BEIJING FOREIGN

STUDIES UNIVERSITY

ພາກວິຊາພະແນກພາສາຝຣັ່ງ

发布时间:2019-05-07

ພະແນກພາສາຝຣັ່ງຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຮັບການສ້າງຂຶ້ນໃນເດືອນມິນາ ປີ 1950, ໃນຊື່ເດີມທີ່ວ່າທິມສອນພາສາຝຣັ່ງຂອງວິທະຍາໄລພາສາຕ່າງປະເທດປັກກິ່ງ. ພາກວິຊາພາສາຝຣັ່ງນີ້ເປັນຈຸດສ້າງສັນທີ່ມີເອກກະລັກລະດັບຊາດ ແລະ ເປັນພາກວິຊາດີເດັ່ນສຳຄັນຂອງນະຄອນຫຼວງປັກກິ່ງ. ພະແນກພາສາຝຣັ່ງຮັບນັກສຶກສາປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກໄດ້, ແລະ ເປັນສູນການມອບໃບປະກາດປະລິນຍາໂທການແປພາສາຝຣັ່ງ(MTI) ແຫ່ງຊາດ.

ພາກວິຊາພາສາຝຣັ່ງ ໄດ້ສ້າງຕັ້ງວາລະສານ”ການຮຽນພາສາຝຣັ່ງ”ຂຶ້ນໃນປີ 1980, ເປັນວາລະສານພາສາຝຣັ່ງທຳອິດທີ່ເຂົ້າສູ່ຕະຫຼາດທົ່ວປະເທດຈີນ, ມີພາລະບົດບາດສູງ. ນອກຈາກນີ້ແລ້ວ, ພາກວິຊາພາສາຝຣັ່ງຍັງໄດ້ຈັດຕັ້ງສູນການຄົ້ນຄວ້າບັນດາປະເທດ ແລະ ເຂດທີ່ໃຊ້ພາສາຝຣັ່ງ, ສູນຄົ້ນຄວ້າປະເທດສະວິດສະແລນ ສູນການສຶກສາປະເທດແບບຊິກ ແລະ ສູນການສຶກສາຄວິເບກ(Quebec), ແລະໄດ້ສ້າງຕັ້ງ ວາລະສານ ການສຶກສາບັນດາປະເທດ ແລະ ເຂດທີ່ໃຊ້ພາສາຝຣັ່ງໃນປີ 2015.

ພາກວິຊາພາສາຝຣັ່ງມີທິມງານຄູອາຈານທີ່ເກັ່ງພາສາ, ມີຄວາມຮູ້ວິຊາເລິກເຊິ່ງ, ແລະ ຮັກວຽກງານການສິດສອນ, ເຊິ່ງໃນປັດຈຸບັນມີອາຈານ ທັງໝົດ 24 ຄົນ, ໃນນັ້ນສາດສະດາຈານ 5 ຄົນ, ຮອງສາດສະດາຈານ 8 ຄົນ, ແລະ ອາຈານສອນ 11 ຄົນ, ອາຈານລະດັບປະລິນຍາເອກ 15 ຄົນ. ບັນດາອາຈານຮ່ວມກັນເປັນທິມງານທີ່ດີເດັ່ນ, ເຂົາເຈົ້າໄດ້ແບ່ງຂົງເຂດການຄົ້ນຄວ້າເປັນ 4 ຂົງເຂດໃຫຍ່ ຄື: ພາສາສາດ, ວັນນະຄະດີ, ການແປ, ແລະ ການຄົ້ນຄວ້າປະເທດ ແລະ ພາກພື້ນ ຢ່າງສະໝໍ່າສະເໝີກັນ, ອາຈານຜູ້ໃດກໍມີທ່າແຮງຂອງຕົນ, ແລະ ຢູ່ໃນລະດັບສູງໃນດ້ານການສອນ ແລະ ການສຶກສາ. ນອກຈາກນັ້ນນີ້ແລ້ວ, ພາກວິຊາພາສາຝຣັ່ງຍັງເຊີນອາຈານຜູ້ຊ່ຽວຊານຄົນຝຣັ່ງເສດ 2 ຄົນມາສິດສອນມາທຸກປີ, ແລະຮັບອາຈານ 1 ຄົນຈາກເຂດທີ່ເວົ້າພາສາຝຣັ່ງຂອງປະເທດແບນຊິກ.

ຕະຫຼອດຫຼາຍສິບປີທີ່ຜ່ານມານີ້, ພາກວິຊາພາສາຝຣັ່ງໄດ້ຢຶດຖືມູນເຊື້ອການສອນອັນດີງາມ, ຄືເນັ້ນໜັກການບຳລຸງຄວາມສາມາດນັກສຶກສາໃນດ້ານການເວົ້າ, ການຟັງ, ການອ່ານ ແລະ ການຂຽນພາສາຝຣັ່ງ, ແລະ ປັບປຸງແຜນການສອນ ແລະ ການຈັດຕັ້ງຫຼັກສູດຢ່າງບໍ່ຢຸດຢັ້ງ, ໄດ້ມີລະບົບຫຼັກສູດການຮຽນຄວາມຮູ້ ແລະ ການຈັດຕັ້ງປະຕິບັດ ທີ່ສົມບູນ, ແລະໄດ້ເອົາການສອນພາສາ ແລະ ການສອນຄວາມຮູ້ວັດທະນະທຳເຊື່ອມໂຍງເຂົ້າກັນໃນຊົ່ວໂມງຮຽນ. ພາກວິຊາພາສາຝຣັ່ງໄດ້ຄອງອຳດັບນຳໜ້າໃນທົ່ວປະເທດ, ໃນດ້ານການສອນນັກສຶກສາປະລິນຍາຕີ, ນັກສຶກສາໄດ້ມີຄະແນນດີເດັ່ນໃນການສອບເສັງພາສາຝຣັ່ງລະດັບ 4 ແລະ ລະດັບ 8 ທົ່ວປະເທດ, ແລະມີນັກສຶກສາໄດ້ຮັບລາງວັນໃນການແຂ່ງຂັນຄວາມສາມາດດ້ານພາສາຝຣັ່ງທຸກປີ.

ພາກວິຊາພາສາຝຣັ່ງຈະສ້າງໃຫ້ນັກສຶກສາເປັນຜູ້ເກັ່ງພາສາຝຣັ່ງລະດັບສູງມີພື້ນຖານພາສາຝຣັ່ງດີ, ຮັບຮູ້ສະພາບລວມ ແລະ ວັດທະນະທຳຂອງປະເທດ ແລະ ເຂດຕ່າງໆທີ່ເວົ່າພາສາຝຣັ່ງ, ແລະ ປັບຕົວເຂົ້າກັບຄວາມຕ້ອງການຈາກການພັດທະນາເສດຖະກິດສັງຄົມໄດ້. ຜູ້ຮຽນຈົບຈາກພະແນກພາສາຝຣັ່ງສາມາດນຳໃຊ້ພາສາຝຣັ່ງໃນບັນດາອົງການການຕ່າງປະເທດ, ການຄ້າ, ວັດທະນະທຳ, ຖະແຫຼງຂ່າວ, ການສຶກສາ, ເພື່ອເຮັດວຽກການທູດ, ການແປພາສາ, ການຄຸ້ມຄອງ ແລະ ການສອນເປັນຕົ້ນ, ແລະເປັນຜູ້ມີເງື່ອນໄຂໄປເຮັດວຽກການຄົ້ນຄວ້າ.

ພາກວິຊາພາສາຝຣັ່ງໄດ້ເຊັນສັນຍາແລກປ່ຽນກັບມະຫາວິທະຍາໄລຕ່າງປະເທດທັງໝົດ 17ແຫ່ງຢ່າງເປັນລຳດັບຄື: ມະຫາວິທະຍາໄລລັດຖະສາດປາລີ(Sciences Po), ມະຫາວິທະຍາໄລແຫ່ງທີ III ປາລີ(University Paris III), ມະຫາວິທະຍາໄລແຫ່ງທີ  IV ປາລີ(Paris IV)ຂອງຝຣັ່ງ, ມະຫາວິທະຍາໄລ ມົງທຣິວ(Montreal) ຄວິເບດ, ມະຫາວິທະຍາໄລລາວາລ(Laval)ຂອງປະເທດການາດາ, ມະຫາວິທະຍາໄລ ອິດສະຫຼະ ບຣັສເຊລສ(Université libre de Bruxelles,ULB) ປະເທດແບນຊິກ, ມະຫາວິທະຍາໄລເຊີແນວປະເທດສະວິກ. ທຸກໆປີ, ພາກວິຊາພາສາຝຣັ່ງຈະມີນັກສຶກສາປະລິນຍາຕີ ແລະ ປະລິນຍາໂທ 30 ຫາ 40 ຄົນໄປຮຽນຢູ່ມະຫາວິທະຍາໄລດັ່ງກ່າວນີ້.

ການປະກອບອາຊີບຂອງນັກສຶກສາພະແນກພາສາຝຣັ່ງໄດ້ຢູ່ໃນສະພາບການທີ່ດີ, ພາສາ ແລະ ຄວາມສາມາດຮອບດ້ານຂອງນັກສຶກສາພະແນກພາສາຝຣັ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກບັນດາອົງການທີ່ວ່າຈ້າງ. ນັກສຶກສາທີ່ຮຽນຈົບແລ້ວໄດ້ໄປເຮັດວຽກຢູ່ອົງການທີ່ກ່ຽວກັບການຕ່າງປະເທດຂອງບັນດາກະຊວງສູນກາງ:ເຊັ່ນກະຊວງການຕ່າງປະເທດ, ກະຊວງການຄ້າ, ການຊວງສຶກສາທິການ, ກະຊວງວັດທະນະທຳ, ກະຊວງເຕັກນິກວິທະຍາສາດເປັນຕົ້ນ, ບວກກັບສຳນັກຂ່າວຊີ່ນຫົວ, ໂທລະພາບສູນກາງຈີນ, ວິທະຍຸກະຈາຍສຽງສາກົນຈີນ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຕ່າງໆ, ພະແນກການຕ່າງປະເທດແຕ່ລະແຂວງ ແລະ ນະຄອນ, ລັດຖະວິສາຫະກິດ ແລະ ວິສາຫະກິດເອກະຊົນທີ່ມີທຸລະກິດການຄ້າກັບບັນດາປະເທດ ແລະ ເຂດທີ່ເວົ້າພາສາຝຣັ່ງ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC