BEIJING FOREIGN

STUDIES UNIVERSITY

ຫຼາຍໂຄງການຄົ້ນຄວ້າ ຂອງ ມພຕປ ທີ່ສະໜັບສະໜູນໂດຍກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນ ໄດ້ຮັບການປະເມີນເປັນຜົນງານການຄົ້ນຄວ້າດີເດັ່ນ

发布时间:2022-11-08

ໂດຍອີງຕາມແຈ້ງການ ຂອງ ຫ້ອງການວຽກງານປັດຊະຍາ ແລະ ວິທະຍາສາດສັງຄົມແຫ່ງຊາດຈີນ ປະຈໍາປີ 2022, ຫຼາຍໂຄງການຄົ້ນຄວ້າ ຂອງ ມພຕປ ທີ່ສະໜັບສະໜູນໂດຍກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນ ໄດ້ສຳເລັດການຄົ້ນຄວ້າຕາມແຜນການ, ໃນນັ້ນ, ມີ 3 ໂຄງການ ຖືກຈັດເຂົ້າເປັນຜົນງານການຄົ້ນຄວ້າດີເດັ່ນ ຄື 1) ໂຄງການຈຸດສຸມພາຍໃຕ້ຫົວຂໍ້ "ການຄົ້ນຄວ້າຄວາມໝາຍ ແລະ ການນຳໃຊ້ຕົວຈິງຂອງ ມາດຕະຖານແຫ່ງຊາດກ່ຽວກັບຄຸນະພາບການຮຽນ-ການສອນລະດັບປະລິນຍາຕີ ສຳລັບສາຂາວິຊາພາສາຕ່າງປະເທດສໍາລັບສະຖາບັນການສຶກສາຊັ້ນສູງ" ທີ່ມີ ທ່ານ ຊຸນໂຢຈົ່ງ (Sun Youzhong), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ ເປັນຜູ້ຮັບຜິດຊອບ; 2)ໂຄງການຈຸດສຸມພາຍໃຕ້ຫົວຂໍ້ "ການສຶກສາສາຍພົວພັນລະຫວ່າງ ຄວາມແຕກຕ່າງຂອງພາສາຈີນກັບພາສາອັງກິດໃນດ້ານມະໂນພາບກ່ຽວກັບກາລະເທສະ ກັບການຮຽນພາສາຈີນ-ພາສາອັງກິດທີ່ເປັນພາສາທີສອງ,ເຊິ່ງມີທ່ານ ສ.ຈ ຫວັງເວີນປິ່ນ (Wang Wenbin), ຫົວໜ້າສູນຄົ້ນຄວ້າພາສາຕ່າງປະເທດ ແລະ ການສຶກສາແຫ່ງປະເທດຈີນເປັນຜູ້ຮັບຜິດຊອບ; 3) ໂຄງການສຳລັບນັກຄົ້ນຄວ້າໜຸ່ມ "ການສຶກສາສາຍພົວພັນລະຫວ່າງວັນນະຄະດີຈີນ ກັບ ວັນນະຄະດີໂປໂລຍ" ທີ່ມີທ່ານ ນາງ ຫຼີ ຢີນານ (Li Yinan), ຫົວໜ້າຫ້ອງການຄົ້ນຄວ້າ ແລະ ການຮຽນ-ການສອນພາສາໂປໂລຍ ຈາກ ຄະນະພາສາແລະວັນນະຄະດີທະວີບເອີລົບ ເປັນຜູ້ຮັບຜິດຊອບ. ມາຮອດປັດຈຸບັນນີ້, ໂຄງການຂອງກອງທຶນວິທະຍາສາດສັງຄົມແຫ່ງຊາດຈີນທີ່ໄດ້ສຳເລັດການຄົ້ນຄວ້າ ແລະ ຖືກປະເມີນເປັນຜົນງານການຄົ້ນຄວ້າດີເດັ່ນ ຂອງ ມພຕປ ປະຈຳສົກປີນີ້ ໄດ້ກວມເອົາ 37,5%.



ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC