BEIJING FOREIGN

STUDIES UNIVERSITY

ກອງປະຊຸມສຳມະນາວິທະຍາສາດ ແລະ ພິທີເປີດຕົວວາລະສານ “ການຄົ້ນຄວ້າແນວຄິດຂົງຈື້ສາກົນ” (ສະບັບພາສາອັງກິດ) ສະບັບທຳອິດໄດ້ຈັດຂຶ້ນ ທີ່ ມພຕປ

发布时间:2022-09-09

ວັນທີ 26 ສິງຫາ, ກອງປະຊຸມສຳມະນາວິທະຍາສາດ ແລະ ພິທີເປີດຕົວວາລະສານ “ການຄົ້ນຄວ້າແນວຄິດຂົງຈື້ສາກົນ” (ສະບັບພາສາອັງກິດ) ສະບັບທຳອິດໄດ້ຈັດຂຶ້ນທີ່ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (ມພຕປ) ໂດຍການເປັນເຈົ້າພາບຮ່ວມລະຫວ່າງ ສະຫະພັນຄົ້ນຄວ້າແນວຄິດຂົງຈື້ສາກົນ(ICA) ແລະ ມພຕປ ແລະ ຮັບການຈັດຕັ້ງປະຕິບັດໂດຍສຳນັກພິມການຮຽນການສອນ ແລະ ຄົ້ນຄວ້າພາສາຕ່າງປະເທດ(FLTRP). 

ທ່ານ ຫຼິວຢຽນຕົງ (Liu Yandong), ຮອງປະທານ ICA ໄດ້ສົ່ງບົດຄໍາເຫັນເປັນລາຍລັກອັກສອນມາຍັງກອງປະຊຸມ ແລະ ທ່ານ ເຊິນລາຍ (Chen Lai), ຮອງປະທານສະພາບໍລິຫານ ICA, ທ່ານ ຫວັງນຽນນິງ (Wang Nianning), ທ່ານ ຈ່າງເຊຍຈື້ (Zhang Xuezhi), ທ່ານ ຫຼີຢຽນ (Li Yan), ທ່ານ ຫວັງເຊຍຕຽນ (Wang Xuedian), ທ່ານ Roger T.Ames ຮອງປະທານ  ICA, ທ່ານ ເຈຍເຕີຢົງ (Jia Deyong), ເລຂາທິການ ICA, ທ່ານ ຢາງຕັ່ນ (Yang Dan), ບັນນາທິການໃຫຍ່ວາລະສານ “ການຄົ້ນຄວ້າແນວຄິດຂົງຈື້ສາກົນ” (ສະບັບພາສາອັງກິດ), ທັງເປັນອະທິການບໍດີ ມພຕປ, ທ່ານ ນາງ ເຊິນຣຸຍ (Chen Rui), ຫົວໜ້າພະແນກການສິດສອນ ແລະ ການພິມຈຳໜ່າຍ ກົມສັງຄົມວິທະຍາ ກະຊວງສຶກສາທິການ ສປ ຈີນ; ທ່ານນາງ ຫວັງຟ່າງ (Wang Fang), ເລຂາຄະນະພັກ, ປະທານສະພາບໍລິຫານ ກຸ່ມ FLTRP, ປະທານ FLTRP ກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ທ່ານ ນາງ ເຊິນຣຸຍ, ທ່ານ ເຊິນລາຍ, ທ່ານ ເຈຍເຕີຢົງ ແລະ ທ່ານ ຢາງຕັ່ນ ໄດ້ຮ່ວມກັນຕັດແຖບຜ້າເພື່ອເປັນການເປີດຕົວວາລະສານ “ການຄົ້ນຄວ້າແນວຄິດຂົງຈື້ສາກົນ” (ສະບັບພາສາອັງກິດ) ສະບັບໃໝ່, ກອງປະຊຸມຄັ້ງນີ້ ເປັນປະທານໂດຍທ່ານ ຈ້າວກ່າງ (Zhao Gang), ຄະນະປະຈຳພັກ, ຮອງອະທິການບໍດີ ມພຕປ.

ການຄົ້ນຄວ້າແນວຄິດຂົງຈື້ສາກົນ” ແມ່ນວາລະສານສໍາຄັນຂອງ ICA, ທັງເປັນຂົວຕໍ່ສຳຄັນສຳລັບຊຸກຍູ້ການແລກປ່ຽນລະຫວ່າງອາລິຍະທຳຂອງບັນດາປະເທດ, ມີບົດບາດໃນການນຳໜ້າການປະດິດສ້າງໃໝ່ດ້ານການຄົ້ນຄວ້າວິທະຍາສາດ, ນຳສະເໜີຜົນງານການຄົ້ນຄວ້າທີ່ດີເດັ່ນ ແລະ ສົ່ງເສີມຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນຂອງບັນດາປະເທດ. ໃນເດືອນພຶດສະພາ ປີ 2021, ICA ໄດ້ຮ່ວມກັບມະຫາວິທະຍາໄລຊິງຮົວຈັດພິມວາລະສານ “ການຄົ້ນຄວ້າແນວຄິດຂົງຈື້ສາກົນ” ສະບັບພາສາຈີນ, ເຊິ່ງການຈັດພິມວາລະສານສະບັບພາສາອັງກິດໃນຄັ້ງນີ້ ກໍຍິ່ງຈະເປັນການເຜີຍແຜ່ ແລະ ສົ່ງເສີມການຄົ້ນຄວ້າແນວຄິດຂົງຈື້ ແລະ ວັດທະນະທຳພື້ນເມືອງບູຮານຂອງຈີນຕື່ມອີກບາດກ້າວໜຶ່ງ, ຈະປະກອບສ່ວນແຜນການຂອງປະເທດຈີນ ແລະ ເພີ່ມຈິນຕະນາການຂອງປະເທດຈີນ ເຂົ້າໃນການແກ້ໄຂບັນຫາ ແລະ ວິກິດການຂອງໂລກໃນປັດຈຸບັນ, ທັງໄດ້ສ້າງເປັນເວທີແລກປ່ຽນການປະດິດສ້າງໃໝ່ດ້ານແນວຄິດ ແລະ ການແລກປ່ຽນສຳມະນາໃຫ້ແກ່ບັນດານັກຄົ້ນຄວ້າ ແລະ ນັກຊ່ຽວຊານທີ່ມີການຄົ້ນຄວ້າແນວຄິດຂົງຈື້ ກໍຄື ວັດທະນະທຳພື້ນເມືອງບູຮານຂອງຈີນຂອງບັນດາປະເທດໃນໂລກ.


ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC