BEIJING FOREIGN

STUDIES UNIVERSITY

ຫໍສະຫມຸດ

LIBRARY

2019年04月16日


1 (3)

ຫໍສະຫມຸດ ມພຕປ ມີເນື້ອທີ່ການກໍ່ສ້າງ23.000 ຕາແມັດ,ອາຄານສູງຫົກຊັ້ນ ແມ່ນອາຄານຫລັງຫນຶ່ງທີ່ເປັນສັນຍາລັກຂອງ ມພຕປ: ການປະດັບຕົບແຕ່ງຝາມູມດ້ານນອກຂອງປະຕູໃຫຍ່ຫໍສະຫມຸດປະກອບມີ 55 ພາສາ;ເຊິ່ງສະທ້ອນໃຫ້ເຫັນວິໄສທັດສາກົນ ແລະ ຈຸດພິເສດດ້ານວັດທະນະທໍາຂອງ ມພຕປ; ແສງອາທິດທີ່ສ່ອງລົງມາກະທົບກັບຫລັງຄາຫ້ອງໂຖງໃຫຍ່ທີ່ຕິດໂຕຫນັງສືທີ່ເຮັດດ້ວຍແກ້ວຕິດຢູ່ເຮັດໃຫ້ເກີດມີຄວາມຮູ້ອັນກວ້າງຂວາງຂຶ້ນ; ການຈັດກອງຕໍາລາລວມທີ່ມີການວາງໃນຮູບແບບຂຶ້ນ-ລົງຄືຫນ່ວຍພູໃນຫ້ອງໂຖງໃຫຍ່ ສະແດງເຖິງຄວາມໝາຍທາງວັດທະນະທຳ ຄື ຄວາມດຸໝັ່ນພາກພຽນເປັນເສັ້ນທາງໄປສູ່ຄວາມຮູ້.

ການຕົບແຕ່ງທີ່ມີຊີວິດຊີວາ,ການຈັດວາງແບບກວ້າງຂວາງນັ້ນ ສະແດງໃຫ້ເຫັນເຖິງ ແນວຄວາມຄິດ ອັນເປີດ ປະຕູໃຫ້ກວ້າງໃນການກໍ່ສ້າງຫໍສະຫມຸດທີ່ທັນສະໄໝແລະໃຫ້ມີຄວາມກົມກຽມກັນລະຫວ່າງຄົນກັບປຶ້ມຕຳລາ.

_MG_6879 副本

ຫໍສະຫມຸດໄດ້ເກັບຮັກສາປຶ້ມພາສາຈີນແລະຕ່າງປະເທດ 1.264.000 ກວ່າເຫລັ້ມ,ປຶ້ມເອເລັກໂຕຣນິກ482.000ກວ່າເຫລັ້ມ,ຫນັງສືພີມວາລະສານພາສາຈີນແລະຕ່າງປະເທດ1174 ຊະນິດ,ສາງຂໍ້ມູນພາສາຈີນແລະຕ່າງປະເທດ 56 ຫ້ອງ,ປະກອບເປັນຈຸດພິເສດຂອງການເກັບຮັກສາຂໍ້ມູນ ຄື ຖືເອົາການເກັບຮັກສາຂໍ້ມູນດ້ານພາສາ,ວັນນະຄະດີ,ວັດທະນະທໍາເປັນຕົ້ນຕໍ. ຄຽງຄູ່ກັບຄວາມຈະເລີນກ້າວຫນ້າຂອງມະຫາວິທະຍາໄລ,ໃນຊຸມປີທີ່ຜ່ານມາ,ທາງຫໍສະໝຸດກໍໄດ້ມີການເກັບຮັກສາປຶ້ມວິຊາອື່ນໆຕື່ມອີກ ເຊັ່ນປຶ້ມວິຊາກົດຫມາຍ,ການທູດ,ເສດຖະກິດ,ຂ່າວສານ,ການບໍລິຫານເປັນຕົ້ນ.

_MG_6921 副本

ຫໍສະຫມຸດມີ 2000 ກົ່ວບ່ອນນັ່ງ, ຫ້ອງອ່ານຫນັງສື 18 ຫ້ອງ. ນອກຈາກນັ້ນຍັງມີຫ້ອງປະຊຸມ ,ຫ້ອງປຶກສາວິຊາການ, ຫ້ອງສໍາມະນາ ແລະຫ້ອງອື່ນໆ.ຫໍສະໝຸດຍັງສະຫນອງຫ້ອງວາງສະແດງ,ຮ້ານກາເຟແລະອື່ນໆເພື່ອພັກຜ່ອນຢ່ອນອາລົມແລະຈັດກິດຈະກຳວັດທະນະທຳເປັນຕົ້ນ.ນັກສຶກສາບໍ່ພຽງແຕ່ໄດ້ຮັບຄວາມຮູ້ເທົ່ານັ້ນ ຍັງສາມາດປະກອບຄຳຄິດເຫັນ ແລກປ່ຽນແນວຄິດນຳກັນ,ເຊິ່ງສະທ້ອນໃຫ້ເຫັນເຖິງແນວຄິດຂອງການສະຫນອງການບໍລິການໃຫ້ແກ່ນັກອ່ານຢ່າງສຸດອົກສຸດໃຈ. ຫໍສະຫມຸດເປີດປ່ອງຢ້ຽມການສົ່ງປຶ້ມຄືນຕະຫຼອດ24ຊົ່ວໂມງ,ສະຫນອງອຸປະກອນການຢືມ—ສົ່ງປຶ້ມ,ການປຣີ້ນ,ສໍາເນົາ,ສະແກນເອກະສານ ແລະ ການບໍລິການຕ່າງໆ,ແລະຕິດລະບົບການເຜີຍແຜ່ຂໍ້ມູນທີ່ສາມາດເຫັນໄດ້ທຸກບ່ອນ.

ອຸປະກອນຫລາຍຢ່າງຫລາຍສື່ຊ່ອງທາງໃນການຮຽນ, ບໍ່ພຽງແຕ່ສະຫນອງສະພາບແວດລ້ອມໃຫ້ນັກອ່ານໄດ້ສໍາຜັດເຖິງບັນຍາກາດຂອງການອ່ານປຶ້ມ,ຍັງປຸກໃຫ້ນັກອ່ານໄດ້ມີແນວຄິດສ້າງສັນ. ການບໍລິຫານທຸກແງ່ມູມຂອງຫໍສະມຸດແມ່ນນໍາໃຊ້ສະຕິປັນຍາ,ບໍ່ພຽງແຕ່ສະທ້ອນໃຫ້ເຫັນຄວາມກ້າວຫນ້າຂອງການບໍລິຫານຫໍສະມຸດ,ແຕ່ຍັງສົມຄູ່ກັບການການພັດທະນາຢ່າງວ່ອງໄວຂອງຍຸກເສດຖະກິດຄວາມຮູ້.

1DX_2813

ໂດຍມີປຶ້ມຕໍາລາທີ່ອຸດົມສົມບູນ, ສະພາບແວດລ້ອມທີ່ສະດວກສະບາຍສຳລັບການຮ່ຳຮຽນ, ແນວຄິດບໍລິການນັກອ່ານຢ່າງເອົາຈິງເອົາຈັງແລະມີອຸປະກອນການບໍລິການທີ່ທັນສະໄຫມ,ຫໍສະໝຸດ ມພຕປໄດ້  ສະຫນອງຂໍ້ມູນທີ່ສົມບູນແບບແລະສະຫນັບສະຫນູນດ້ານວິຊາການໃຫ້ແກ່ນັກອ່ານ, ເພາະສະນັ້ນ ຈຶ່ງເປັນສະຖາທີ່ທີ່ເປັນຕາເລືອກເພື່ອການຮໍ່າຮຽນ,ການຄົ້ນຄວ້າ,ການແລກປ່ຽນແນວຄິດຂອງບັນດານັກສຶກສາແລະຄູອາຈານຂອງ ມພຕປ.




ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC