BEIJING FOREIGN

STUDIES UNIVERSITY

ຄະນະສະຖາບັນ ການແປພາສາລະດັບສູງ

发布时间:2019-05-07

ຄະນະແປພາສາລະດັບສູງຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງສ້າງຕັ້ງຂຶ້ນເມື່ອປີ 1994, ຜ່ານມາເປັນສູນ(ຫ້ອງ)ອົບຮົມນາຍພາສາສະຫະປະຊາຊາດທີ່ສ້າງຕັ້ງຂຶ້ນໃນປີ 1979 ເຊິ່ງໄດ້ກໍ່ສ້າງອົບຮົມນາຍແປພາສາ 700 ກວ່າຄົນໃຫ້ແກ່ອົງການຈັດຕັ້ງຂອງສະຫະປະຊາຊາດ ແລະ ອົງການຕ່າງໆຢູ່ໃນປະເທດຈີນ. ຄະນະແປພາສາລະດັບສູງຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງກໍ່ມີມູນເຊື້ອອັນດີງາມ ແລະ ມີຜົນສໍາເລັດອັນພົ້ນເດັ່ນໃນດ້ານການກໍ່ສ້າງບຸກຄະລາກອນດ້ານການແປພາສາ, ມີຊື່ສຽງອັນກວ້າງຂວາງຢູ່ທົ່ວໂລກ, ພ້ອມທັງຮັກສາການຕິດຕໍ່ພົວພັນຢ່າງໃກ້ຊິດກັບອົງການຕ່າງໆຂອງສະຫະປະຊາຊາດກໍ່ຄືອົງການຈັດຕັ້ງສາກົນອື່ນໆ. ຄະນະວິຊາໄດ້ເປັນຝ່າຍຈັດຕັ້ງການສອບເສັງນາຍແປພາສາຈີນໃຫ້ແກ່ອົງການສະຫະປະຊາຊາດເປັນເວລາຫຼາຍຄັ້ງ, ພ້ອມທັງໄດ້ຈັດການອົບຮົບການແປພາສາລະດັບສູງໃຫ້ແກ່ຮົງກົງ, ມາເກົ໋າ, ສິງກະໂປ, ໂຄງການ WTO-ຈີນ, ທະນາຄານກະສິກໍາຈີນ, ບໍລິສັດນໍ້າມັນຈີນ, ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີຈີນ ແລະອົງການອື່ນໆທັງພາຍໃນ ແລະຕ່າງປະເທດ.

ຄະນະວິຊາມີຄູອາຈານຕໍາແໜ່ງຈໍາເພາະຈໍານວນ 22 ຄົນ, ສາດສະດາຈານຮັບເຊີນຈໍານວນ 3 ຄົນ, ສາດສະດາຈານກິດຕິມະສັກທີ່ມາຈາກມະຫາວິທະຍາໄລອື່ນໆຈໍານວນ 2 ຄົນ. ຄູອາຈານຕ່າງກໍ່ໄດ້ປະຕິບັດວຽກງານແປພາສາຢູ່ອົງການຫຼາຍແຫ່ງເຊັ່ນ: ສໍານັກງານໃຫຍ່ອົງການສະຫະປະຊາຊາດທີ່ນີວຢອກ, ສໍານັກງານໃຫຍ່ອົງການສະຫະປະຊາຊາດທີ່ເອີຣົບ, ອົງການ UNESCO, ອົງການແຮງງານສາກົນ, ອົງການອະນາໄມໂລກເປັນຕົ້ນ, ພ້ອມທັງໄດ້ໃຫ້ການບໍລິການດ້ານການແປພາສາໃຫ້ແກ່ກອງປະຊຸມສາກົນທີ່ຈັດຂຶ້ນທັງພາຍໃນ ແລະ ຕ່າງປະເທດ ແລະ ມີປະສົບການອັນອຸດົມສົມບູນດ້ານການແປພາສາ.

ຄະນະວິຊາແຕ່ລະປີຮັບເອົານັກສຶກສາປະລິຍາໂທໃນວິຊາສະເພາະການແປເວລາດຽວກັນ, ການແປເວລາດຽວກັນດ້ວຍຫຼາຍພາສາ(ພາສາອັງກິດ-ຈີນ+ເຢຍລະມັນ/ຣັດເຊຍ/ຝຣັ່ງ/ແອສປາຍ/ເກົາຫຼີ/ໄທ) ແລະ ປະລິຍາໂທດ້ານການແປພາສາ(MTI). ນອກນີ້, ຄະນະວິຊາຍັງຮັບເອົານັກສຶກສາປະລິຍາເອກດ້ານການຄົ້ນຄວ້າການແປພາສາ ແລະ ການຄົ້ນຄວ້າພາສາ. ປັດຈຸບັນ, ຄະນະວິຊາມີນັກສຶສາເຊິ່ງລວມທັງນັກສຶກສາຕ່າງປະເທດມີຈໍານວນ 220 ກວ່າຄົນ. ໃນໄລຍະຮຽນຢູ່ຄະນະວິຊາ, ນັກສຶກສາມີໂອກາດໄປຝຶກງານຢູ່ອົງການຈັດຕັ້ງສາກົນ ແລະ ອົງການແປພາສາຕ່າງໆ. ທາງເລືອກຕົ້ນຕໍຂອງນັກສຶກສາພາຍຫຼັງຮຽນຈົບແລ້ວ ແມ່ນໄປປະກອບອາຊີບຢູ່ສໍານັກງານກະຊວງທະບວງກົມຕ່າງໆຂອງຈີນ, ຫ້ອງການພົວພັນຕ່າງປະເທດຂອງແຂວງ ຫຼື ເມືອງຕ່າງໆ, ບໍລິສັດຂ້າມຊາດ ແລະ ມະຫາວິທະຍາໄລອື່ນໆ.

ຄະນະວິຊາເປັນສະມາຊິກຂອງສະຫະພັນຄະນະການແປພາສາ ມະຫາວິທະຍາໄລສາກົນ(CIUTI), ນອກນີ້, ຍັງເປັນໜຶ່ງໃນບັນດາສະຖາບັນ ແລະມະຫາວິທະຍາໄລທີ່ເຊັນສັນຍາກັບອົງການສະຫະປະຊາຊາດກ່ຽວກັບການສ້າງບຸກຄະລາກອນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC