BEIJING FOREIGN

STUDIES UNIVERSITY

ຄະນະພາສາອັງກິດ

发布时间:2019-05-07

ຄະນະພາສາອັງກິດປະກອບດ້ວຍພາກວິຊາພາສາອັງກິດ ແລະ ພາກວິຊາແປພາສາ ຊຶ່ງມີ ປະລິນຍາເອກ ສາຂາວິຊາພາສາ-​ວັນນະຄະດີອັງກິດ ແລະສາຂາວິຊາການແປພາສາ ແລະກໍ່ມີວິຊາພາສາ-​ວັນນະຄະດີອັງກິດທີ່ເປັນວິຊາສຳຄັນ ລະດັບຊາດ. ຄະນະວິຊາມີຄະຕິພົດທີ່ວ່າ “ມີ​ຄວາມ​ຮູ້​ຮອບດ້ານ​ກ່ຽວ​ກັບ​ຈີນແລະຕ່າງປະເທດ, ປະກອບສ່ວນຊ່ວຍສັງຄົມໂລກ” , “ສຸມ​ໃສ່​ເປົ້າ​ໝາຍ​ລະດັບ​ສູງ, ສະແຫວງຫາຄວາມດີເລີດ” ເປັນແນວຄິດຊີ້ນຳ ແລະໄດ້ສ້າງເອກກະລັກ ພິເສດໃນການສິດສອນຂອງຕົນຄື: ໃຫ້ຄວາມສຳຄັນການສຶກສາພາສາອັງກິດ ແລະ ຮິດຄອງປະເພນີ, ມີລະບົບການຮຽນ ການສອນທີ່ປະສົມກົມກຽວຂອງພາສາແລະຄວາມຮູ້ຄວາມສາມາດ, ມີວິທີການຮຽນໃໝ່ ທີ່ປະສົມປະສານລະຫວ່າງການຖ່າຍ​ທອດຄວາມຮູ້ ແລະ ການຄົ້ນຄ້ວາ . ຕະຫຼອດໄລຍະເວລາທີ່ຜ່ານມາຄະນະວິຊາພະຍາຍາມສ້າງຕັ້ງພາກພາສາອັງກິດ ແລະ ພາກແປພາສາ ທີ່ເປັນລະດັບສູງສຸດພາຍໃນປະເທດຈີນ ແລະ ມີຊື່ສຽງດົງດັງໃນໂລກ ເພື່ອບຳລຸງບຸກຄະລາກອນສຸດຍອດທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດຮອບດ້ານ ແບບສາກົນໃຫ້ແກ່ປະ​ເທດ​ຈີນ.

ສາຂາວິຊາພາສາ​ແລະ​ວັນນະຄະດີ​ພາສາອັງກິດ ແລະ ສາຂາວິຊາແປພາສາ ຂອງຄະນະພາສາອັງກິດ ຢູ່​ລະດັບແຖວໜ້າ​ໃນການສິດສອນ ແລະ ຄົ້ນຄ້ວາ. ການ​ສຶກສາ ໄລຍະປະລິນຍາຕີ ແມ່ນສຸມໃສ່ການບຳລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ມີພື້ນຖານ​ທີ່​ໜັກ​ແໜ້ນ​ດ້ານພາສາ​ແລະ​ການ​ແປ​ພາສາ, ມີຄວາມຮູ້ວັດທະນະທຳ​ອັນ​ກວ້າງຂວາງ, ມີຫົວຄິດປະດິດສ້າງໃນການສຶກສາຄົ້ນຄວ້າວິໃຈ,ມີ​ຄວາມ​ສາມາດ​ໃນ​ການ​ຮ່ວມ​ມື​ແລະ​ນຳພາ. ສ່ວນການສຶກສາໃນໄລຍະປະລິນຍາໂທແມ່ນແນໃສ່ການບົ່ມສ້າງບຸກຄະລາກອນ ສະເພາະພາສາຕ່າງປະເທດຂັ້ນສູງແບບສາກົນ ເຊິ່ງມີ ຄວາມສາມາດດ້ານພາສາອັງກິດ ແລະແປພາສາທີ່ດີເລີດ, ມີຄວາມສາມາດຄົ້ນຄ້ວາດ້ວຍຕົນເອງ ແລະ ຈິດໃຈບຸກທະລຸ, ມີວິໄສທັດໃນການສຶກສາ ຄວາມຮູ້ໃນສາຂາວິຊາສະເພາະ ແລະ ມີມີ​ຄວາມ​ຮູ້​ທີ່​ດີ​ໃນ​ດ້ານ​ວັດທະນະທຳ. ປະຈຸບັນ ຄະນະວິຊາມີ ນັກສຶກສາປະລິນຍາຕີ 599 ຄົນ, ໂທ 381ຄົນ ແລະ ເອກ 87 ຄົນ.

ຄະນະພາສາອັງກິດໃຫ້ຄວາມສຳຄັນຕໍ່ການແລກປ່ຽນ ແລະ ຮ່ວມມືກັບສາກົນ ແລະ ໄດ້ສ້າງສາຍພົວພັນທີ່​ດີ ແລະ ຍາວນານກັບມະຫາວິທະຍາໄລ ແລະ ສະຖາບັນການສຶກສາ 30 ແຫ່ງໃນປະເທດອັງກິດ, ອາເມລິກາ, ອົສຕຼາລີ, ການາດາ, ສິງກະໂປ ແລະ ອື່ນໆ ຄື ມະຫາວິທະຍາໄລ Langcaster, ມະຫາວິທະຍາໄລ Columbia, ມະຫາວິທະຍາໄລ Adelaide, ມະຫາວິທະຍາໄລ Toronto, ມະຫາວິທະຍາໄລ Auckland ເປັນຕົ້ນ ແລະ ໄດ້ສ້າງກົນ​ໄກ​ການສຶກສາຕ່າງໆ, ​ເຊັ່ນ: ການແລກປ່ຽນນັກສຶກສາໄລຍະສັ້ນເຊິ່ງກັນ ແລະ ກັນ, , Summer Camp ເປັນຕົ້ນ. ຄະນະວິຊາຍັງຮັບເອົານັກສຶກສາຕ່າງປະເທດມາຮຽນໃນລະດັບປະລິນຍາເຊິ່ງຮຽນກັບນັກສຶກສາຈີນ​ໃນ​ຫ້ອງ​ຮຽນ​ດຽວ​ກັນ,ເພື່ອປະຕິບັດແນວຄິດການສຶກສາແບບສາກົນ.

​ແຕ່ຄະນະພາສາອັງກິດໄດ້ສ້າງຕັ້ງຂຶ້ນ​ໃນປີ 1944 ເປັນຕົ້ນມາ, ໄດ້ບຳລຸງສ້າງບຸກຄະລາກອນດີເດັ່ນໃນດ້ານການຕ່າງປະເທດ, ການຄ້າຕ່າງປະເທດ, ການເງິນ, ສື່ມວນຊົນ, ການສຶກສາພາສາອັງກິດ ແລະ ນັກແປພາສາຈຳນວນຫຼວງຫຼາຍໃຫ້ແກ່ປະເທດຊາດຄື: ທ່ານ Li Zhaoxing, ທ່ານ Sun Zhenyu, ທ່ານ Zhang Yesui, ທ່ານ ນາງ Fu Ying, ທ່ານ Jin Liqun, ທ່ານ ນາງ Zhang Qiyue, ທ່ານ ນາງ Yang Lan, ທ່ານ ນາງ Xu Gehui, ທ່ານ Sun Ning ແລະ ອື່ນໆ. ປະຈຸບັນນັກສຶກສາທີ່ຮຽນຈົບຈາກຄະນະພາສາ​ອັງກິດສ່ວນຫຼາຍ​ເຂົ້າເຮັດວຽກຢູ່ບັນດາກະຊວງ, ລັດວິສາຫະກິດຂະໜາດໃຫຍ່, ວິສາຫະກິດຂ້າມຊາດ, ສື່ມວນຊົນທີ່ມີຊື່ສຽງ, ພາກສ່ວນຕ່າງໆກ່ຽວກັບການຕ່າງປະເທດ ແລະ ການຄ້າຕ່າງປະເທດ, ອົງການສຶກສາ​ແລະວັດທະນະທຳ, ວິສາຫະກິດການພິມ ແລະ ແປພາສາ, ສຳນັກງານທະນາຍຄວາມ ແລະ ນັກບັນຊີເປັນຕົ້ນ. . ພ້ອມກັນນັ້ນ,ແຕ່ລະປີມີນັກສຶກສາຫຼາຍກວ່າ 30% ຈົບຮຽນ​ແລ້ວໄປສຶກສາຕໍ່ປະລິນຍາໂທ ແລະ ປະລິນຍາເອກຢູ່ມະຫາວິທະຍາໄລ Oxford , ມະຫາວິທະຍາໄລ Harvard ແລະມະຫາວິທະຍາໄລອຶ່ນໆທີ່ມີຊື່ສຽງໃນໂລກ.

ຄະນະວິຊາມີພະນັກງານຄູອາຈານທັງໝົດ 96 ທ່ານ,ເຊິ່ງໃນນັ້ນມີອາຈານ 87 ທ່ານ. ໃນບັນດາອາຈານມີສາດສະດາຈານຈໍານວນ 27 ທ່ານ, ຮອງສາສະດາຈານຈໍານວນ 28 ທ່ານ ແລະ ໃນນັ້ນປະລິນຍາເອກມີຈໍານວນ 66 ທ່ານ.ຖັນ​ແຖວອາຈານ ດັ່ງກ່າວໄດ້ເປັນທີ່ຍອມຮັບຍ້ອນ​ມີ​ທ່າ​ທີ​ອັນ​ເຄັ່ງ​ຄັດ​ໃນ​ການ​ສຶກສາ ແລະ ການໃຫ້ຄວາມສຳຄັນ,ການປະກອບສ່ວນ​ເຂົ້າໃນການສຶກສາຄົ້ນຄ້ວາເຊິ່ງໄດ້ສ້າງຊື່ສຽງໃຫ້ແກ່ຄະນະວິຊາໃນສັງຄົມ.ພ້ອມທັງເປັນຕົວແບບທີ່​ດີ​ໃຫ້​ແກ່ການສຶກສາ ພາສາອັງກິດ ຢູ່ ສປຈີນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC