BEIJING FOREIGN

STUDIES UNIVERSITY

ພະແນກການສິດສອນ-ຄົ້ນຄວ້າກິລາພະລະສຶກສາ

发布时间:2019-05-07

ພະແນກການສິດສອນ-ຄົ້ນຄວ້າພາລະສຶກສາແມ່ນພະແນກຮັບຜິດຊອບວຽກງານກິລາຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ, ເຊິ່ງເປັນຫົວໜ່ວຍການສິດສອນທີ່ຂຶ້ນກັບໂດຍມະຫາວິທະຍາໄລໂດຍກົງ. ມະຫາວິທະຍາໄລເຮົາໄດ້ຈັດຕັ້ງຄະນະກຳມະການພະລະສຶກສາມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ເຊິ່ງອະທິການບໍດີຮັບຜິດຊອບເປັນຫົວໜ້າ ພະແນກການສິດສອນ-ຄົ້ນຄວ້າພະລະສຶກສາ ພະແນກນັກສຶກສາ ຄະນະກຳມະການເຍົາວະຊົນ,  ສະມາຄົມພະນັກງານ ແລະ ພະແນກອື່ນໆເປັນຄະນະ, ເຊິ່ງມີໂຄງປະກອບຕ່າງໆອັນເຕັມສ່ວນ.

ພະແນກການສິດສອນ-ຄົ້ນຄວ້າພະລະສຶກສາມີໜ້າທີ່ຕໍ່ກິລາສຶກສາ ການຄ້ຳປະກັນດ້ານກິລາສຶກສາ ການຝຶກຫັດຕໍ່ທິມກິລາ ການແຂ່ງຂັນກິລາພາຍໃນ ແລະ ວຽກງານການທົດລອງຕາມ “ມາດຕະຖານສຸຂະພາບນັກຮຽນ ນັກສຶກສາທົ່ວປະເທດ”, ພ້ອມກັນນີ້, ຍັງຊ່ອຍຄະນະກໍາມະການເຍົາວະຊົນ ສະມາຄົມພະນັກງານ ແລະ ຫົວໜ່ວຍຕ່າງໆນັ້ນ ດຳເນີນເຄື່ອນໄຫວກິລາສຶກສາ.

ປັດຈະບັນ, ພະແນກການສິດສອນ-ຄົ້ນຄວ້າພະລະສຶກສາມີ ອາຈານ ແລະ ພະນັກງານທາງການ 16 ຄົນ, ໃນນັ້ນ ມີອາຈານ 15​ ຄົນ ຜູ້ຊ່ວຍຄູສິດສອນສະເພາະ 1 ຄົນ,​ ນອກນັ້ນ ຍັງມີພະນັກງານພາກສະໜາມ 3 ຄົນ. ໃນບັນດາອາຈານເຫຼົ່ານີ້ມີ 5 ຄົນໄດ້ຮັບປະລິນຍາໂທ, ອາຈານອື່ນໆກໍໄດ້ສຳເລັດການຮຽນຕໍ່ສຳລັບຫຼັກສູດນັກສຶກສາປະລິນຍາໂທ. ອາຈານຊາວໜຸ່ມທີ່ມີອາຍຸຕ່ຳກວ່າ 40​ ປີນັ້ນ ມີ 6 ຄົນ. ກຸ່ມອາຈານໄວໜຸ່ມ ເຊິ່ງເໝາະສົມກັບລັກສະນະວຽກງານພະລະສຶກສາ. ໃນປັດຈະບັນ,​ ພະແນກເຮົາມີຮອງສາດສະດາຈານ 9 ຄົນ,​ ອາຈານທົ່ວໄປ 6 ຄົນ. ອາຈານທັງໝົດກໍມີໜ້າທີ່ສິດສອນຕໍ່ນັກສຶກສາປະລິນຍາຕີ.

ມະຫາວິທະຍາໄລເຮົາມີ 11 ທິມຊັ້ນວິທະຍາໄລຄື: ທິມບານບ້ວງຊາຍ, ທິມບານບ້ວງຍິງ, ທິມບານສົ່ງຊາຍ, ທິມບານສົ່ງຍິງ, ທິມບານເຕະຊາຍ, ທິມດອກປີກໄກ່ ,ທິມເທັນນິດ ,ທິມປິງປອງ, ທິມກິລາແລ່ນແລະລານ, ທິມຟ້ອນແອໂຣບິກ, ທິມລອຍນໍ້າ(ກຸ່ມທົ່ວໄປ). ສະມາຊິກຂອງທິມຊັ້ນມະຫາວິທະຍາໄລນັ້ນປະກອບດ້ວຍນັກສຶກສາທົ່ວໄປທີ່ມີຮ່າງກາຍແຂງແຮງ ແລະ ມັກຫຼິ້ນກິລາ, ເຊິ່ງຊີ້ນໍາໂດຍອາຈານສະເພາະຕ່າງໆຂອງພະແນກການສິດສອນ-ຄົ້ນຄວ້າພະລະ. ຫຼັງຈາກໄດ້ສ້າງທິມຊັ້ນມະຫາວິທະຍາໄລແລ້ວ ພາຍໃຕ້ຄວາມພະຍາຍາມຂອງອາຈານ ແລະ ນັກສຶກສາ, ທິມຊັ້ນວິທະຍາໄລໄດ້ຮັບຜົນດີໃນການແຂ່ງຂັນກິລາຕ່າງໆສຳລັບນັກສຶກສາມະຫາວິທະຍາໄລໃນນະຄອນຫຼວງໃນແຕ່ລະສະໄໝ.

ໃນປີ 2010, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຜ່ານການກວດສອບຈາກສະມາຄົມພະລະສຶກສາຊັ້ນການສຶກສາຊັ້ນສູງນະຄອນຫຼວງປັກກິ່ງ ,ຄະນະກຳມະການສຶກສານະຄອນຫຼງປັກກິ່ງ ແລະ ກະຊວງສຶກສາທິການ ກ່ຽວກັບການສ້າງນັກກິລາລະດັບສູງ, ເຊິ່ງໄດ້ຮັບອະນຸຍາດຮັບນັກກິລາລະດັບສູງດ້ານລອຍນ້ຳ ແລະ ໄດ້ສຳເລັດວຽກງານຮັບສະໝັກໃນປີດຽວນັ້ນ. ການຝືກຫັດສະເພາະ ການແຂ່ງຂັນ ແລະ ການຮຽນຄວາມຮູ້ຂອງນັກກິລາລະດັບສູງຖືກຄວບຄຸມພ້ອມກັນໂດຍພະແນກການສິດສອນ-ຄົ້ນຄວ້າ ແລະ ສະຖາບັນສາຍພົວພັນສາກົນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC