BEIJING FOREIGN

STUDIES UNIVERSITY

ພາກວິຊາພະແນກພາສາເຢຍລະມັນ

发布时间:2019-05-07

ພາກວິຊາພາສາເຢຍລະມັນຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງເລີ່ມສ້າງຕັ້ງຂຶ້ນເມື່ອປີ 1950 ເຊິ່ງໃນໄລຍະນັ້ນມີແຕ່ອາຈານ 2 ທ່ານ ແລະນັກສຶກສາຈໍານວນ 14 ຄົນເທົ່ານັ້ນ.

ວິຊາພາສາ ແລະວັນນະຄະດີເຢຍລະມັນຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ຖືກຫ້ອງການປະລິຍາຄະນະລັດຖະບານຈີນອະນຸມັດເປັນວິຊາສໍາຄັນລະດັບຊາດໃນປີ 2002 ແລະໄດ້ກາຍເປັນສູນກໍ່ສ້າງວິຊາທີ່ມີເອກະລັກພິເສດລະດັບຊາດຂອງກະຊວງການສຶກສາ ແລະກະຊວງການເງິນຂອງຈີນໃນປີ 2008.

ວິຊາພາສາ ແລະວັນນະຄະດີເຢຍລະມັນຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງລວມມີ 6 ທິດທາງວິຊາຄື: ວັນນະຄະດີເຢຍລະມັນ, ພາສາເຢຍລະມັນ, ການແປພາສາ, ການຄົ້ນຄວ້າຂ້າມວັັດທະນະທໍາ, ການຕ່າງປະເທດ ແລະ ເສດຖະກິດຂອງເຢຍລະມັນ ແລະ ວິທີການສອນ. ຈຸດເລີ່ມຕົ້ນຂອງການກໍ່ສ້າງວິຊາປະລິຍາຕີຂອງພະແນກພາສາເຢຍລະມັນກໍ່ຄື ການກໍ່ສ້າງບຸກຄະລາກອນທີ່ມີຄຸນນະທໍາ ສູງ ແລະມີຄວາມຮູ້ຄວາມສາມາດຫຼາຍຢ່າງ, ຕອບສະໜອງຕາມຄວາມຕ້ອງການຂອງປະເທດ ກໍ່ຄືຂອງສັງຄົມ. ໃນຂະບວນການດັ່ງກ່າວ, ພວກຂ້າພະເຈົ້າຖືນັກສຶກສາເປັນໃຈກາງ, ວາງຫຼັກສູດໂດຍອີງຕາມການສະແຫວງຫາຄວາມຮູ້ ແລະຄວາມສົນໃຈຂອງນັກສຶກສາ. ບົນພື້ນຖານການສອນວິຊາພື້ນຖານໃນປີທີໜຶ່ງ ແລະປີທີສອງ, ພວກຂ້າພະເຈົ້າໄດ້ນໍາເຂົ້າ“ລະບົບຫຼັກສູດຫຼາຍຢ່າງມີສາມາດປ່ຽນແປງໄດ້”, ຢູ່ໃນລະບົບດັ່ງກ່າວ, ຫຼັກສູດຂອງປີທີສາມ ແລະປີທີສີ່ແບ່ງອອກເປັນຫຼັກສູດນໍາພາ ແລະຫຼັກສູດເພີ່ມຕື່ມ, ນັກສຶຶກສາສາມາດເລືອກເອົາຫຼັກສູດຂອງຕົນຈາກ 6 ພາກສ່ວນຄື: ວັນນະຄະດີເຢຍລະມັນ, ພາສາສາດ, ການແປພາສາ, ການຄົ້ນຄວ້າຂ້າມວັດທະນະທໍາ, ການຕ່າງປະເທດ ແລະເສດຖະກິດ ໂດຍອີງຕາມຄວາມສົນໃຈ ແລະແຜນການຂອງຕົນ.

ປັດຈຸບັນ, ພາກວິຊາພາສາເຢຍລະມັນມີອາຈານ ແລະພະນັກງານຈໍານວນ 37 ຄົນ, ໃນນັ້ນ, ອາຈານວິຊາສະເພາະ 33 ຄົນ, ເຊິ່ງມີລະດັບປະລິຍາເອກຈໍານວນ 29 ຄົນ. ໃນດ້ານໂຄງປະກອບນາມມະຍົດວິຊາການ, ສາດສະດາຈານ 8 ຄົນ, ໃນນັ້ນ, ສາດສະດາຈານທີ່ປຶກສາປະລິນຍາເອກ 6 ຄົນ; ຮອງສາສະດາຈານ 11 ຄົນ. ໃນສົກປີ 2015, ມີນັກສຶກສາປະລິຍາຕີ 345 ຄົນ, ນັກສຶກສາປະລິຍາໂທ 92 ຄົນ, ນັກສຶກສາປະລິຍາເອກ 25 ຄົນ.

ພາກວິຊາພາສາເຢຍລະມັນໄດ້ສ້າງສາຍພົວພັນການຮ່ວມມືກັບມະຫາວິທະຍາໄລຫຼາຍແຫ່ງຂອງເຢຍລະມັນເຊັ່ນ: ມະຫາວິທະຍາໄລໄຮເດນເບີກ(Ruprecht-Karls—Universitaet Heidelberg), ມະຫາວິທະຍາໄລໂກຕີງເກັນ (George-August-University of Göttingen), ມະຫາວິທະຍາໄລເຢນາ(Friedrich-Schiller-Universität Jena), ມະຫາວິທະຍາໄລ Passau( Universitaet Passau) , ສະຖາບັນການແປມູນິກ ກໍ່ຄືມະຫາວິທະຍາໄລວຽນຂອງອົຕຣິສ. ແຕ່ລະປີ, ພະແນກພາສາເຢຍລະມັນໄດ້ສົ່ງນັກສຶກສາ ແລະອາຈານໄປຮຽນ ແລະແລກປ່ຽນຢູ່ມະຫາວິທະຍາໄລດັ່ງກ່າວ,ພ້ອມທັງໄດ້ຮັບເອົານັກສຶກສາທີ່ມາຈາກຕ່າງປະເທດ. ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ, ພະແນກພາສາເຢຍລະມັນກັບມະຫາວິທະຍາໄລນານກິ່ງຂອງຈີນ ແລະມະຫາວິທະຍາໄລໂກຕີງເກັນຂອງເຢຍລະມັນໄດ້ຮ່ວມກັນດໍາເນີນການບໍາລຸງກໍ່ສ້າງນັກສຶກສາປະລິຍາໂທ, ເມື່ອຮຽນຈົບແລ້ວ, ນັກສຶກສາຈໍານວນດັ່ງກ່າວຈະໄດ້ຮັບສອງປະລິຍາກໍ່ຄືປະລິຍາຂອງຈີນ ແລະປະລິຍາຂອງເຢຍລະມັນ. ພ້ອມກັນນັ້ນ, ພະແນກພາສາເຢຍລະມັນຍັງໄດ້ຮ່ວມມືກັບສະຖາບັນຄົ້ນຄວ້າພາສາແຫ່ງຊາດເຢຍລະມັນ ແລະມະຫາວິທະຍາໄລມານແຮມຂອງເຢຍລະມັນເພື່ອດໍາເນີນການບໍາລຸງກໍ່ສ້າງນັກສຶກສາປະລິຍາເອກທີ່ມີສອງປະລິຍາພາຍຫຼັງຮຽນຈົບ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC