ນັບແຕ່ການສ້າງຕັ້ງສູນຄອມພິວເຕີໃນປີ 1990 ເປັນຕົ້ນມາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ປະຕິບັດວຽກງານສິດສອນຄອນພິວເຕີເປັນເວລາ 20 ກວ່າປີ. ພາກວິຊາຄອມພິວເຕີແມ່ນສ້າງຕັ້ງຂຶ້ນໃນປີ 2009 ແລະ ຮັບນັກສຶກສາວິຊາສາຂາວິທະຍາສາດແລະເຕັກນິກໂນໂລຊີຄອມພິວເຕີ. ນັບແຕ່ການສ້າງຕັ້ງຂຶ້ນເປັນຕົ້ນມາ,ພາກວິຊາຄອມພິວເຕີໄດ້ສືບທອດແບບແຜນທີ່ຮອບຄອບແລະຕິດແທດຕົວຈິງຂອງມະຫາວິທະຍາໄລ ພາສາຕ່າງປະເທດ ປັກກິ່ງ ແລະ ຍຶດໝັ້ນຄວາມຄິດ ທີ່ມີເອກະລັກພິເສດ ແລະ ປະດິດສ້າງໃໝ່, ຕັ້ງໜ້າຊອກຄົ້ນອົບຮົມຜູ້ມີຄວາມຮູ້ຄວາມສາມາດສັງລວມ ແລະ ສຸມໃສ່ບຳລຸງສ້າງບຸກຄະລາກອນສາຂາວິຊາຄອມພິວເຕີ ໃຫ້ມີວິໃສທັດສາກົນ,ມີເຕັກນິກໃນລະດັບສູງແລະມີຄວາມສາມາດຮອບດ້ານ.
ປະຈຸບັນພາກວິຊາຄອມພິວເຕີມີອາຈານຈໍານວນ 11 ທ່ານ. ໂຄງປະກອບອາຍຸຂອງຄູອາຈານມີຄວາມສົມເຫດສົມຜົນ, ສ່ວນຫຼາຍແມ່ນປະລິນຍາເອກ ຫຼື ມີຍົດຕຳແໜ່ງເຕັກນິກວິຊາຊັ້ນສູງ. ໃນ 5 ປີທີ່ຜ່ານມາ ອາຈານຂອງພາກວິຊາຄອມພິວເຕີໄດ້ຈັດໂຄງການວິທະຍາສາດທຳມະຊາດ 02 ໂຄງການ, ໂຄງການກອງທຶນວິທະຍາສາດສັງຄົມ ແຫ່ງຊາດ 02 ໂຄງການ, ໂຄງການຂັ້ນກະຊວງ 06 ໂຄງການ ແລະ ລົງພິມວິທະຍານິພົນໃນວາລະສານແກ່ນສານທັງພາຍໃນ ແລະ ຕ່າງປະເທດ ແລະ ກອງປະຊຸມສາກົນ ເຊິ່ງມີວິທະຍານິພົນ 26 ບົດໂດຍສາມາດຊອກຫາໄດ້ໃນ SCI、EI、CSSCI.
ສາຂາວິຊາວິທະຍາສາດ ແລະ ເຕັກໂນໂລຊີຄອມພິວເຕີໄດ້ບຳລຸງສ້າງບຸກຄະລາກອນໂດຍການປະສົມປະສານລະຫວ່າງພາກທິດສະດີ ແລະ ພາກປະຕິບັດຕົວຈິງ., ສາມາດນໍາໃຊ້ ພາສາຕ່າງປະເທດ,ທຸລະກິດມາປະສົມປະສານກັບຄອມພິວເຕີຢ່າງກົມກຽວ, ສາມາດສອດຄ່ອງກັບການເຕີບໂຕຂອງເຕັກນິກຂໍ້ມູນຂ່າວສານ ແລະ ການພັດທະນາຂອງເສດຖະກິດໂລກທີ່ຂະຫຍາຍຕົວຢ່າງໄວວາ,ພ້ອມທັງມີລະດັບສູງດ້ານພາສາຕ່າງປະເທດ.
ສາຂາວິຊານີ້ຮັບນັກສຶກສາພຽງແຕ່ຫ້ອງດຽວໃນແຕ່ລະປີ ແລະ ປະຈຸບັນມີນັກສຶກສາປະລິນຍາຕີ ຈຳນວນ 93 ຄົນ. ນັກສຶກສາປະລິນຍາຕີໄດ້ຮັບຜົນງານຢ່າງພົ້ນເດັ່ນໃນບັນດາການແຂ່ງຂັນວິຊາ ແລະ ໄດ້ລາງວັນທີສອງເທື່ອໜຶ່ງໃນການແຂ່ງຂັນຜົນງານຂອງວິທະຍາສາດ ແລະ ເຕັກໂນໂລຊີນອກຫຼັກສູດການຮຽນຂອງນັກສຶກສາມະຫາວິທະຍາໄລ “Challenge Cup”ຂອງຈີນ, ໄດ້ລາງວັນທີໜຶ່ງຫຼາຍເທື່ອຂອງນະຄອນຫຼວງປັກກິ່ງ, ໄດ້ລາງວັນທີໜຶ່ງໃນການແຂ່ງຂັນອອກແບບດ້ວຍຄອມພິວເຕີຂອງນັກສຶກສາມະຫາວິທະຍາໄລຈີນ ແລະໄດ້ລາງວັນຫຼາຍເທື່ອໃນການແຂ່ງຂັນສ້າງຮູບຈຳລອງຄະນິດສາດຂອງນັກສຶກສາປະເທດອາເມລິກາ. ນັກສຶກສາໃນຄະນະດັ່ງກ່າວມີຄວາມສາມາດທີ່ດີໃນດ້ານພາສາອັງກິດ,ສ່ວນຫຼາຍໄດ້ຜ່ານການສອບເສັງວິຊາພາສາອັງກິດ ລະດັບ 4 (Test for English Majors-Band 4) ແລະ ມີນັກສຶກສາຫຼາຍກ່ວາເຄິ່ງໜຶ່ງໄດ້ຜ່ານການສອບເສັງວິຊາພາສາອັງກິດ ຊັ້ນ 8 (Test for English Majors-Band 8) ແລະປະມານ 1/3 ຂອງນັກສຶກສາໄປຮຽນຕໍ່ຢູ່ບັນດາມະຫາວິທະຍາໄລຕ່າງປະເທດ ລວມທັງ ມະຫາວິທະຍາໄລ South California ແລະ ມະຫາວິທະຍາໄລ North Carolina ຂອງປະເທດອາເມລິກາ, ມະຫາວິທະຍາໄລ Cambridge ຂອງປະເທດອັງກິດເປັນຕົ້ນ, ປະມານ1/3 ຂອງນັກສຶກສາ ຮຽນປະລິນຍາໂທຢູ່ໃນປະເທດຈີນລວມທັງມະຫາວິທະຍາໄລ Tsinghua, ມະຫາວິທະຍາໄລປັກກິ່ງ, ມະຫາວິທະຍາໄລເຕັກນິກປັກກິ່ງ ແລະ ອື່ນໆ, ແລະປະມານ1/3 ຂອງນັກສຶກສາທັງໝົດໄດ້ປະກອບອາຊີບຢູ່ທະນາຄານ, ອົງການລັດຖະບານ, ວິສາຫະກິດ IT ແລະ ອື່ນໆ.