BEIJING FOREIGN

STUDIES UNIVERSITY

ສະຖາບັນຄົ້ນຄວ້າວັດທະນະທຳຈີນສາກົນ

发布时间:2019-05-07

ສະຖາບັນຄົ້ນຄວ້າວັດທະນະທຳຈີນສາກົນແຕ່ກ່ອນແມ່ນສູນຄົ້ນຄວ້າຈີນວິທະຍາພາຍນອກຈີນ, ເຊິ່ງສ້າງຂຶ້ນໃນປີ 1996 ແລະ ປ່ຽນຊື່ເປັນສະຖາບັນຄົ້ນຄວ້າວັດທະນະທຳຈີນສາກົນໃນປີ 2015. ສະຖາບັນເອົາການຄົ້ນຄວ້າຕໍ່ວັດທະນະທຳຈີນໃນທົ່ວໂລກເປັນເປົ້າໝາຍຄົ້ນຄວ້າ, ເຊິ່ງບົນພື້ນຖານມູນເຊື້ອວັດທະນະທຳດີເດັ່ນຂອງຈີນ ພ້ອມທັງສືບທອດ ແລະ ປະດິດສ້າງ, ໃນເບື້ອງຫຼັງຂອງປະຫວັດສາດການແລກປ່ຽນລະຫວ່າງວັດທະນະທຳຈີນ-ນອກ, ຊອກຫາເສັ້ນທາງ ແລະ ວິທີທີ່ວັດທະນະທຳຈີນເຜີຍແຜ່ໃນຊົນເຜົ່າທົ່ວໂລກ, ຈັດປະຫວັດສາດຕົວລະຄອນ ສະບັບການແປຂອງປຶ້ມວັດທະນະທຳຈີນ, ສະຫຼຸບທິດສະດີ ແລະ ວິທີການທີ່ພາສາຈີນແປເປັນພາສາຕ່າງປະເທດ. ນຳໃຊ້ວິຊາການປະຫວັດສາດມາຄົ້ນຄວ້າການພັດທະນາ ແລະ ປະຫວັດສາດຂອງຮັ້ນວິທະຍາສາດ(ຈີນວິທະຍາສາດ). ເບິ່ງຈາກດ້ານວັດທະນະທໍາຂ້າມຊາດ, ຄົ້ນຄວ້າຜົນກະທົບທີ່ວັດທະນະທຳຈີນຢູ່ນອກຈີນ,​ ຊອກຫາກົນໄກຂອງພາບລວມຂອງຈີນທີ່ເກີດຂຶ້ນໃນແຕ່ລະປະເທດ, ເປີດເຜີຍຄວາມໝາຍທີ່ລັກສະນະທົ່ວໂລກຂອງວັດທະນະທຳຈີນໃນຂະບວນການຮຽນວັດທະນະທຳເຊິ່ງກັນ ແລະ ກັນ.

ໃນສະຖາບັນຄົ້ນຄວ້າ ໄດ້ຕັ້ງສູນສຶກສາຈີນນອກ, ສູນຄົ້ນຄວ້າວັດທະນະທຳຈີນ, ສູນປະເມີນການເຜີຍແຜ່ຂອງວັດທະນະທໍາຈີນຢູ່ຕ່າງປະເທດ.  ວາລະສານວິທະຍາທີ່ຈັດໂດຍສະຖານບັນເຮົາມີ “ຈີນວິທະຍາສາດສາກົນ” “ການຄົ້ນຄວ້າຕໍ່ວັດທະນະທຳແບບປຽບທຽບ ແລະ ວັດທະນະທຳຂ້າມປະເທດ” “ຂໍ້ມູນການຄົ້ນຄວ້າຕໍ່ສາສະໜາຂົງຈື້ໃນສາກົນ” “ວາລະສານກ່ຽວກັບປະຫວັດສາດການສຶກສາພາສາຈີນທົ່ວໂລກ” ແລະ ວາລະສານອື່ນໆ. ສະຖາບັນໄດ້ຕັ້ງຕັ້ງອົງການວິຊາການມີສະມາຄົມຄົ້ນຄວ້າວັດທະນະນຳຈີນຂອງສາກົນ, ສະມາຄົມຄົ້ນຄວ້າກ່ຽວກັບປະຫວັດສາດການສຶກສາພາສາຈີນຂອງທົ່ວໂລກ, ຄະນະກຳມະການພົວພັນສາກົນຂອງສະມາຄົມຂົງຈື້ສາກົນ.

ສະຖາບັນເນັ້ນໜັກການອົບຮົມບຸກຄະລາກອນແບບຄົ້ນຄວ້າ ແລະ ແບບສາກົນ, ໃນຂະບວນການຄົ້ນຄວ້ານັກສຶກສາປະລິນຍາໂທ, ນັກສຶກສາປະລິນຍາເອກໃນດ້ານວັດທະນະທຳແບບປຽບທຽບ ແລະ ການຄົ້ນຄວ້າຂ້າມວັດທະນະທຳຍັງເປີດຫຼັກສູດວິຊາຄົ້ນຄວ້າວັດທະນະທຳຈີນ, ວິຊາຈີນສາດໃນສາກົນ, ເຊິ່ງຮັບນັກສຶກສາສາກົນ ແລະ ສອນດ້ວຍພາສາອັງກິດ ແລະ ອົບຮົມນັກສຶກສາປະລິນຍາໂທ.

ໃນ 10 ກວ່າປີທີ່ຜ່ານມາ, ນັກຄົ້ນຄວ້າຂອງສະຖາບັນຍັງຮັບໂຄງການລະດັບຊາດ, ລະດັບແຂວງ 40 ກວ່າໂຄງການ, ຈໍາໜ່າຍປຶ້ມວິທະຍາ 36 ຫົວ, ຮຽບຮຽງປຶ້ມ 40​ ຫົວ, ປຶ້ມແປ 29 ຫົວ,​ ພົດຈະນານຸກົມ 2​ ຫົວ, ຫຼັກສູດ 3 ຫົວ. ຈັດພິມວິທະຍານິພົນ 100 ກວ່າບົດໃນວາລະສານແກ່ນສານ ແລະ ໄດ້ຮັບລາງວັນອັນດັບໜຶ່ງໃນການຄົ້ນຄວ້າລະດັບມະຫາວິທະຍາໄລລຽນຕິດ 3 ປີ.​ ສະຖາບັນຍັງຮັກສາການພົວພັນ ແລະ ການແລກປ່ຽນກັບມະຫາວິທະຍາໄລ ຫຼື ອົງການຄົ້ນຄວ້າ 33 ແຫ່ງຂອງອາເມລິກາ, ອັງກິດ, ຝະລັ່ງ, ອີຕາລີ, ວາຕິກັງ, ຊູແອດ, ລັດເຊຍ, ອິນເດຍ, ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ ,ໄທ, ມາເລເຊຍ,,ຮົງກົງ, ໄຕຫວັນ, ມາກາວ ແລະ ປະເທດຫຼືເຂດອື່ນໆ. ສູນໄດ້ຮັບນັກຄົ້ນຄວ້າ 100 ກວ່າຄົນຈາກປະເທດຕ່າງໆຂອງທົ່ວໂລກ, ຈັດການທັດສະນະສຶກສາ 100 ກ່ວາຄົນ,, ຈັດກອງປະຊຸມວິທະຍາສາກົນ 70​ ກວ່າຄັ້ງ ແລະໄດ້ສ້າງສາຍພົວພັນກັບວິທະຍາທີ່ກ່ຽວຂ້ອງພາຍໃນປະເທດຈີນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC