BEIJING FOREIGN

STUDIES UNIVERSITY

ຄະນະສະຖາບັນພາສາ ແລະ ວັນນະຄະດີຈີນ

发布时间:2019-05-07

ຄະນະພາສາ ແລະວັນນະຄະດີຈີນມີປະຫວັດສາດເປັນເວລາ 60 ກວ່າປີ, ປັດຈຸບັນ, ຢູ່ຄະນະພາສາ ແລະວັນນະຄະດີຈີນມີພາກວິຊາພາສາຈີນ, ພາກວິຊາ

ພາສາຈີນຕໍ່ຕ່າງປະເທດ ແລະສູນອົບຮົບພາສາຈີນ. ພາກວິຊາພາສາຈີນຮັບ

ຜິດຊອບວຽກງານສອນ ແລະບໍລິຫານນັກສຶກສາປະລິຍາຕີ ແລະປະລິຍາໂທຂອງຈີນ, ພາກວິຊາພາສາຈີນຕໍ່ຕ່າງປະເທດຮັບຜິດຊອບວຽກງານສອນ ແລະບໍລິຫານນັກສຶກສາປະລິຍາຕີ ຕ່າງປະເທດ, ສູນອົບຮົບພາສາຈີນຮັບຜິດຊອບວຽກງານສອນ ແລະບໍລິຫານນັກສຶກສາຕ່າງປະເທດທີ່ມາອົບຮົມ. ພ້ອມກັນນັ້ນ, ສະຖາບັນພາສາ ແລະວັນນະຄະດີຈີນຍັງຮັບຜິດຊອບວຽກງານສຶກສາ ແລະບໍລິຫານຂອງ“ສູນສົ່ງເສີມພາສາຈີນ”ຂອງຫ້ອງການວຽກງານພາສາຈີນແຫ່ງຊາດຈີນ ກໍ່ຄືວຽກງານສອນພາສາຈີນຢູ່ທີ່ສະຖາບັນຂົງຈື 21 ແຫ່ງຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ ແລະມະຫາວິທະຍາໄລ 10 ກວ່າແຫ່ງທີ່ຢູ່ຕ່າງປະເທດ.

ຄະນະວິຊາມີຄູອາຈານທີ່ມີປະສົບການອັນອຸດົມສົມບູນ, ມີເອກະລັກອັນເດັ່ນຊັດ ແລະຮັກຫອມເຄົາລົບນັບຖືວຽກງານຕໍາແໜ່ງຂອງຕົນ ເຊິ່ງມີຄູອາຈານຕໍາແໜ່ງຈໍາເພາະ 65 ຄົນ, ໃນນັ້ນ, ອາຈານທີ່ມີຍົດຕໍາແໜ່ງຂັ້ນສູງ 32 ຄົນ, ອາຈານປະລິຍາເອກ 32 ຄົນ. ນັກສຶກສາພາຍໃນ ແລະຕ່າງປະເທດ 1500 ກວ່າຄົນ, ໃນນັ້ນນັກສຶກສາຈີນ 500 ກວ່າຄົນ, ນັກສຶກສາທີ່ມາຈາກ 40 ກວ່າປະເທດ ແລະເຂດແຄວ້ນຂອງໂລກ 1000 ກວ່າຄົນ.

ປັດຈຸບັນ, ຄະນະວິຊາໄດ້ສ້າງຕັ້ງ 2 ສາຂາວິຊາປະລິຍາຕີຄື: ສາຂາວິຊາພາສາແລະວັນນະຄະດີຈີນ ແລະ ວິຊາການສອນພາສາຈີນ. ມີສິດທິມອບໃບປະກາດປະລິຍາໂທພາສາແລະ ວັນນະຄະດີຈີນ, ມີ 5 ສູນບໍາລຸງກໍ່ສ້າງນັກສຶກສາປະລິຍາໂທຄື: ພາສາສາດ ແລະ ພາສາສາດເພື່ອການນໍາໃຊ້, ພາສາແລະ ວັນນະຄະດີຈີນ, ການປຽບທຽບວັນນະຄະດີຕ່າງໆ ແລະ ວັນນະຄະດີໂລກ, ວັນນະຄະດີສະໄໝບູຮານຈີນ, ການສອນພາສາຈີນ; ມີ 2 ສູນບໍາລຸງກໍ່ສ້າງນັກສຶກສາປະລິຍາເອກຄື: ການປຽບທຽບວັນນະຄະດີຕ່າງໆ ແລະ ການຄົ້ນຄວ້າຂ້າມວັດທະນະທໍາ, ການສອນພາສາຈີນ, ໃນນັ້ນ, ການປຽບທຽບວັນນະຄະດີຕ່າງໆ ແລະການຄົ້ນຄວ້າຂ້າມວັດທະນະທໍາເປັນວິຊາສໍາຄັນລະດັບເມືອງປັກກິ່ງ. ທຸກວິຊາຂອງ ຄະນະພາສາ ແລະວັນນະຄະດີຈີນຮັບເອົານັກສຶກສາຈາກທົ່ວໂລກ.

ຄະນະວິຊາຖືການກໍ່ສ້າງບຸກຄະລາກອນທີ່ມີລະດັບສູງ, ມີຄວາມຮູ້ຄວາມສາມາດຫຼາຍຢ່າງ ແລະມີລັກສະນະສາກົນ ເຊິ່ງມີຄວາມສໍານານດ້ານພາສາ ແລະວັດທະນະທໍາຈີນ ພ້ອມທັງຮັບຮູ້ພາສາຕ່າງປະເທດນັ້ນເປັນເປົ້າໝາຍຂອງຕົນ ແລະ ໄດ້ສ້າງຮູບການກໍ່ສ້າງບຸກຄະລາກອນທີ່ມີເອກະລັກພິເສດຂອງຕົນ. ນັກສຶກສາທັງພາຍໃນ ແລະຕ່າງປະເທດເຕົ້າໂຮມກັນ ແລະແລກປ່ຽນກັນຢ່າງອິດສະຫຼະຢູ່ທີ່ນີ້ ເຊິ່ງໄດ້ສ້າງສະພາບແວດລ້ອມການສອນທີ່ຖືວັດທະນະທໍາຈີນເປັນຫຼັກ ແລະມີວັດທະນະທໍາຫຼາຍປະເພດເຊື່ອມໂຍງເຂົ້າກັນ.

ຄະນະວິຊາສຸມກໍາລັງເຂົ້າໃນການປະຕິບັດວຽກງານຄົ້ນຄວ້າວິທະຍາສາດໃຫ້ດີ ເຊິ່ງໄດ້ສ້າງກອງທຶນໂຄງການຄົ້ນຄວ້າວິທະຍາສາດຂອງອາຈານ ກໍ່ຄືຂອງນັກສຶກສາປະລິຍາໂທ ແລະ ລະບົບໃຫ້ລາງວັນດ້ານການຄົ້ນຄວ້າວິທະຍາສາດ. ນອກນີ້, ຍັງໄດ້ຈັດຕັ້ງເວທີປຶກສາຫາລືດ້ານພາສາຈີນ ແລະ ວັດທະນະທໍາຈີນຂອງນັກສຶກສາປະລິຍາໂທຈີນກັບຍີ່ປຸ່ນ, ເວທີປຶກສາຫາລືປະລິຍາໂທ, ກອງປະຊຸມສໍາມະນາຄູອາຈານປະຈໍາປີ, ງານບັນລະຍາຍຕ່າງໆຂອງນັກວິຊາການທັງພາຍໃນ ແລະຕ່າງປະເທດ ເຊິ່ງໄດ້ສ້າງບັນຍາກາດທີ່ດີດ້ານການຄົ້ນຄວ້າວິທະຍາສາດຢູ່ໃນທົ່ວຄະນະ ແລະໄດ້ປະສົບຜົນສໍາເລັດຕ່າງໆທີ່ດີເດັ່ນ ດ້ານການຄົ້ນຄວ້າວິທະຍາສາດ.

ອົງການຄົ້ນຄວ້າຂອງຄະນະວິຊາລວມມີສູນຂໍ້ມູນການສອນພາສາຈີນ, ສູນການຄົ້ນຄວ້າການປຽບທຽບວັນນະຄະດີ ແລະວັດທະນະທໍາຕ່າງໆ. ສິ່ງພິມທີ່ຈັດຕັ້ງໂດຍຄະນະວິຊາລວມມີ“ການສອນພາສາຈີນຢູ່ສາກົນ”ແລະ“ວາລະສານດ້ານມະນຸດສາດ”. ນອກນີ້, ຢູ່ຄະນະວິຊາຍັງມີສູນ “ການສອບເສັງລະດັບພາສາຈີນ ແລະລະດັບປາກເວົ້າພາສາຈີນ”(HSK、HSKK)ແລະສູນ“ການສອບເສັງໃບຢັ້ງຢືນສໍາລັບຄູອາຈານທີ່ສອນພາສາຈີນ”.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC