BEIJING FOREIGN

STUDIES UNIVERSITY

ຄະນະສະຖາບັນພາສາອັງກິດໃຊ້ສະເພາະ

发布时间:2019-05-07

ຄະນະພາສາອັງກິດໃຊ້ສະເພາະ ໄດ້ຮັບສ້າງຕັ້ງຂຶ້ນໃນປີ 2008. ເປົ້າຫມາຍຂອງສະຖາບັນແມ່ນເອົາການສິດສອນເປັນພື້ນຖານ ແລະ ອຳນວຍການສິດສອນພາສາອັງກິດທີ່ມີສອງປະລິນຍາ ຫຼື ສອງສາຂາວິຊາ ໃຫ້ແກ່ນັກສຶກສາປະລິນຕີ,ໂທ ທີ່ບໍ່ຂຶ້ນກັບວິຊາພາສາອັງກິດນັ້ນ. ພ້ອມກັນນີ້, ສ້າງຂຶ້ນເປັນສະຖາບັນສິດສອນ-ຄົ້ນຄວ້າ ເຊິ່ງດໍາເນີນການຄົ້ນຄວ້າກ່ຽວກັບການສິດສອນພາສາອັງກິດໃນວິທະຍາໄລ ແລະ ການສິດສອນພາສາອັງກິດໃຊ້ສະເພາະ.​ ແນວຄິດຊີ້ນໍາຂອງສະຖາບັນແມ່ນເຮັດໃຫ້ການສິດສອນວັດທະນະທໍາ-ພາສາອັງກິດໝັ້ນຄົງ ແລະ ພັດທະນາຂຶ້ນຕື່ມ, ສ້າງລະບົບການສິດສອນ-ຄົ້ນຄວ້າພາສາອັງກິດໃຊ້ສະເພາະຂຶ້ນ ເຊິ່ງອົບຮົມບຸກຄະລາກອນແບບປະສົມແລະຮູ້ຫຼາຍພາສາ.

ປັດຈຸບັນຄະນະວິຊາມີຫຼັກສູດສອງປະລິນຍາ, ຫຼັກສູດສອງສາຂາວິຊາ ແລະຫຼັກສູດພາສາອັງກິດມະຫາວິທະຍາໄລໃຫ້ແກ່ນັກສຶກສາປະລິນຍາຕີ ປະມານ 2000 ຄົນຂອງທົ່ວມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ. ພ້ອມກັນນີ້ ຍັງມີການສິດສອນພາສາອັງກິດມະຫາວິທະຍາໄລ ໃຫ້ແກ່ນັກສຶກສາປະລິນຍາໂທ ແລະນັກສຶກສາປະລິນຍາເອກ ປະມານ 500 ຄົນ. ຄະນະວິຊາໄດ້ຮັບນັກສຶກສາປະລິນຍາໂທ MTI ດ້ານການແປໂດຍຂຽນໃນເດືອນກັນຍາ ປີ 2016, ເຊິ່ງດຳເນີນການສິດສອນປະລິນຍາໂທດ້ານ MTI.

ແນວຄວາມຄິດອົບຮົມບຸກຄະລາກອນຂອງຄະນະວິຊາແມ່ນ: ສິດສອນໃນຫ້ອງນ້ອຍ ສອນແລ້ວໃຫ້ນັກຮຽນຝຶກຫັດຫຼາຍໆ; ຮໍ່າຮຽນດ້ວຍຕົວເອງ ແລະ ສະແດງຄວາມສາມາດນຳກັນ; ອົບຮົມດ້ວຍຫຼາຍຮູບຫຼາຍແບບ ແລະ ຈຳແນກຄວາມດີເດັ່ນ; ມີວິໃສທັດໂລກກ້ວາງ ແລະ ມີຄວາມຮັກຕໍ່ປະເທດຊາດ; ພັດທະນາການສິດສອນ ແລະ ສົ່ງເສີມການພັດທະນາຢ່າງປະສານກັນດີ. ຄະນະວິຊາບໍ່ພຽງແຕ່ຕັ້ງຫຼັກສູດການຟັງ, ການເວົ້າ, ການອ່ານ, ການຂຽນ ແລະ ຫຼັກສູດອື່ນໆ, ຍັງຕັ້ງ 4 ຫຼັກສູດສະເພາະຄື: ການແລກປ່ຽນລະຫວ່າງວັດທະນະທຳ ພາສາອັງກິດໃຊ້ສະເພາະ ພາສາ-ການແປ ແລະ ວັນນະຄະດີ-ວັດທະນະທຳ.

ປັດຈຸບັນຄະນະວິຊາມີອາຈານ ແລະ ພະນັກງານ 52 ຄົນ. ໃນນັ້ນ, ອາຈານຊົງວຸດທິມີ 50​ ຄົນ. ໃນບັນດາອາຈານເຫຼົ່ານີ້ ມີສາດສະດາຈານ 3 ຄົນ, ຮອງສາດສະດາຈານ 15 ຄົນ, ອາຈານປະລິນຍາເອກ 15 ຄົນ.

ຄະນະວິຊາມີໂຄງການຮ່ວມມືກັບສະຖາບັນສະກາຈິດ(Skagit Valley College)ວໍຊິງຕັນຂອງອາເມລິກາ, ແຕ່ລະປີ ສອງຝ່າຍສົ່ງນັກຄົ້ນຄວ້າເຊິ່ງກັນແລະກັນ. ໃນສະເພາະໜ້ານີ້ ສະຖາບັນກໍາລັງຕັ້ງໜ້າດໍາເນີນໂຄງການການແລກປ່ຽນ ແລະ ການຮ່ວມມືກັບພາຍນອກ ລວມມີມະຫາວິທະຍາໄລແຄນຊັດ(University of Kansas)ຂອງອາເມລິກາ ແລະ ມະຫາວິທະຍາໄລເຄມບຣິດຈ໌(University of Cambridge)ຂອງອັງກິດ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC