BEIJING FOREIGN

STUDIES UNIVERSITY

ພາກວິຊາພະແນກພາສາຍີ່ປຸ່ນ

发布时间:2019-05-07

ພາກວິຊາພາສາຍີ່ປຸ່ນໄດ້ຮັບການສ້າງຂຶ້ນເມື່ອປີ 1956, ເລີ່ມມີເງື່ອນໄຂຮັບນັກສຶກສາປະລິນຍາໂທໃນປີ1968  ແລະ ມີເງື່ອນໄຂຮັບນັກສຶກສາປະລິນຍາເອກໃນປີ 1993. ໃນປີ2008 ກະຊວງສຶກສາທິການຈີນໄດ້ຮັບຮອງເອົາພາກວິຊາພາສາຍີ່ປຸ່ນມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງເປັນພາກວິຊາພັດທະນາສຳຄັນໃນດ້ານພາສາ ແລະ ວັນນະຄະດີຍີ່ປຸ່ນທົ່ວປະເທດ, ແລະໄດ້ຖືກຮອງຮັບເປັນພາກວິຊາດີເດັ່ນສຳຄັນຂອງນະຄອນຫລວງປັກກິ່ງໃນປີດຽວກັນ.

ພະແນກພາສາຍີ່ປຸ່ນມີອາຈານຄູສອນລະດັບສູງໃນການສອນ, ປັດຈຸບັນມີອາຈານທັງໝົດ 22 ຄົນ, ໃນນັ້ນມີສາດສະດາຈານ 3 ຄົນ, ຮອງສາດສະດາຈານ 12 ຄົນ, ແລະ ອາຈານທຳມະດາ 7 ຄົນ. ໃນທິມອາຈານນີ້, ມີອາຈານຈົບປະລິນຍາເອກຈໍານວນ 17 ຄົນ, ຈົບປະລິນຍາໂທຈໍານວນ 4 ຄົນ. ນອກນັ້ນ, ພະແນກພາສາຍີ່ປຸ່ນຍັງໄດ້ເຊີນ ຜູ້ຊ່ຽວຊານຄົນຍີ່ປຸ່ນ 2 ຄົນ, ສາດສະດາຈານກິຕິມະສັກ 2 ຄົນມາສອນເປັນໄລຍະຍາວ.

ໃນທຸກປີ, ພະແນກພາສາຍີ່ປຸ່ນຮັບນັກສຶກສາປະລິນຍາຕີຈໍານວນ 74 ຄົນ, ນັກສຶກສາປະລິນຍາໂທຈໍານວນ 20 ຄົນ, ແລະ ນັກສຶກສາປະລິນຍາເອກຈໍານວນ 3 ຫາ 4 ຄົນ.

ບັນດານັກສຶກສາປະລິນຍາຕີແບ່ງເປັນສອງພາກສ່ວນຄື: ຜູ້ບໍ່ມີພື້ນຖານພາສາຍີ່ປຸ່ນ ແລະ ຜູ້ມີພື້ນຖານພາສາຍີ່ປຸ່ນມາ. ຫ້ອງຜູ້ບໍ່ມີພື້ນຖານພາສາຍີ່ປຸ່ນຈະຮັບນັກສຶກສາໂດຍອິງຕາມຜົນຄະແນນຂອງການສອບເສັງເຂົ້າມະຫາວິທະຍາໄລທົ່ວປະເທດ, ແລະແບ່ງເປັນສອງຫ້ອງ, ຜູ້ທີ່ຮຽນພາສາຍີ່ປຸ່ນມາແລ້ວຈະຮ່ວມເປັນຫ້ອງດຽວ ແລະແມ່ນເລືອກຈາກບັນດາໂຮງຮຽນມັດທະຍົມພາສາຕ່າງປະເທດຕ່າງໆຕາມບັນດາແຂວງ ແລະ ນະຄອນ ໂດຍການສອບເສັງສະເພາະ.

ການສອນຂອງພາກວິຊາພາສາຍີ່ປຸ່ນມີຈຸດພົ້ນເດັ່ນຄື: ທັງເນັ້ນໜັກການສ້າງພື້ນຖານພາສາໃຫ້ແໜ້ນ ແລະ ທັງເອົາໃຈໃສ່ການບໍາລຸງຄຸນສົມບັດຈັນຍາບັນຂອງນັກສຶກສາ ແລະ ສອນຄວາມຮູ້ທີ່ກ່ຽວຂ້ອງໃຫ້ເຂົາເຈົ້າ. ໃນໄລຍະປີ 3 ແລະ ປີ 4, ນັກສຶກສາຈະມີຫຼັກສູດຮຽນ ແລະ ສຶກສາໂອ້ລົມການເມືອງ, ເສດຖະກິດ, ສັງຄົມ, ວັນນະທະທຳ, ວັນນະຄະດີຂອງຍີ່ປຸ່ນ. ນອກຈາກນີ້ແລ້ວ, ນັກສຶກສາຍັງສາມາດເລືອກຮຽນຕື່ມອີກສາຂາວິຊາທີສອງ(ສອງໃບປະກາດ) ທີ່ຈັດຕັ້ງໂດຍຄະນະການຄ້າສາກົນ, ຄະນະການຕ່າງປະເທດ, ແລະ ຄະນະກົດໝາຍຂອງມະຫາວິຍາໄລພາສາຕ່າງປະເທດປັກກິ່ງ.

ໃນດ້ານການແລກປ່ຽນກັບສາກົນນີ້, ພາກວິຊາພາສາຍີ່ປຸ່ນໄດ້ມີສັນຍາແລກປ່ຽນນັກສຶກສາກັບບັນດາມະຫາວິທະຍາໄລຂອງປະເທດຍີ່ປຸ່ນ, ເຊັ່ນ ມະຫາວິທະຍາໄລວາເຊດາ (Waseda), ມະຫາວິທະຍາໄລໂຄເບ(Kobe), ມະຫາວິທະຍາໄລໂອຄະຢະໝະ(Okayama), ມະຫາວິທະຍາໄລ ກາຄຸຊູອິນ(Gakushuin), ມະຫາວິທະຍາໄລລິກຄຽວ(Rikkyo), ມະຫາວິທະຍາໄລອາໂອະຢະໝະ ກາຄຸອິນ(Aoyama Gakuin), ມະຫາວິທະຍາໄລຄານຊາຍ(Kansai), ມະຫາວິທະຍາໄລບູນຄຽວ(Bunkyo), ມະຫາວິທະຍາໄລດາຍໂທ ບຸນຄະ(Daito Bunka),ມະຫາວິທະຍາໄລການສຶກສາຕ່າງປະເທດນະໂກຢາ(Nagoya), ມະຫາວິທະຍາໄລນະກະຊະຄິ ຈຸນຊິນ(Nagasaki Junshin), ແລະ ມະຫາວິທະຍາໄລໂຄເບໂຊອິນ(Kobe Shoin)ເປັນຕົ້ນ. ໃນທຸກໆປີ, ພະແນກພາສາຍີ່ປຸ່ນຈະມີນັກສຶກສາປະລິນຍາຕີ ແລະ ໂທ 26 ຫາ 28 ຄົນໄປຮຽນຢູ່ຍີ່ປຸ່ນ ໃນຖານະນັກສຶກສາແລກປ່ຽນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC