BEIJING FOREIGN

STUDIES UNIVERSITY

ສະຖາບັນທຸລະກິດສາກົນ

发布时间:2019-05-07

ສະຖາບັນທຸລະກິດສາກົນຂອງມະຫາວິທະຍາໄລ ພາສາຕ່າງປະເທດ ປັກກິ່ງ ສ້າງຕັ້ງຂຶ້ນໃນປີ 2001, ເຊິ່ງເປັນໜຶ່ງໃນບັນດາສະຖາບັນທີ່ ມີຂະໜາດໃຫຍ່ທີ່ສຸດຂອງ ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ. ໂຄງການບຳລຸງກໍ່ສ້າງບຸກຄະລາກອນລວມມີ ປະລິນຍາຕີ, ປະລິນຍາຕີຮ່ວມກັບຕ່າງປະເທດ, ປະລິນຍາໂທວິຊາການ, ປະລິນຍາເອກ, ປະລິນຍາໂທວິຊາສະເພາະ, ປະລິນຍາຕີສອງໃບປະກາດ, ການຝຶກອົບຮົມ ສຳລັບຄະນະຄຸ້ມຄອງຂັ້ນສູງ ແລະ ອື່ນໆ, ປະຈຸບັນມີນັກສຶກສາສົມບູນພັນກວ່າຄົນ ແລະ ນັກສຶກສາຕ່າງປະເທດສົມບູນເກືອບ 400 ຄົນ, ນັກ​ສຶກສາ200 ຄົນ ​ຮຽນຢູ່​ສູນ​ອົບຮົມ​ກ່ອນ​ອອກ​​ໄປ​ຮຽນ​ຢູ່​ຕ່າງປະ​ເທດທີ່​ຂຶ້ນ​ກັບ​ກະຊວງ​ສຶກສາ​ທິການ ແລະ ນັກສຶກສາມາຈາກ 50 ກວ່າປະເທດຂອງທົ່ວໂລກ.

ພວກເຮົາເປັນເຈົ້າການຊຸກຍູ້ການສຶກສາການຄ້າຈີນຢ່າງຕັ້ງໜ້າໃນຍຸກໂລກາພິວັດ, ສ້າງນັກສຶກສາໃຫ້ມີຄວາມຢາກຮູ້ຢາກເຫັນຕໍ່ໂລກພາຍນອກ. ສ້າງນັກສຶກສາໃຫ້ກາຍເປັນຄົນເກັ່ງໃນວົງການທຸລະກິດ ແລະ ສ້າງໃຫ້ມີຈິດໃຈເຂັ້ມແຂງມີພາວະຜູ້ນໍາ, ກາຍເປັນຜູ້ທີ່ກ້າຕັດສິນໃຈ,ກ້າຄິດກ້າທໍາ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ໂດຍຜ່ານຄວາມພະຍະຍາມຂອງບັນດາອາຈານ ນັກສຶກສາ ແລະ ນັກສືກສາທີ່ໄດ້ຮຽນຈົບ ເພື່ອໃຫ້ກາຍເປັນຄະນະວິຊາທໍາອິດທີ່ມີຫຼາຍພາສາ,ວັດທະນະທໍາ, ມີຄວາມຫຼາກຫລາຍສີສັນໃນຍຸກໂລກາພິວັດ. ເຊື່ອມຕໍ່ວັດທະນະທຳທຸລະກິດຂອງຈີນ ແລະ ສາກົນ ແລະ ບົ່ມສ້້າງຜູ້ນຳພາການຄ້າໃນອະນາຄົດ ທີ່ມີວິໃສທັດກວ້າງໄກ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

ສະຖາບັນທຸລະກິດສາກົນໄດ້ຮັບຜົນສຳເລັດຈຳນວນໜຶ່ງໃນດ້ານການສຶກສາ,ການຄົ້ນຄວ້າ,ການບໍລິການສັງຄົມ,ການຮ່ວມມືສາກົນ ແລະ ອື່ນໆ. ໃນວົງການວິຊາການຄຸ້ມຄອງເສດຖະກິດຂອງຄະນະທຸລະກິດສາກົນໄດ້ຖືກກຳນົດເປັນສາຂາວິຊານອນໃນໂຄງການ“211” ແຫ່ງຊາດ ໂດຍມະຫາວິທະຍາໄລ ພາສາຕ່າງປະເທດປັກກິ່ງໃນປີ 2002 ແລະ ໄດ້ຮັບ​ການອະນຸມັດ​ໃຫ້​ສ້າງເປັນເຂດທົດລອງບຳລຸງບຸກຄະລາກອນດ້ານການຄຸ້ມຄອງເສດຖະກິດຂ້າມຊາດໃນ“ໂຄງການຄຸນນະພາບ”ທີ່ປະຕິບັດໂດຍ ກະຊວງສຶກສາທິການ ແລະ ກະຊວງການເງິນ ໃນປີ 2007, ໃນປີ2009,ຜົນສຳເລັດ ການປະຕິຮູບຮູບແບບການບຳລຸງສ້າງບຸກຄະລາກອນດ້ານການຄຸ້ມຄອງເສດຖະກິດຂ້າມຊາດຂອງຄະນະວິຊາ ໄດ້ “ລາງວັນທີ 1 ຂອງໝາກຜົນການສຶກສາຂອງນະຄອນຫຼວງປັກກິ່ງ”, ສູນສຶກສາ ທົດລອງວິຊາການຄຸ້ມຄອງເສດຖະກິດຖືກກຳນົດເປັນ “ສູນສາທິດສຶກສາທົດລອງລະດັບຊາດ”ໃນປີ 2012, ນອກນັ້ນ ມີສາສະດາຈານ 05 ທ່ານ ຂອງຄະນະວິຊາໄດ້ເຂົ້າໃນ “ແຜນສະໜັບສະໜຸນບຸກຄະລາກອນ ໃນສັດຕະວັດໃໝ່”ຂອງກະຊວງສຶກສາທິການ.

ຄະນະທຸລະກິດສາກົນປະຕິບັດຕາມຍຸດທະສາດດຳ​ເນີນການສິດສອນແບບໂລກະພິວັດທີ່ວ່າ “ໜຶ່ງໂຕສອງປີກ”, ຖືການຮ່ວມມືກັບມະຫາວິທະຍາໄລຂອງບັນດາປະເທດເອີຣົບ ແລະ ອາເມລິກາ ເປັນພື້ນຖານ, ພະຍາຍາມເປີດກວ້າງສາຍພົວພັນກັບບັນດາມະຫາວິທະຍາໄລໃນປະເທດເສດຖະກິດຕະຫຼາດທີ່​ຈະ​ເລີ​ນໃໝ່ ແລະ ປະເທດທີ່ເປັນຈຸດໝາຍປາຍທາງ​ແຫ່ງການລົງທຶນຂອງຈີນ, ສົ່ງເສີມນັກສຶກສາປະລິນຍາຕີ ແລະ ໂທໃນແຜນໄປຮຽນຢູ່ຕ່າງປະເທດ ແລະ ອຳນວຍໂອກາດແລກປ່ຽນສາກົນໃຫ້ແກ່ນັກສຶກສາທັງໝົດ. ພ້ອມກັນນັ້ນ ຄະນະວິຊາມີສາຍພົວພັນອັນດີງາມ ກັບ ລັດຖະບານ ສປຈີນ, ວິສາຫະກິດ, ອົງການການເງິນ ແລະ ບໍລິສັດຂ້າມຊາດ.

ບໍ່ວ່າໃນດ້ານສຶກສາ ຄົ້ນຄວ້າ ຫຼືວ່າ ບໍລິການສັງຄົມ ມະໂນຄະຕິຂອງສະຖາບັນທຸລະກິດສາກົນ ທີ່ຢຶດໝັ້ນຢ່າງ ສະເໝີຕົ້ນສະເໝີປາຍແມ່ນ: ຊຸກຍູ້ເສດຖະກິດຂອງຈີນດ້ວຍສາຍຕາສາກົນ ຮ່ວມກັນປະດິດສ້າງທິດສະດີໃໝ່ ໃນການຄຸ້ມຄອງເສດຖະກິດດ້ວຍສາຍຕາສາກົນ ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດດ້ວຍສາຕາສາກົນ ແລະ ສ້າງສາສະຖາບັນທຸລະກິດສາກົນ ທີ່ມີເອກະລັດພິເສດອັນຊັດແຈງ ຂອງມະຫາວິທະຍາໄລ ພາສາຕ່າງປະເທດ ປັກກິ່ງ ແລະ ສາມາດ​ເສີມ​ຂະຫຍາຍບົດບາດພິເສດ ໃນການພັດທະນາ ເສດຖະກິດຂອງຈີນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC