວັນນະຄະດີ, ເສດຖະສາດ, ການບໍລິຫານວິທະຍາ, ນິຕິສາດ, ສຶກສາສາດແລະປະຫວັດສາດ.  ໃນການປະເມີນຫຼັກສູດລະດັບຊາດຮອບທີ 4 ໃນ ປີ 2017, ຫຼັກສູດຊັ້ນໜຶ່ງຄືພາສາແລະວັນ ນະຄະດີຕ່າງປະເທດ ໄດ້ຖືກຈັດອັນດັບ A+ ເຊິ່ງເປັນອັນດັບທີໜຶ່ງໃນທົ່ວປະເທດ. ປີ 2018, ໃນການປະກາດຜົນ "ການຈັດອັນດັບຫຼັກສູດຂອງມະຫາວິທະຍາໄລໃນທົ່ວໂລກ QS ", ມພຕປ ໄດ້ມີສອງຫຼັກສູດຄື ພາສາສາດ ແລະພາສາທັນສະໄໝ ໄດ້ຮັບການຈົດອີກຄັ້ງໜຶ່ງເຂົ້າໃນບັນຊີ 100 ອັນດັບນໍາໜ້າຂອງໂລກເຊິ່ງ ມພຕປ ແມ່ນຢູ່ອັນດັບໜຶ່ງໃນບັນດາມະຫາວິທະຍາໄລ ປະ ເພດດຽວກັນໃນປະເທດຈີນ.  ປະຈຸບັນນີ້ ມພຕປ ມີນັກສຶກສາລະດັບປະລິນຍາຕີ 5,600 ຄົນ, ນັກສຶກສາປະລິນຍາໂທແລະເອກ 3,100 ຄົນແລະມີນັກສຶກສາຕ່າງປະເທດ 1,600 ຄົນ.

ມພຕປ ເອົາໃຈໃສ່ການບໍາລຸງສ້າງບຸກຄະລາກອນທີ່ມີຫົວຄິດປະດິດສ້າງໃໝ່ ແລະຍົກລະ ດັບຖັນແຖວຄູອາຈາກຢ່າງຮອບດ້ານ. ປະຈຸບັນນີ້, ມພຕປ ມີພະນັກງານແລະຄູອາຈານໃນລະ ບົບຫຼາຍກວ່າ 1200 ຄົນ, ນອກຈານນັ້ນ ຍັງມີຄູອາຈານຕ່າງປະເທດ 200 ກວ່າຄົນຈາກ 60 ປະເທດແລະເຂດແຄວ້ນ. ໂຮງຮຽນມີຜູ້ຊ່ຽວຊານໄວໜຸ່ມ ແລະໄວກາງຄົນ ທີ່ໄດ້ປະກອບສ່ວນ ທີ່ດີເດັ່ນໃນລະດັບຊາດ, ມີອາຈານທີ່ເປັນຜູ້ນໍາພາໃນຂົງເຂດວິທະຍາສາດສັງຄົມປັດຊະຍາຂອງ  "ແຜນການ 10,000 ຄົນ" ແຫ່ງຊາດ, ມີອາຈານ ທີ່ມີຊື່ສຽງໂດ່ງດັງດ້ານການສິດສອນຂອງ “ແຜນການ 10,000 ຄົນ" ແຫ່ງຊາດ, ມີອາຈານບັນຍາຍຂອງ “ນັກປາດຊາງຈ່ຽງ(Changjiang Scholar), ມີຄູອາຈານທີ່ມີລະດັບສູງຂອງໂຄງການລະດັບຊາດ ເຊັ່ນ ໂຄງການບຸກຄະລາກອນ ເປັນລ້ານເປັນໂກດແຫ່ງຊາດ, “ນັກປາດຊາງຈ່ຽງ” ຊາວໜຸ່ມ ເປັນຕົ້ນ. ຈໍານວນຄູອາຈານຜູ້ມີ ປະສົບການໃນການຮໍ່າຮຽນຢູ່ຕ່າງປະເທດມີຫຼາຍກ່ວາ 90%.  ທີມຄູອາຈານຈາກ ສູນຄົ້ນຄວ້າ ພາສາຕ່າງປະເທດ ແລະການສຶກສາຈີນໄດ້ຖືກຄັດເລືອກເປັນ "ທິມຄູອາຈານແບບອາຈານທ່ານ ຮວງຕ້ານຽນຂອງວິທະຍາໄລທົ່ວປະເທດ".

ມພຕປ ຍຶດໝັ້ນແນວຄິດຂອງການສ້າງສາມະຫາວິທະຍາໄລທີ່ນໍາໜ້າໃນລະດັບສູງ ແລະ ມີວິໄສທັດສາກົນເຊິ່ງໄດ້ດໍາເນີນການແລກປ່ຽນກັບ 313 ມະຫາວິທະຍາໄລແລະສະຖາບັນວິຊາ ການຂອງ 91 ປະເທດແລະເຂດແຄວ້ນໃນໂລກ, ໄດ້ສ້າງສາຍພົວພັນການຮ່ວມມືກັບມະຫາວິ ທະຍາໄລຕ່າງປະເທດທີ່ຊື່ສຽງໂດ່ງດັງໃນໂລກ ເປັນຈໍານວນຫຼວງຫຼາຍ ເຊັ່ນ ມ. Nottingham ອັງ ກິດ, ສະຖາບັນອາຊີ-ອາຟຣິກາ ມ. ລອນດອນ ອັງກິດ, ວິທະຍາໄລພາສາ ແລະວັດທະນະທໍາ ບົວລະພາແຫ່ງຊາດຝຣັ່ງ, ມ.ພາສາແຫ່ງຊາດໂມສໂກລັດເຊຍ, ມ. Göttingen ເຢຍລະມັນ, ມ. ໂຣມອີຕາລີ, ມ. Eötvös Loránd ຮົງກາລີ , ມ. Jagiellonian ໂປໂລຍ. ມພຕປ ຍັງສ້າງຕັ້ງ ສະຖາບັນຂົງຈື 23 ແຫ່ງຢູ່ມະຫາວິທະຍາໄລຕ່າງປະເທດ ທີ່ຕັ້ງຢູ່ 18 ປະເທດໃນທະວີອາຊີ ເອີ ຣົບ ອາເມຣິກາ ເຊິ່ງໄດ້ຈັດໃນອັນດັບໜຶ່ງໃນທົ່ວປະເທດ. ສະຖາບັນຂົງຈື ທີ່ມພຕປ ໄດ້ສ້າງຕັ້ງ ຂຶ້ນຢູ່ມະຫາວິທະຍາໄລຕ່າງປະເທດນັ້ນ ລວມທັງ ສະຖາບັນຂົງຈື Nürnberg-Erlangen ເຢຍລະ ມັນ; ສະຖາບັນຂົງຈືຢູ່ນະຄອນບຣຸດແຊນ (Brussels) ປະເທດແບນຊິກ; ສະຖາບັນຂົງຈືຢູ່ມະ ຫາວິທະຍາໄລ ວຽນນາ ໂອຕຣິດ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລໂຣມອີຕາລີ;  ສະຖາບັນ ຂົງຈືຢູ່ Krakow ໂປໂລຍ; ສະຖາບັນຂົງຈືຢູ່ Liege ປະເທດແບນຊິກ; ສະຖາບັນຂົງຈືຢູ່ Düesse- ldorf ເຢຍລະມັນ; ສະຖາບັນຂົງຈືຢູ່ ມະຫາວິທະຍາໄລ Eötvös Loránd ຮົງກາລີ; ສະຖາບັນຂົງ ຈືຢູ່ Sofia ບຸນກາລີ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Palacky ເຊັກ; ສະຖາບັນຂົງຈືຢູ່ມະຫາ ວິທະຍາໄລ Munich ເຢຍລະມັນ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລມາລາຢາ (Malaya) ມາເລ ເຊຍ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລຕ່າງປະເທດ ສ.ເກົາຫຼີ; ສະຖາບັນຂົງຈືຢູ່ Barcelona ແອັດສະປາຍ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລພາສາແຫ່ງຊາດໂມສໂກລັດເຊຍ; ສະຖາບັນ ຂົງຈືຢູ່ມະຫາວິທະຍາໄລ Zayed ເອເມຣັດອາຣັບ; ສະຖາບັນຂົງຈືຢູ່ລອນດອນ ອັງກິດ; ສະຖາ ບັນຂົງຈືຢູ່ມະຫາວິທະຍາໄລ Tirana ອານບານີ; ສະຖາບັນຂົງຈືຢູ່ມະຫາ ວິທະຍາໄລ Göttingen ເຢຍລະມັນ; ສະຖາບັນຂົງຈືຢູ່ມະຫາວິທະຍາໄລ Oxford Brooksປະເທດອັງກິດ; ສະຖາບັນຂົງຈື ຢູ່ມະຫາວິທະຍາໄລ ໂກລົມໂບ ສີລັງກາ; ສະຖາບັນຂົງຈືການຄ້າຢູ່ ວິທະຍາໄລການຄ້າຊັ້ນສູງ ເອີຣົບESCP ຝຣັ່ງ ແລະ ຫ້ອງຮຽນຂົງຈືຢູ່ໂຮງຮຽນ Maryknoll Hawaii ສະຫະລັດອາເມຣິກາ.

ຫໍສະໝຸດຂອງ ມພຕປ ໄດ້ເກັບຮັກສາປຶ້ມພາສາຈີນແລະຕ່າງປະເທດ 1,45 ລ້ານກວ່າ ເຫຼັ້ປຶ້ມເອເລັກໂຕຣນິກພາສາຈີນແລະຕ່າງປະເທດ 2,22 ລ້ານກວ່າເຫຼັ້ມີໜັງສືພິມວາລະ ສານພາສາຈີນແລະຕ່າງປະເທດ1123 ຊະນິດມີສາງຂໍ້ມູນພາສາຈີນແລະຕ່າງປະເທດ 97 ຫ້ອງປະກອບເປັນຈຸດພິເສດຂອງການເກັບຮັກສາຂໍ້ມູນ ຄື ຖືເອົາການເກັບຮັກສາຂໍ້ມູນດ້ານ ພາສາ, ວັນນະຄະດີ, ວັດທະນະທໍາເປັນຕົ້ນຕໍ. ໃນຊຸມປີທີ່ຜ່ານມາ, ຄຽງຄູ່ກັບຄວາມຈະເລີນກ້າວ ໜ້າ ຂອງມະຫາວິທະຍາໄລ ຫໍສະໝຸດກໍໄດ້ມີການເກັບຮັກສາປຶ້ມວິຊາອື່ນໆຕື່ມອີກ ເຊັ່ນປຶ້ມ ວິຊາການເມືອງ, ກົດາຍ, ການທູດ, ເສດຖະກິດ, ຂ່າວສານ, ການບໍລິຫານ ເປັນຕົ້ນ. ມພຕປ ໄດ້ສ້າງຄວາມເຂັ້ມແຂງ ໃນການກໍ່ສ້າງຂໍ້ມູນຂ່າວສານຢ່າງຕໍ່ເນື່ອງ, ສ້າງໂຄງປະກອບຂໍ້ມູນ ຂ່າວສານເປີດປະຕູ, ເຊື່ອມຕໍ່ກັນ, ໃຊ້ສະຕິປັນຍາ, ມີນະວັດຕະກຳ ແລະການເຊື່ອມໂຍງ, ແລະໄດ້ພັດທະນາຜົນສຳເລັດທີ່ພົ້ນເດັ່ນຫຼາຍປະການ ເຊິ່ງຖືເອົາການສ້າງເວບໄຊຫຼາຍພາສາ, ມພຕປ ທີ່ໃຊ້ຕົວເລກ(ຕີຈີຕອນ) ແລະເວທີຊອບແວສູນຂໍ້ມູນ ເປັນຕົວແທນ.  ໃນນັ້ນ, ໂຄງ ການເວບໄຊຫຼາຍພາສາໄດ້ຖືກນໍາສະເໜີມາໃນປີ 2015 ເຊິ່ງມີ 50 ພາສາຕ່າງປະເທດ.  ປີ 2018, ໄດ້ຮັບການຈົດເຂົ້າບັນຊີມະຫາວິທະຍາໄລຂອງການທົດລອງການປະຕິບັດງານທີ່ກໍ່ສ້າງ ຖັນແຖວຄູອາຈານດ້ວຍປັນຍາປະດິດຂອງກະຊວງສຶກສາທິການ.

ໃນຂະບວນການກໍ່ສ້າງມະຫາວິທະຍາໄລໃນໄລຍະຍາວນັ້ນ, ມພຕປ ໄດ້ສົມທົບຢ່າງແໜ້ນ ແຟ້ນກັບຄວາມຕ້ອງການຂອງການພັດທະນາຍຸດທະສາດແຫ່ງຊາດ, ໄດ້ມີແນວຄິດຂອງການ ສ້າງ ສາມະຫາວິທະຍາໄລຂອງຕົນ ແລະຖືເອົາການ “ຮັບເອົາສິ່ງທີ່ຄືກັນແລະຕ່າງກັນ, ຮຽນໃຫ້ ຫຼາຍແລະມຸ່ງໝັ້ນປະຕິບັດ ” ເປັນຄໍາຂວັນຂອງມະຫາວິທະຍາໄລ. ມພຕປ ໄດ້ກາຍເປັນແຫຼ່ງ ພື້ນຖານອັນສຳຄັນໃນການບຳລຸງສ້າງບຸກຄະລາກອນທີ່ມີຄຸນທາດສູງທາງດ້ານການຕ່າງປະເທດ, ການແປພາສາ, ການສຶກສາ, ເສດຖະກິດການຄ້າ,ຂ່າວສານ, ກົດຫມາຍ, ການເງິນເປັນຕົ້ນ. ນັກສຶກສາທີ່ຈົບຈາກ ມພຕປ ເປັນຈໍານວນຫຼວງຫຼາຍ ໄດ້ປະກອບການໃນຂົງເຂດຕ່າງໆ ທັງ ພາຍໃນແລະຕ່າງ ປະ ເທດ, ໄດ້ສ້າງຜົນງານອັນດີເດັ່ນ, ກາຍເປັນພະນັກງານຫົວຈັກຫຼັກແຫຼ່ງ, ເປັນ ບຸກຄະລາກອນທີ່ສໍາຄັນຂອງສັງຄົມ. ຕາມສະຖິຕິທີ່ບໍ່ຄົບຖ້ວນ, ໃນຈຳນວນນັກສຶກສາ ທີ່ ຈົບຈາກ ມພຕປ ນັ້ນ, ໄດ້ມີ 400 ກວ່າທ່ານ ໄດ້ດຳລົງຕຳແໜ່ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແລະມີ 2000 ກວ່າທ່ານເປັນ ທີ່ປຶກສາຂອງສະຖານທູດ ສ.ປ.ຈີນ ທີ່ປະຈຳຢູ່ ປະເທດຕ່າງໆໃນໂລກ, ດັ່ງນັ້ນ ມພຕປ ຈຶ່ງໄດ້ຮັບສົມຍານາມວ່າ ແຫຼ່ງນັກການທູດຂອງ ສ.ປ. ຈີນ.

ໃນສະເພາະໜ້ານີ້,  ມພຕປ ກໍາລັງຜັນຂະຫຍາຍດໍາເນີນການປະຕິບັດຢ່າງຮອບດ້ານ ແນວຄິດ ສັງຄົມ ນິຍົມທີ່ມີເອກະລັກສະເພາະຂອງຈີນໃນຍຸກໃໝ່ ຂອງ ທ່ານ ສີຈິ້ນຜິງ ແລະ ມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ XIX ເພື່ອສົ່ງເສີມ ມູນເຊື້ອ, ສະແຫວງຫາຄວາມດີເລີດ, ພະຍາຍາມເພື່ອຄວາມເປັນເລີດ, ຊຸກຍູ້ໂຮງຮຽນພັດທະນາ ຢ່າງໝັ້ນທ່ຽງແລະວ່ອງໄວ, ມຸ່ງໝັ້ນບໍາລຸງສ້າງບຸກຄະລາກອນທີ່ປະເທດຊາດຕ້ອງການ ແລະເ ປັນຜູ້ທີ່ມີຄວາມຮັບຜິດຊອບທາງສັງຄົມ, ມີຫົວຄິດປະດິດສ້າງໃໝ່ ແລະ ມີຄວາມສາມາດປະຕິ ບັດໃນຕົວຈິງ, ມີຈິດໃຈຮັກຊາດ, ມີວິໄສທັດສາກົນ, ມີຄວາມສາມາດ ໃນການວິເຄາະບັນຫາ ດ້ວຍປັດຊະຍາ ທັງຮູ້ໄດ້ຫຼາຍພາສາ ເລັ່ງລັດການກໍ່ສ້າງມະຫາວິທະຍາໄລຂອງຕົນໃຫ້ກາຍ ເປັນມະຫາວິທະຍາໄລພາສາຕ່າງປະເທດຊັ້ນໜຶ່ງໃນໂລກ.

(ດັດແປງໃໝ່ໃນວັນທີ 23 ກັນຍາ 2019)




ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC