BEIJING FOREIGN

STUDIES UNIVERSITY

ສູນສິດສອນ-ຄົ້ນຄວ້າພາສາຕ່າງປະເທດຂອງຈີນ

发布时间:2019-05-07

ໃນປີ 2000, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງເອົາສະຖາບັນຄົ້ນຄວ້າພາສາຕ່າງປະເທດເປັນພື້ນຖານ ທັງດຶງດູດເອົາກຳລັງການຄົ້ນຄວ້າຂອງພະແນກອື່ນໆ ເພື່ອສ້າງສູນແຫ່ງນີ້. ໃນປີດຽວກັນ, ສູນແຫ່ງນີ້ ຮັບຜ່ານການຮັບຮອງຈາກກະຊວງສຶກສາທິການ ເຊິ່ງອະນຸຍາດເປັນ “ສະຖານທີ່ສໍາຄັນຂອງການສຶກສາຊັ້ນສູງສັງຄົມ-ມະນຸດສາດທົ່ວໄປ”.

ສູນແຫ່ງນີ້ມີ 2 ທິດທາງການຄົ້ນຄົ້ວພື້ນຖານຄື: ການຄົ້ນຄວ້າຕໍ່ທິດສະດີສິດສອນພາສາຕ່າງປະເທດ ແລະ ການຄົ້ນຄວ່າກ່ຽວກັບພາສາຕ່າງປະເທດ ແລະ ການປຽບທຽບໃສ່ສອງພາສາ. ພ້ອມກັນນັ້ນ ສູນແຫ່ງນີ້ ເອົາການສິດສອນ,ການຮຽນ ແລະ ການປະເມີນຂອງພາສາຕ່າງປະເທດນັ້ນເປັນຈຸດໜັກຂອງຄົ້ນຄວ້າໃຊ້ຕົວຈິງ. ໜ້າທີ່ຕົ້ນຕໍຂອງສູນແຫ່ງນີ້ແມ່ນ: 1). ຮັບຜິດຊອບ ແລະ ຈັດວາງໂຄງການຄົ້ນຄວ້າອັນສຳຄັນ,​ ໄດ້ມີຜົນຄົ້ນຄວ້າອັນສໍາຄັນ, ເຊິ່ງກາຍເປັນສະຖານທີ່ພື້ນຖານລະດັບຊາດທີ່ມີຊື່ສຽງໃນດ້ານຊາການ; 2). ອົບຮົມບຸກຄະລາກອນຊັ້ນສູງ, ສ້າງກຸ່ມວິຊາການອັນໃໝ່; 3). ສ້າງສູນຂໍ້ມູນປຶ້ມດ້ານສຶກສາພາສາຕ່າງປະເທດທີ່ຢູ່ແຖວໜ້າໃນທົ່ວປະເທດ,​ ດໍາເນີນໂຄງການການແລກປ່ຽນດ້ານວິຊາການທັງພາຍໃນ ແລະຕ່າງປະເທດ; 4). ອໍານວຍບໍລິການປຶກສາໃຫ້ແກ່ຫົວໜ່ວຍທີ່ກ່ຽວຂ້ອງໃນດ້ານປະຕິຮູບ ແລະ ພັດທະນາຂອງການສຶກສາພາສາຕ່າງປະເທດ.

ປັດຈຸບັນ, ສູນນີ້ມີນັກຄົ້ນຄວ້າສະເພາະ 13 ຄົນ,​ ໃນນັ້ນມີສາດສະດາຈານ 10 ​ຄົນ ແລະ ຮອງສາດສະດາຈານ 2 ຄົນ ເຊິ່ງລ້ວນແຕ່ໄດ້ຮັບປະລິນຍາເອກທັງໝົດ.​ ສູນຍັງເຊີນນັກຄົ້ນຄວ້າ 4 ຄົນຈາກພາຍໃນແລະ ຕ່າງປະເທດ (ລະດັບປະລິນຍາເອກ). ສູນນີ້ຖືການຄົ້ນຄວ້າເປັນການຊີ້ນໍາ, ເຊິ່ງໄດ້ຮັບຜົນສະທ້ອນອັນສົມຄວນ. ເລີ່ມແຕ່ປີ 2009 ຫາ 2015, ສູນແຫ່ງນີ້ມີຫົວຂໍ້ 46​ ຂໍ້ທີ່ໄດ້ຮັບຮອງ, ໃນນັ້ນມີຫົວຂໍ້ກອງທຶນວິຊາສັງຄົມລະດັບຊາດ 12 ຫົວຂໍ້, ຫົວຂໍ້ສຳຄັນວິທະຍາສາດສຶກສາທົ່ວປະເທດ 3 ຫົວຂໍ້, ໂຄງການສໍາຄັນສະຖານທີ່ພື້ນຖານກະຊວງສຶກສາທິການ 11 ຫົວຂໍ້ ແລະ ໄດ້ຮັບລາງວັນດີເດັ່ນລະດັບແຂວງໃນດ້ານວິທະຍາສາດສັງຄົມ. ນັກຄົ້ນຄວ້າໄດ້ປະກາດແລະຈຳໜ່າຍບົດຄວາມ ແລະ ບົດນິຄົມ 430 ບົດ. ສູນນີ້ໄດ້ຕັ້ງຈຸດປະລິນຍາເອກ ຈຸດປະລິນຍາໂທວິຊາພາສາສາດຕ່າງປະເທດ ແລະ ພາສາສາດນຳໃຊ້, ແຕ່ລະປີໄດ້ຮັບນັກສຶກສາປະລິນຍາໂທແບບສາມປີ 20 ຄົນ, ນັກສຶກສາປະລິນຍາເອກປະມານ 20​ ຄົນ, ນັກຄົ້ນຄວ້າຫຼັງປະລິນຍາເອກ 5 ຄົນ, ເຊິ່ງແມ່ນສະຖານທີ່ພື້ນຖານຂອງບຸກຄະລາກອນພາສາຕ່າງປະເທດລະດັບສູງຂອງປະເທດເຮົາ.

ສູນສິດສອນ-ຄົ້ນຄວ້າພາສາຕ່າງປະເທດຂອງຈີນໄດ້ຕັ້ງ 3 ອົງການໃຫມ່ຄື:

ຄະນະສຶກສາສາດ

ຄະນະສຶກສາສາດຂອງມະຫາວິທະຍາໄລພາສາຕ່າງປະເທດໄດ້ຮັບສ້າງຕັ້ງຂຶ້ນເປັນທາງການໃນວັນທີ 17 ເດືອນມິຖຸນາ ປີ 2015. ສະຖາບັນການສຶກສາຮັບສ້າງຂຶ້ນເພື່ອການພັດທະນາສຶກສາສາດຂອງມະຫາວິທະຍາໄລເຮົາ ແລະ ຍົກລະດັບການສຶກສາພາສາຕ່າງປະເທດ ແລະ ການຄົ້ນຄວ້າການພັດທະນາອາຈານ, ອົບຮົມອາຈານພາສາຕ່າງປະເທດລະດັບສູງທີ່ມີລັກສະນະມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ມ.ພ.ຕ.ປ.).

ໃນດຽວນີ້,​ ທີມອາຈານຂອງຄະນະວິຊາແມ່ນເອົາສູນສິດສອນ-ຄົ້ນຄວ້າພາສາຕ່າງປະເທດຂອງຈີນເປັນພື້ນຖານ, ເຊິ່ງມີສາດສະດາຈານ ແລະ ຮອງສາດສະດາຈານ 5 ຄົນ ລ້ວນແຕ່ໄດ້ຮັບປະລິນຍາເອກ. ໃນນັ້ນ, ສາດສະດາຈານ 4 ຄົນ (ລ້ວນແຕ່ແມ່ນອາຈານທີ່ປຶກສາປະລິນຍາເອກ) ແລະ ຮອງສາດສະດາຈານ 1 ຄົນ.

ຮອດປັດຈຸບັນນີ້, ສະຖາບັນການສຶກສາໄດ້ຮັບຜົນທີ່ເປັນຕາຊົມເຊີຍໃນດ້ານການອົບຮົມອາຈານຫຼັງຈາກສຳເລັດວຽກງານ. ຕົວຢ່າງເຊັ່ນ: ໄດ້ຈັດຕັ້ງສໍາມະນາກ່ຽວກັບອາຈານຫຼັກແຫຼ່ງໃນວິຊາພາສາຕ່າງປະເທດຊັ້ນວິທະຍາໄລເປັນລຽນຕິດ 10 ປິ; ຮັບຜິດຊອບໂຄງການພັດທະນາຄູສອນຊັ້ນປະຖົມ ແລະມັດທະຍົມໃນນະຄອນຫຼວງປັກກິ່ງ. ໃນເວລາຕໍ່ມາ, ຈະມີການສຶກສາໃຫ້ຄູອາຈານກ່ອນຈະໄປສິດສອນ ເພື່ອສ້າງລະບົບການອົບຮົມກ່ອນການສິດສອນ ແລະ ຫຼັງການສິດສອນ ເຊິ່ງເປັນລະບົບສຶກສາສຳລັບຄູອາຈານອັນຄົບຖ້ວນ.ຄະນະວິຊາມີ 03 ທິດທາງການຄົ້ນຄົ້ວອັນຕົ້ນຕໍຄຶ:ແມ່ນ: ການຄົ້ນຄວ້າຕໍ່ຫຼັກສູດພາສາ ແລະ ການສິດສອນ, ການຄົ້ນຄວ້າຕໍ່ການສຶກສາສຳລັບອາຈານທີ່ສອນພາສາ ແລະ ການຄົ້ນຄວ້າຕໍ່ການສຶກສາດ້ວຍວິທີທຽບໃສ່ກັນ ແລະ ການສຶກສາສາກົນ.

ສູນປະເມີນພາສາຕ່າງປະເທດຂອງຈີນ

“ສູນປະເມີນພາສາຕ່າງປະເທດຂອງຈີນ”ໄດ້ສ້າງຕັ້ງຂຶ້ນເປັນທາງການໃນວັນທີ 29 ເດືອນກັນຍາ ປີ 2014. (ໃນບົດດັ່ງລຸ່ມນີ້, ຂຽນຫຍໍ້ເປັນ “ສູນປະເມີນ”). ສູນປະເມີນແມ່ນອົງການປະເມີນພາສາຕ່າງປະເທດຂອງຈີນ ແລະອົງການສອບເສັງ-ບໍລິການພາສາຕ່າງປະເທດ ເຊິ່ງເພື່ອສ້າງເປັນອົງການທີ່ຢູ່ຖານະແຖວໜ້າຂອງຈີນ ແລະ ມີຜົນກະທົບອັນສຳຄັນໃນທົ່ວໂລກ.    ສູນປະເມີນຈະອີງໃສ່ສະຖານທີ່ບົນພື້ນຖານສຳຄັນດ້ານວິທະຍາສາດສັງຄົມຂອງກະຊວງສຶກສາທິການ ກໍຄືສູນສິດສອນ-ຄົ້ນຄວ້າພາສາຕ່າງປະເທດຂອງຈີນ ແລະ ທ່າແຮງວິຊາການຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ, ເຊິ່ງຈະຈັດການສອບເສັງພາສາຕ່າງປະເທດ ຈັດມາດຕະຖານປະເມີນບຸກຄະລາກອນພາສາຕ່າງປະເທດຂອງຈີນ, ດຳເນີນການຄົ້ນຄວ້າຕໍ່ການສິດສອນພາສາຕ່າງປະເທດ, ອອກແບບການສອບເສັງສະເພາະທີ່ຕອບຮັບຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ຂະແໜງການ ແລະ ພະແນກ. ໃນຖານະເປັນອົງການວິຊາການ ແລະ ບໍລິການບໍ່ຫວັງຜົນກຳໄລ, ສູນປະເມີນຈະອຳນວຍມາດຕະຖານ ແລະ ບໍລິການອັນມີຫຼາຍລະດັບ  ແລະຮອບດ້ານເຊິ່ງມີແຕລະດັບສູງຮອດລະດັບຕ່ຳ, ແຕ່ດ້ານປະສົມຈົນເຖິງດ້ານສະເພາະ, ແຕ່ຜູ້ໃຫຍ່ຮອດເດັກນ້ອຍຢ່າງເທື່ອລະກ້າວ.

ສູນຄົ້ນຄວ້າພັດທະນາຄວາມສາມາດດ້ານພາສາແຫ່ງຊາດ

ສູນຄົ້ນຄວ້າພັດທະນາຄວາມສາມາດ້ານພາສາແຫ່ງຊາດ(ຕໍ່ໄປ ຂຽນຫຍໍ້ເປັນ “ສູນ”)ສ້າງຂຶ້ນເປັນທາງການໃນເດືອນກໍລະກົດ ປີ 2014 ເຊິ່ງບົນພື້ນຖານທິມຄົ້ນຄວ້ານະໂຍບາຍພາສາຂອງສູນສິດສອນ-ຄົ້ນຄວ້າພາສາຕ່າງປະເທດຂອງຈີນ ແລະ ໄດ້ຮັບອະນຸຍາດຈາກຄະນະກຳມະການວຽກງານກ່ຽວກັບພາສາແລະໜັງສືແຫ່ງຊາດຈີນ. ສູນແຫ່ງນີ້ແມ່ນອົງການຄົ້ນຄວ້າທີ່ຂຶ້ນກັບຄະນະກຳມະການວຽກງານກ່ຽວກັບພາສາ ແລະໜັງສືແຫ່ງຊາດຈີນ ແລະ ສ້າງຕັ້ງ-ຄວບຄຸມໂດຍພະແນກຄວບຄຸມຂໍ້ມູນພາສາແລະໜັງສືຂອງກະຊວງສຶກສາທິການ ແລະ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ. ໜ້າທີ່ຕົ້ນຕໍຂອງສູນນີ້ແມ່ນລົງເລິກຄົ້ນຄວ້າບົດບາດອັນສຳຄັນຂອງພາສາໃນດ້ານການເມືອງ ການຕ່າງປະເທດ ແລະ ດ້ານອື່ນໆ, ຈຸດໜັກແມ່ນຈັດສ້າງທິດສະດີກ່ຽວກັບຄວາມສາມາດພາສາແຫ່ງຊາດ ແລະ ເກັບຂໍ້ມູນສະພາບປັດຈະບັນ, ດຳເນີນວຽກງານຄົ້ນຄວ້າໃນການພັດທະນາຊັບພະຍາກອນມະນຸດດ້ານພາສາ, ນະໂຍບາຍພາສາແຫ່ງຊາດອັນຕົ້ນຕໍຂອງທົ່ວໂລກ, ຄວາມສາມາດພາສາຕ່າງປະເທດຂອງຕົວເມືອງສາກົນ ແລະ ດ້ານອື່ນໆ,​ ອໍານວຍຕົວຢ່າງໃຫ້ແກ່ອົງການທີ່ກ່ຽຂ້ອງ ແລະ ອຳນວຍບໍລິການໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC