BEIJING FOREIGN

STUDIES UNIVERSITY

ພາກວິຊາຄະນະຄອມພິວເຕີ

发布时间:2019-05-07

ນັບແຕ່ການສ້າງຕັ້ງສູນຄອມພິວເຕີໃນປີ 1990 ເປັນຕົ້ນມາ, ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງໄດ້ປະຕິບັດວຽກງານສິດສອນຄອນພິວເຕີເປັນເວລາ 20 ກວ່າປີ. ພາກວິຊາຄອມພິວເຕີແມ່ນສ້າງຕັ້ງຂຶ້ນໃນປີ 2009 ແລະ ຮັບນັກສຶກສາວິຊາສາຂາວິທະຍາສາດ​ແລະເຕັກນິກໂນໂລຊີຄອມພິວເຕີ. ນັບແຕ່ການສ້າງຕັ້ງຂຶ້ນເປັນຕົ້ນມາ,ພາກວິຊາຄອມພິວເຕີ​ໄດ້​ສືບ​ທອດ​ແບບ​ແຜນ​ທີ່​ຮອບ​ຄອບ​ແລະ​ຕິດ​ແທດ​ຕົວ​ຈິງ​ຂອງມະຫາວິທະຍາໄລ ພາສາຕ່າງປະເທດ ປັກກິ່ງ ແລະ ຍຶດໝັ້ນຄວາມຄິດ ທີ່ມີເອກະລັກພິເສດ ແລະ ປະດິດສ້າງໃໝ່, ຕັ້ງໜ້າ​ຊອກ​ຄົ້ນ​ອົບຮົມ​ຜູ້ມີ​ຄວາມ​ຮູ້​ຄວາມ​ສາມາດ​ສັງ​ລວມ ແລະ ສຸມໃສ່ບຳລຸງສ້າງບຸກຄະລາກອນສາຂາວິຊາຄອມພິວເຕີ ໃຫ້ມີວິໃສທັດສາກົນ,ມີ​ເຕັກນິກ​ໃນລະດັບສູງ​ແລະ​ມີ​ຄວາມ​ສາມາດ​ຮອບດ້ານ.

ປະຈຸບັນພາກວິຊາຄອມພິວເຕີມີອາຈານຈໍານວນ 11 ທ່ານ. ໂຄງປະກອບອາຍຸຂອງຄູອາຈານມີຄວາມສົມ​ເຫດ​ສົມ​ຜົນ, ສ່ວນຫຼາຍແມ່ນປະລິນຍາເອກ ຫຼື ມີຍົດຕຳແໜ່ງເຕັກນິກວິຊາຊັ້ນສູງ. ໃນ 5 ປີທີ່ຜ່ານມາ ອາຈານຂອງພາກວິຊາຄອມພິວເຕີໄດ້ຈັດໂຄງການວິທະຍາສາດທຳມະຊາດ 02 ໂຄງການ, ໂຄງການກອງທຶນວິທະຍາສາດສັງຄົມ ແຫ່ງຊາດ 02 ໂຄງການ, ໂຄງການຂັ້ນກະຊວງ 06 ໂຄງການ ແລະ ລົງພິມວິທະຍານິພົນໃນວາລະສານແກ່ນສານທັງພາຍໃນ ແລະ ຕ່າງປະເທດ ແລະ ກອງປະຊຸມສາກົນ ເຊິ່ງມີວິທະຍານິພົນ 26 ບົດໂດຍສາມາດຊອກຫາໄດ້ໃນ SCI、EI、CSSCI.

ສາຂາວິຊາວິທະຍາສາດ ແລະ ເຕັກໂນໂລຊີຄອມພິວເຕີໄດ້ບຳລຸງສ້າງບຸກຄະລາກອນໂດຍການປະສົມປະສານລະຫວ່າງພາກທິດສະດີ ແລະ ພາກປະຕິບັດຕົວຈິງ., ສາມາດນໍາໃຊ້ ພາສາຕ່າງປະເທດ,ທຸລະກິດມາປະສົມປະສານກັບຄອມພິວເຕີຢ່າງກົມກຽວ, ສາມາດສອດຄ່ອງ​ກັບການເຕີບໂຕຂອງເຕັກນິກຂໍ້ມູນຂ່າວສານ ແລະ ການພັດທະນາຂອງເສດຖະກິດໂລກທີ່ຂະຫຍາຍຕົວຢ່າງໄວວາ,ພ້ອມທັງມີລະດັບສູງດ້ານພາສາຕ່າງປະເທດ.

ສາຂາວິຊານີ້ຮັບນັກສຶກສາພຽງແຕ່ຫ້ອງດຽວໃນແຕ່ລະປີ ແລະ ປະຈຸບັນມີນັກສຶກສາປະລິນຍາຕີ ຈຳນວນ 93 ຄົນ. ນັກສຶກສາປະລິນຍາຕີ​ໄດ້​ຮັບ​ຜົນງານຢ່າງພົ້ນເດັ່ນໃນບັນດາການແຂ່ງຂັນວິຊາ ແລະ ໄດ້ລາງວັນທີສອງເທື່ອໜຶ່ງໃນການແຂ່ງຂັນຜົນງານຂອງວິທະຍາສາດ ແລະ ເຕັກໂນໂລຊີນອກຫຼັກສູດການຮຽນຂອງນັກສຶກສາມະຫາວິທະຍາໄລ “Challenge Cup”ຂອງຈີນ, ໄດ້ລາງວັນທີໜຶ່ງຫຼາຍເທື່ອຂອງນະຄອນຫຼວງປັກກິ່ງ, ໄດ້ລາງວັນທີໜຶ່ງໃນການແຂ່ງຂັນອອກແບບດ້ວຍຄອມພິວເຕີຂອງນັກສຶກສາມະຫາວິທະຍາໄລຈີນ ແລະໄດ້ລາງວັນຫຼາຍເທື່ອໃນການແຂ່ງຂັນສ້າງຮູບຈຳລອງຄະນິດສາດຂອງນັກສຶກສາປະເທດອາເມລິກາ. ນັກສຶກສາໃນຄະນະດັ່ງກ່າວມີຄວາມສາມາດທີ່​ດີ​ໃນດ້ານພາສາອັງກິດ,ສ່ວນຫຼາຍໄດ້ຜ່ານການສອບເສັງວິຊາພາສາອັງກິດ ລະດັບ 4 (Test for English Majors-Band 4) ແລະ ມີນັກສຶກສາຫຼາຍກ່ວາເຄິ່ງໜຶ່ງໄດ້ຜ່ານການສອບເສັງວິຊາພາສາອັງກິດ ຊັ້ນ 8 (Test for English Majors-Band 8) ແລະປະມານ 1/3 ຂອງນັກສຶກສາໄປຮຽນຕໍ່ຢູ່ບັນດາມະຫາວິທະຍາໄລຕ່າງປະເທດ ລວມທັງ ມະຫາວິທະຍາໄລ South California ແລະ ມະຫາວິທະຍາໄລ North Carolina ຂອງປະເທດອາເມລິກາ, ມະຫາວິທະຍາໄລ Cambridge ຂອງປະເທດອັງກິດເປັນຕົ້ນ, ປະມານ1/3 ຂອງນັກສຶກສາ ຮຽນປະລິນຍາໂທຢູ່ໃນປະເທດຈີນລວມທັງມະຫາວິທະຍາໄລ Tsinghua, ມະຫາວິທະຍາໄລປັກກິ່ງ, ມະຫາວິທະຍາໄລເຕັກນິກປັກກິ່ງ ແລະ ອື່ນໆ, ແລະປະມານ1/3 ຂອງນັກສຶກສາທັງໝົດ​ໄດ້ປະກອບອາຊີບຢູ່ທະນາຄານ, ອົງການລັດຖະບານ, ວິສາຫະກິດ IT ແລະ ອື່ນໆ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC