BEIJING FOREIGN

STUDIES UNIVERSITY

ຄະນະນໍາ ມພຕປ ເຂົ້າຮ່ວມ “ກອງປະຊຸມການສຶກສາດີຈີຕອນທົ່ວໂລກ”, ທີມງານອາຈານສອນພາສາຕ່າງປະເທດຫຼາຍທ່ານຈາກ ມພຕປ ໄດ້ສະໜອງການບໍລິການການແປທີ່ມີຄຸນະພາບສູງໃຫ້ແກ່ການດຳເນີນກອງປະຊຸມ

发布时间:2023-02-24

ວັນທີ 13 ຫາ 14 ກຸມພານີ້, ກອງປະຊຸມການສຶກສາດີຈີຕອນທົ່ວໂລກ ໄດ້ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ, ໂດຍມີ ທ່ານ ຢາງຕັ່ນ (Yang Dan), ຮອງເລຂາຄະນະພັກ, ອະທິການບໍດີ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ເຂົ້າຮ່ວມຕາມການເຊື້ອເຊີນ ແລະ ທ່ານ ນາງ ຖາງຈິນຫຼານ(Tang Jinlan), ຜູ້ອຳນວຍການ ສະຖາບັນການສຶກສາອອນລາຍ, ຮອງປະທານສະພາບໍລິຫານຫ້ອງທົດລອງສຳຄັນດ້ານອັດສະລິຍະ ແລະ ພາສາມະນຸດ ກໍໄດ້ເຂົ້າຮ່ວມ. ພ້ອມນັ້ນ, ຍັງມີຄູອາຈານດີເດັ່ນຈາກຄະນະການແປລະດັບສູງ, ຄະນະພາສາອັງກິດ, ຄະນະພາສາຝຣັ່ງ, ຄະນະພາສາຣັດເຊຍ, ຄະນະພາສາແອັດສະປາຍ-ປອກຕຸຍການ ແລະຄະນະພາສາອາຣັບ ກໍໄດ້ປະກອບສ່ວນເຂົ້າໃນການແປປາກເປົ່າກັບທີ່ ແລະ ການແປເອກະສານປະເພດຕ່າງໆໃຫ້ແກ່ກອງປະຊຸມ ກໍຄື ກອງປະຊຸມເວທີປາໄສຍ່ອຍໃນຄັ້ງນີ້.


ກອງປະຊຸມການສຶກສາ ດີຈີຕອນຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້ “ການປະຕິວັດປ່ຽນແປງດ້ານດີຈີຕອນ ແລະ ອະນາຄົດຂອງການສຶກສາ”, ໂດຍມີຜູ້ແທນຈາກຫຼາຍກວ່າ 130 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມ. ພິທີເປີດກອງປະຊຸມ ແມ່ນເປັນປະທານໂດຍ ທ່ານ ຮວຍຈິ້ນເຜິງ(Huai Jinpeng), ລັດຖະມົນຕີກະຊວງສຶກສາທິການ ສປ ຈີນ, ມີ ທ່ານ ຊຸ່ນຊຸນລານ (Sun Chunlan), ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກ່າວປາໄສໃນພິທີ, ທ່ານ Chris Hipkins, ນາຍົກລັດຖະມົນຕີປະເທດນູແວນເຊລັງ, ທ່ານ Sara Duterte, ຮອງປະທານາທິບໍດີ ແລະ ລັດຖະມົນຕີກະຊວງສຶກສາທິການ ຟີລິບປິນ, ທ່ານ Guy Parmelin, ກຳມະການຄະນະລັດຖະບານ ແລະ ລັດຖະມົນຕີກະຊວງເສດຖະກິດ ການສຶກສາ ແລະ ການຄົ້ນຄວ້າ ປະເທດສະວິດ, ທ່ານ Audrey Azoulay, ຜູ້ອຳນວຍການໃຫຍ່ ອົງການອຸຍແນັສໂກ ແລະ ທ່ານ Leonardo Garnier ທີ່ປຶກສາພິເສດສຳລັບກອງປະຊຸມສຸດຍອດການປະຕິວັດການສຶກສາ ຂອງ ເລຂາທິການໃຫຍ່ ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນຮູບແບບອັດວີດີໂອ.

ໃນການດຳເນີນກອງປະຊຸມຄັ້ງນີ້, ທີມງານການແປຫຼາຍພາສາຕ່າງປະເທດ ຄື ພາສາອັງກິດ, ຝຣັ່ງ, ຣັດເຊຍ, ແອັດສະປາຍ ແລະ ອາຣັບ ລ້ວນແຕ່ແມ່ນອາຈານທີ່ດີເດັ່ນຈາກຄະນະວິຊາການທີ່ກ່ຽວຂ້ອງ ຂອງ ມພຕປ, ເຊິ່ງການແປພາສາດ້ວຍລະດັບຄຸນນະພາບສູງ ແລະ ແປແບບມືອາຊີບ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດກອງປະຊຸມຄັ້ງນີ້ໃຫ້ດຳເນີນໄປຢ່າງເປັນໄປດ້ວຍດີ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຢ່າງພ້ອມພຽງ ຈາກກະຊວງສຶກສາທິການ ສປ ຈີນ ທີ່ເປັນເຈົ້າພາບຈັດ ແລະ ແຂກທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.



ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC