BEIJING FOREIGN

STUDIES UNIVERSITY

ຄະນະສະຖາບັນລັດທິມາກ

发布时间:2019-05-07

ຄະນະລັດທິມາກສ້າງຕັ້ງຂຶ້ນເມື່ອເດືອນກັນຍາ ປີ 2007, ຊື່ເດີມເອີ້ນວ່າ“ຄະນະປັດຊະຍາ ແລະວິທະຍາສາດສັງຄົມ”ແລະໄດ້ປ່ຽນຊື່ເປັນ “ຄະນະລັດທິມາກ” ໃນເດືອນມິຖຸນາປີ 2014, ຜ່ານມາເປັນພະແນກວິທະຍາສາດສັງຄົມ ເຊິ່ງມີປະຫວັດສາດເກືອບ 30 ປີແລ້ວ.

ອົງການນໍາພາຂອງຄະນະລັດທິມາກປະກອບດ້ວຍຄະນະພັກ ແລະຄະນະບໍລິຫານຂອງຄະນະລັດທິມາກ ເຊິ່ງມີຄະນະກໍາມະການວິຊາການ ແລະຄະນະກໍາມະການວຽກງານຂຶ້ນກັບອົງການນໍາພາດັ່ງກ່າວ. ຄະນະລັດທິມາກມີ 5 ຫ້ອງການສອນ ແລະຄົ້ນຄວ້າ, 4 ສູນຄົ້ນຄວ້າ, 1 ຫ້ອງການເອກະສານ ແລະ 1 ຫ້ອງການບໍລິຫານ. ໜ້າທີ່ຕົ້ນຕໍຂອງຄະນະລັດທິມາກກໍ່ຄື: ເປີດຫຼັກສູດທິດສະດີດ້ານແນວຄິດ ແລະ ການເມືອງໃຫ້ແກ່ນັກສຶກສາປະລິຍາຕີ, ປະລິຍາໂທ ແລະປະລິຍາເອກຂອງທົ່ວປະເທດ, ເປີດຫຼັກສູດຄວາມຮູ້ສາມັນໃຫ້ແກ່ນັກສຶກສາທົ່ວປະເທດ ພ້ອມທັງດໍາເນີນການຄົ້ນຄວ້າວິຊາການທີ່ກ່ຽວຂ້ອງກັບລັດທິມາກ. ປັດຈຸບັນ, ສະຖາບັນລັດທິມາກມີສູນປະລິຍາໂທສໍາລັບວິຊາລັດທິສັງຄົມນິຍົມວິທະຍາສາດກັບການເຄື່ອນໄຫວຄອມມູນິດສາກົນ ແລະສູນກໍ່ສ້າງປະລິຍາໂທໃນທິດທາງການຕ່າງປະເທດດ້ານວັດທະນະທໍາຂອງວິຊາການຕ່າງປະເທດ, ໂດຍບໍາລຸງກໍ່ສ້າງນັກສຶກສາປະລິຍາໂທດ້ານວິຊາລັດທິວິທະຍາສາດສັງຄົມນິຍົມ ແລະການຕ່າງປະເທດດ້ານວັດທະນາະທໍາ. ສະຖາບັນລັດທິມາກມີຄູອາຈານ ແລະພະນັກງານຈໍານວນ 16 ຄົນ, ໃນນັ້ນ, ສາດສະດາຈານ 2 ຄົນ, ຮອງສາດສະດາຈານ 6 ຄົນ, ອາຈານ 6 ຄົນ ແລະຜູ້ປະຕິບັດວຽກງານບໍລິຫານອີກ 1 ຄົນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC