BEIJING FOREIGN

STUDIES UNIVERSITY

ສະຖາບັນອິນເຕີເນັດ ແລະ ສຶກສາຮຽນຕໍ່ການສຶກສາຕໍ່ເນື່ອງ

发布时间:2019-05-07

ສະຖາບັນອິນເຕີເນັດແລະການສຶກສາຕໍ່ເນື່ອງໄດ້ສ້າງຕັ້ງຂຶ້ນໃນປີ 2013, ເຊິ່ງແມ່ນການລວມເຂົ້າກັນຈາກສະຖາບັນສຶກສາຕໍ່ເນື່ອງ , ສະຖາບັນອົບຮົມ, ສະຖາບັນສຶກສາທາງໄກ ແລະ ສູນອົບຮົມ ແລະ ສູນພັດທະນາການສຶກສາທອງເວີນ.  ປັດຈຸບັນມີ ອາຈານ ແລະ ພະນັກງານ 115 ຄົນ, ໃນນັ້ນອາຈານປະຈໍາ 26 ຄົນ, ພະນັກງານດ້ານບໍລິຫານທີ່ເປັນທາງການ 20​ ຄົນ ແລະ ພະນັກງານທີ່ເຊີນຈາກຂ້າງນອກ 69 ຄົນ.

ສະຖາບັນໄດ້ສ້າງຕັ້ງພະແນກອົບຮົມສຳລັບຜູ້ທີ່ຖືກສົ່ງໄປຮຽນຕ່າງປະເທດທາງລັດຖະການ ເຊິ່ງຂຶ້ນກັບຄະນະກຳມະການກອງທຶນຕ່າງປະເທດຂອງກະຊວງສຶກສາທິການໂດຍກົງ, ຍັງໄດ້ຕັ້ງສູນສອບເສັງຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງທີ່ຂຶ້ນກັບສູນສອບເສັງຂອງກະຊວງສຶກສາທິການໂດຍກົງ. ສະຖາບັນແມ່ນສະຖານທີ່ພື້ນຖານຮຽນຕໍ່ຕ່າງປະເທດດ້ວຍທຶນເອງ ເຊິ່ງໄດ້ຮັບສິດຈາກສູນບໍລິການເພື່ອຮຽນຕໍ່ຕ່າງປະເທດຂອງກະຊວງສຶກສາທິການ. ການສຶກສາດ້ານປະລິນຍາລະດັບສູງສຳລັບຜູ້ໃຫຍ່ຂອງສະຖາບັນແມ່ນຍຶດໝັ້ນແນວຄິດທີ່ເອົາຄຸນນະພາບເປັນສິ່ງທີ່ສຳຄັນທີ່ສຸດ, ແຕ່ລະປີຮັບສະໝັກ 200 ຄົນ, ຄົນທີ່ຮຽນຈົບມີລະດັບພາສາຕ່າງປະເທດ ແລະຄວາມສາມາດນຳໃຊ້ອັນສົມຄວນ, ເຊິ່ງໄດ້ຮັບການຍອມຮັບດີຈາກຫົວໜ່ວຍທີ່ຮັບເອົາ. ການສຶກສາສືສານທາງໄກຂັ້ນປະລິນຍາຂອງສະຖາບັນ, ນຳໃຊ້ແນວຄິດການສຶກສາ ແລະ ເຕັກນິກການສຶກສາແບບປະດິດສ້າງ ເພື່ອພັດທະນາເປັນຍີ່ຫໍ້ອັນດີເດັ່ນໃຫ້ຂົງເຂດການສຶກສາພາສາຕ່າງປະເທດດ້ວຍອິນເຕີເນັດໃນຈີນ, ຈັດຕັ້ງ 7 ວິຊາກໍຄື: ພາສາອັງກິດ, ການຄວບຄຸມອຸດສາຫະຫຳ-ການຄ້າ ,ວິຊາບັນຊີ, ວິຊາທະນາຄານ, ວິຊາການຄ້າດ້ານເອເລັກໂຕນິກ, ການຄວບຄຸມຂໍ້ມູນແລະເຕັກນິກດ້ານຂໍ້ມູນ, ເສດຖະກິດ-ການຄ້າສາກົນ. ມີນັກສຶກສາ 45000 ກວ່າຄົນ. ສະຖາບັນໄດ້ສ້າງສາຍພົວພັນການຮ່ວມມືອັນຍາວນານໃນດ້ານການອົບຮົມບຸກຄະລາກອນແບບສາກົນກັບ 20 ກວ່າ​ກະຊວງທະບວງກົມ ຫຼື ວິສາຫະກິດສູນກາງ ຕົວຢ່າງເຊັ່ນ: ກະຊວງຄວາມໝັ້ນຄົງສາທາລະນະ, ກະຊວງປ້ອງກັນຄວາມສະຫງົບ, ກົມອຸຕຸນິຍົມ, ທະນາຄານແຫ່ງຊາດຈີນ, ທະນາຄານການກໍ່ສ້າງຈີນ, ບໍລິສັດກຸ່ມນໍ້າມັນ-ແກ໊ສຈີນ, ບໍລິສັດການບິນທິດໃຕ້ຈີນ ແລະອື່ນໆ, ເຊິ່ງໄດ້ອົບຮົມບຸກຄະລາກອນໃຫ້ແກ່ຫົວໜ່ວຍທີ່ຮ່ວມມືກັນ. ວຽກງານຂອງສະຖາບັນຍັງລວມເອົາການຝຶກຫັດພາສາຈີນ, ຝຶກຫັດດ້ານສັງຄົມ ແລະ ວຽກງານອື່ນໆ.

ຂົງເຂດການຈັດຕັ້ງສຶກສາຂອງສະຖາບັນອິນເຕີເນັດ ແລະ ສຶກສາຮຽນຕໍ່ລວມມີການສຶກສາດ້ານປະລິນຍາ ແລະ ການສຶກສາທີ່ບໍ່ແມ່ນຮັບປະລິນຍາ, ເຊີ່ງເປັນລະບົບການສຶກສາແຫ່ງຊາດເສີມໂດຍບໍ່ຫວັງຜົນປະໂຫຍດຈາກສັງຄົມ,ຍັງແມ່ນຫົວໜ່ວຍບໍລິການໃນການບໍລິການສັງຄົມຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC