BEIJING FOREIGN

STUDIES UNIVERSITY

ສະຖາບັນຄະນະອາຣັບ

发布时间:2019-05-07

ພະແນກພາສາອາຣັບ ຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຮັບການສ້າງຂຶ້ນໃນປີ 1958, ແລະໄດ້ຮັບການປັບປຸງເປັນພາກວິຊາພາສາອາຣັບໃນປີ 1981, ເຊິ່ງໄດ້ກາຍເປັນອົງການທຳອິດທີ່ສາມາດມອບປະລິນຍາໂທ(1981) ແລະ ປະລິນຍາເອກ(1986) ພາສາ ແລະ ວັນນະຄະດິອາຣັບ ໃນປະເທດຈີນ. ໃນປີ 2002, ພາກວິຊາພາສາອາຣັບໄດ້ຮັບເປັນ ພາກວິຊາທີ່ສຳຄັນດີເດັ່ນຂອງນະຄອນຫຼວງປັກກິ່ງ. ໃນເດືອນມິຖຸນາ ປີ 2015, ພະແນກພາສາອາຣັບ ປ່ຽນຊື່ເປັນຄະນະອາຣັບ ໂດຍໄດ້ຮັບການອະນຸຍາດຈາກທາງມະຫາວິທະຍາໄລ.

ຕະຫຼອດ ເຄິ່ງສະຕະວັດທີ່ຜ່ານມານີ້, ຫຼາຍຮຸ່ນຄົນໃນຂົງເຂດພາສາອາຣັບ ເຊັ່ນອາຈານອາວຸໂສທ່ານ ນ້າ ຈົ່ງ(Na Zhong),  ແລະ ທ່ານ ຢູ໋ ຈ່າງຣົງ(Yu Zhangrong) ໄດ້ສຸດທີ່ຈະພະຍາຍາມເພື່ອພາກວິຊາພາສາອາຣັບ, ຈຶ່ງພາໃຫ້ສະຖາບັນອາຣັບໃນປັດຈຸບັນໄດ້ປະສົບຜົນສຳເລັດອັນດີເດັ່ນໃນທຸກດ້ານເຊັ່ນ: ຂົງເຂດການຄົ້ນຄວ້າທີ່ບູນ, ມີທິມງານຄູອາຈານສອນດີສອນເກັ່ງ, ແລະ ມີໝາກຜົນການຄົ້ນຄວ້າຫຼວງຫຼາຍ, ເຊິ່ງໄດ້ປະກອບເປັນທ່າແຮງລວມຂອງຄະນະອາຣັບ, ແລະ ເປັນທີ່ນຳໜ້າໃນພາກວິຊາພາສາອາຣັບຕ່າງໆໃນຈີນ. ປັດຈຸບັນ, ຄະນະອາຣັບມີອາຈານຄູສອນທັງໝົດ 17 ຄົນ, ໃນນັ້ນສາດສະດາຈານ 4 ຄົນ, ຮອງສາດສະດາຈານ 4 ຄົນ, ປະລິນຍາເອກ 8 ຄົນ ແລະ  ຜູ້ຊ່ຽນຊານພາສາອາຣັບ ທ່ານ ຟິຣາສ ສະວາຫ໌(Firas Sawah)  ເປັນບັນດິດທີ່ມີຊື່ສຽງໃນໂລກອາຣັບ.

ຕະຫຼອດ ເຄິ່ງສະຕະວັດທີ່ຜ່ານມານີ້, ສະຖາບັນອາຣັບໄດ້ຖືການສອນເປັນກົກເປັນຮາກ, ໄດ້ສົ່ງຜູ້ຮຽນຈົບປະລິນຍາຕີ  ແລະ ຜູ້ຮຽນຈົບປະລິນຍາໂທ 2000 ກວ່າຄົນໃຫ້ປະເທດຊາດ, ເຂົ້າເຈົ້າໄດ້ນຳໃຊ້ພາສາທີ່ຫຼ່ຽນໄຫຼ ຄວາມຮູ້ວິຊາຊີບທີ່ສົມບູນ ແລະ  ຄວາມສາມາດທີ່ສູງສົມຄວນເຂົ້າໃນວຽກງານທີ່ຕິດພັນກັບຕ່າງປະເທດ, ໄດ້ສ້າງຊື່ທີ່ດີໃຫ້ແກ່ຄະນະອາຣັບ. ພຽງແຕ່ໃນກະຊວງການຕ່າງປະເທດ, ເຄິ່ງໜຶ່ງຂອງລັດຖະກອນຫຼັກແຫຼ່ງໃນພາສາອາຣັບ ແມ່ນຮຽນຈົບໃນຄະນະວິຊານີ້, ລວມທັງທ່ານ ຈ່າງ ໝິງ(Zhang Ming)ຮອງນາຍົກລັດຖະມົນຕີກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ 30 ກວ່າທ່ານ ແລະ ທີ່ປຶກສາ 10 ກວ່າທ່ານ. ປັດຈຸບັນ, ຄະນະອາຣັບມີນັກສຶກສາຂັ້ນປະລິນຍາຕີ 190 ຄົນ, ນັກສຶກສາປະລິນຍາໂທ 44 ຄົນ ແລະ ນັກສຶກສາປະລິນຍາເອກ 10 ຄົນ.

ຂົງເຂດການຄົ້ນຄວ້າອັນເປັນມູນເຊື້ອຂອງສະຖາບັນອາຣັບແມ່ນ ພາສາສາດພາສາອາຣັບ, ວັດທະນະທຳ ແລະ ວັນນະຄະດີ. ເພື່ອເປີດກວ້າງຂົງເຂດການຄົ້ນຄວ້າ, ເຕົ້າໂຮມກຳລັງການສຶກສາ, ເຮັດໃຫ້ການສຶກສາຄົ້ນຄວ້າເຊື່ອມໂຍງເຂົ້າກັບຄວາມຕ້ອງການຂອງປະເທດຊາດ, ຄະນະວິຊາໄດ້ຈັດຕັ້ງສູນການຄົ້ນຄວ້າ 3 ແຫ່ງໃນມໍ່ໆນີ້ຄື: ສູນການຄົ້ນຄວ້າວັດທະນະທຳອິດສະລາມອາຣັບ, ສູນການແລກປ່ຽນລະຫວ່າງສື່ມວນຊົນ ຈີນ-ອາຣັບ, ສູນການຄົ້ນຄວ້າພາກພື້ນຕາເວັນອອກກາງ.

ສະຖາບັນອາຣັບໄດ້ພັດທະນາສາຍພົວພັນການຮ່ວມມືກັບບັນດາມະຫາວິທະຍາໄລທີ່ດີເດັ່ນໃນໂລກອາຣັບ, ເຊັ່ນມະຫາວິທະຍາໄລເລບານອນ(Lebanonese University), ມະຫາວິທະຍາໄລໄອນຊາມສ໌(Ain Shams), ມະຫາວິທະຍາໄລຄ່ອງຊູອິສ(Suez Canal),ຂອງປະເທດອີຢິບ, ມະຫາວິທະຍາໄລຮາດຊານ ຫ້າ(Hassan V)ຂອງປະເທດມໍຣອກໂຄ, ມະຫາວິທະຍາໄລທີສອງ ຂອງປະເທດ ແອລຈີເຣຍ, ມະຫາວິທະຍາໄລສະຫະລັດອາຣັບເອມິເຣດ ແລະ ມະຫາວິທະຍາໄລຊາອິດ(Zayed)ຂອງປະເທດສະຫະລັດອາຣັບເອມິເຣດ,ຄະນະວິຊາໄດ້ສົ່ງອາຈານ ແລະ ນັກສຶກສາໄປຮຽນຢູ່ມະຫາວິທະຍາໄລຕ່າງໆດັ່ງກ່າວ ແລະ ມະຫາວິທະຍາໄລ ແລະ ອົງການຄົ້ນຄວ້າຕ່າງໆໃນປະເທດອາເມລິກາ, ອັງກິດ, ແລະ ອິດສະລະເອລ.

ປັດຈຸບັນ, ຄະນະອາຣັບ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ກາຍເປັນແຫຼ່ງສຳລັບຊັບພະຍາກອນມະນຸດຂັ້ນສູງໃນພາສາອາຣັບຂອງຈີນ, ເປັນທີ່ສຳຄັນຫຼາຍໃນການສຶກສາຄົ້ນຄວ້າອາຣັບ, ແມ່ນເວທີ່ເຜີຍແຜ່ວັດທະນະທຳຈີນໃຫ້ແກ່ໂລກອາຣັບ ແລະ ເປັນຂົວຕໍ່ມິດຕະພາບລະຫວ່າງປະຊາຊົນຈີນ ກັບ ປະຊາຊົນອາຣັບ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC