BEIJING FOREIGN

STUDIES UNIVERSITY

ສະຖາບັນເສັ້ນທາງສາຍໄໝ

发布时间:2019-05-07

ສະຖາບັນເສັ້ນທາງສາຍໄໝຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຮັບສ້າງຂຶ້ນໃນປີ​ 2015. ທ່ານ ຈ່າງ ຊິ້ນ ອະດີດອະທິການບໍດີຂອງມະຫາວິທະຍາໄລຕົວເມືອງຮົງກົງ ເປັນຫົວໜ້າກິຕິມະສັກຂອງສະຖາບັນ.

ເພື່ອຮັບໃຊ້ໃຫ້ແກ່ຍຸດທະສາດ“ໜຶ່ງແລວທາງໜຶ່ງເສັ້ນທາງ”, ບົນພື້ນຖານແລະເປົ້າໝາຍທີ່ມີລັກສະນະຫຼາຍພາສາ, ທ່າແຮງຂ້າມວັດທະນະທໍາ, ເວທີບໍລິການ-ສິດສອນ-ຄົ້ນຄວ້າ ແລະ ຂົວເຊື່ອມຕໍ່ສູ່ໂລກພາຍນອກ, ສະຖາບັນເສັ້ນທາງສາຍໄໝເນັ້ນໜັກການປະຕິບັດໂດຍລົງມືຈາກຈຸດນ້ອຍ, ເລີ່ມແຕ່ສິ່ງນ້ອຍນ້ອຍເພື່ອເປັນຈະເຕີບໂຕຫຍິ່ງໃຫຍ່ໃນການປະຕິຮູບຂອງມະຫາວິທະຍາໄລເຮົາ.

ສະຖາບັນເສັ້ນທາງສາຍໄໝຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງຈະນຳໃຊ້ “ລັກສະນະຫຼາຍພາສາ” ແລະ “ທ່າແຮງວັດທະນະທຳຂ້າມຊາດ” ເຊິ່ງເຮັດເສັ້ນທາງສາຍໄໝ ແລະ ການຄົ້ນຄວ້າຫົວຂໍ້“ໜຶ່ງແລວທາງໜຶ່ງເສັ້ນທາງ”​ ທີ່ມີລັກສະນະຂອງມ.ພ.ຕ.ປ. ທ່າທີຂອງມ.ພ.ຕ.ປ. ແລະ ນິໄສຂອງມ.ພ.ຕ.ປ. ເຊິ່ງກາຍເປັນສະຖານທີ່ປັນຍາຊົນອັນສຳຄັນຂອງຍຸດທະສາດ“ໜຶ່ງແລວທາງໜຶ່ງເສັ້ນທາງ”ແຫ່ງຊາດ.​ ສົ່ງເສີມບົດບາດ “ເວທີບໍລິການ-ສິດສອນ-ຄົ້ນຄວ້າ” ແລະ “ຂົວເຊື່ອມຕໍ່ສູ່ໂລກພາຍນອກ”,ອ້ອມແອ້ມຕາມ “ການເວົ້າເລື່ອງຈີນໃຫ້ດີ” “ການເຜີຍແຜ່ສຽງຈີນໃຫ້ດີ” “ການເຮັດໃຫ້ວັດທະນະທຳຈີນເຜີຍແຜ່ໄປສູ່ໂລກພາຍນອກ”ແລະ ຫົວຂໍ້ອື່ນໆ, ຕັ້ງໜ້າຊຸກຍູ້ການປະດິດສ້າງພ້ອມກັນ ແລະ ການປະສົມກັນລະຫວ່າງຂະແໜງການຕ່າງໆ, ຮັບໃຊ້ເພື່ອຄວາມຮຽກຕ້ອງຂອງປະເທດເສັ້ນທາງສາຍໄໝໃນດ້ານການຮຽນ, ເສັ້ນທາງປະຕິຮູບ ແລະ ພັດທະນາ, ດຳເນີນການອົບຮົມ ແລະ ປຶກສາຢ່າງຮອບດ້ານ ໃນຫຼາຍດ້ານຫຼາຍຊັ້ນ. ສະຖາບັນເສັ້ນທາງສາຍໄໝຈະປະກອບສ່ວນໃນການຊຸກຍູ້ຈີນກັບປະເທດເສັ້ນທາງສາຍໄໝ, ສ້າງເວທີການແລກປ່ຽນ ແລະ ການປະຕິບັດຕົວຈິງຂອງຍຸດທະສາດ “ໜຶ່ງແລວທາງໜຶ່ງເສັ້ນທາງ”.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC