BEIJING FOREIGN

STUDIES UNIVERSITY

ຄະນະສະຖາບັນພາສາຣັດຣົດເຊຍ

发布时间:2019-05-07

ຄະນະພາສາຣັດເຊຍແມ່ນສະຖາບັນທີ່ມີປະຫວັດສາດທີ່ຍາວນານທີ່ສຸດຢູ່ໃນມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ,ສ້າງຕັ້ງຂຶ້ນໃນປີ 1941.

ຄະນະພາສາຣັດເຊຍສາມາດມອບໃບປະກາດລະດັບປະລິນຍາເອກ ແລະ ປະລິນຍາໂທ, ເຊິ່ງເປັນສາຂາວິຊາອັນສຳຄັນຂອງນະຄອນຫຼວງປັກກິ່ງ. ຮອດເດືອນກັນຍາ ປີ2015 ມີນັກສຶກສາປະລິຍາຕີຈໍານວນ 284 ຄົນ, ນັກສຶກສາປະລິນຍາໂທຈໍານວນ 46 ຄົນ, ນັກສຶກສາປະລິນຍາເອກຈໍານວນ 21 ຄົນ, ນັກສຶກສາ​ເໜືອປະລິນຍາເອກ (Post doctorate)ຈໍານວນ 06 ຄົນ, ນັກສຶກສາຕ່າງປະເທດຈໍານວນ 05 ຄົນ ແລະ ມີພະນັກງານຄູອາຈານຈໍານວນ 23 ທ່ານ ເຊິ່ງໃນນັ້ນມີອາຈານຈໍານວນ 19 ທ່ານ, ພະນັກງານຊ່ວຍການບໍລິຫານຈໍານວນ 04 ທ່ານ, ອາຈານຊີ້​ນຳປະລິນຍາເອກຈໍານວນ 05 ທ່ານ, ສາສະດາຈານ(ລວມອາຈານຊີ້​ນຳປະລິນຍາເອກ)ຈໍານວນ 08 ທ່ານ, ຮອງສາສະດາຈານຈໍານວນ 08 ທ່ານ, ອາຈານສອນ (lecturer)ຈໍານວນ 04 ທ່ານ, ນັກຊ່ຽວຊານຕ່າງປະເທດ 01 ທ່ານ. ໃນນັ້ນພະນັກງານຄູອາຈານມີ 16 ທ່ານມີລະດັບປະລິນຍາເອກ, ມີອາຈານ 05 ທ່ານໄດ້ຮັບລາງວັນ Pushkin ເຊິ່ງເປັນລາງວັນສູງສຸດໃນວົງການພາສາຣັດເຊຍ ( ມາຮອດປະຈຸບັນ ມີແຕ່ 20 ທ່ານໄດ້ລາງວັນນີ້ໃນ ສປຈີນ ) ແລະ ອາຈານຫຼາຍທ່ານໄດ້ລາງວັນໃຫຍ່ຫຼາຍເທື່ອຄື: ລາງວັນປະທານນາທິບໍດີ, ລາງວັນມິດຕະພາບ, ລາງວັນວັນນະຄະດີ Gorky ແລະ ອື່ນໆ. ປຶ້ມຮຽນພາສາຣັດເຊຍ ທີ່ຮຽບຮຽງໂດຍທິມສິດສອນ ເຄີຍໄດ້ລາງວັນລະດັບນະຄອນຫຼວງປັກກິ່ງ ແລະ ລະດັບຊາດ ແລະນຳໃຊ້ໃນ ມະຫາວິທະຍາໄລຮ້ອຍກວ່າ​ແຫ່ງ.

ທິດທາງການສຶກສາ ແລະ ຄົ້ນຄວ້າຂອງຄະນະພາສາຣັດເຊຍລວມທັງ ພາສາສາດ, ວັນນະຄະດີ,​ການແປພາສາ, ວັດທະນະທຳ,ການ​ຄົ້ນຄວ້າພາກພື້ນ, ສາຍພົວພັນສາກົນ, ການເມືອງສາກົນ,ເສດຖະກິດຣັດເຊຍເປັນຕົ້ນ; ຫຼັກສູດການສອນ​ລະດັບປະລິນຍາຕີປະກອບດ້ວຍການປະຕິບັດຕົວຈິງ, ໄວຍະກອນ, ການຟັງ,ການອ່ານ,ການແປ (ການເວົ້າ ແລະ ການຂຽນ) ຂຽນບົດ, ແລະ ຫຼັກສູດຄວາມຮູ້ວິຊາສະເພາະເຊິ່ງມີ: ພູມສາດປະເທດຣັດເຊຍ,ປະຫວັດສາດ ວັດທະນະທຳ, ວັນນະຄະດີ,ສັງຄົມ, ພາກພື້ນ, ເສດຖະກິດ-ການຄ້າຣັດເຊຍ, ການຕ່າງປະເທດ ແລະ ອື່ນໆ. ນັກສຶກສາປະລິນຍາໂທມີ 02 ປະເພດຄື: ປະເພດທິດສະດີ ແລະ ປະເພດປະຕິບັດຕົວຈິງ(ນັກສຶກສາປະລິນຍາໂທວິຊາສະເພາະ) ທິດທາງການສຶກສາຂອງ ນັກສຶກສາປະລິນຍາໂທ ແລະ ປະລິນຍາເອກຂອງປະເພດທິດສະດີມີ: ພາສາຣັດເຊຍສະ​ໄໝ​ໃໝ່, ວັນນະຄະດີຣັດເຊຍ, ວັດທະນະທຳ-ສັງຄົມ ແລະ ການສຶກສາພາກພື້ນ.

ຄຸນນະພາບການບຳລຸງສ້າງບຸກຄະລາກອນຂອງພາສາຣັດເຊຍແມ່ນມີຄວາມພົ້ນເດັ່ນ. ນັກສຶກສາມີຄວາມຮູ້ ແລະ ຄວາມສາມາດດ້ານ​ວິຊາ​ສະ​ເພາະ​ທີ່​ດີ​ເດັ່ນ, ອັດຕາຜ່ານການສອບເສັງ​ແລະ​ອັດຕາ​ຜູ້​ໄດ້​ຄະ​ແນນທີ່ດີ ​ໃນການສອບເສັງລະດັບວິຊາສະເພາະ ລະດັບ 4 ແລະ ລະດັບ 8 ເຊິ່ງຈັດຢູ່ແຖວໜ້າພາຍໃນປະເທດຕະຫຼອດມາ. ໃນບັນດາການແຂ່ງຂັນວິຊາພາສາຣັດເຊຍລະຫວ່າງບັນດາມະຫາວິທະຍາໄລຂອງຈີນ, ນັກສຶກສາປະລິນຍາຕີ ແລະ ໂທຂອງຄະນະພາສາຣັດ​ເຊຍ​ພວກ​ຂ້າພະ​ເຈົ້າໄດ້ຮັບຜົນສຳ​ເລັດອັນຈົບງາມ. ໃນດ້ານການບຳລຸງສ້າງນັກສຶກສາປະລິນຍາເອກ ສະຖາບັນເຮົາໄດ້ບຳລຸງສ້າງອາຈານ ແລະ ພະນັກງານບໍລິຫານລະດັບສູງຈຳນວນຫຼວງຫຼາຍ.

ຄຽງຄູ່ກັບສາຍ​ພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດຈີນ-ຣັດເຊຍລົງເລິກຢ່າງຮອບດ້ານ ແລະ ພ້ອມກັບການພັດທະນາຢ່າງໝັ້ນຄົງຂອງສາຍພົວພັນດ້ານເສດຖະກິດການຄ້າລະຫວ່າງສອງປະເທດ,ການປະກອບ​ອາຊີບຂອງນັກສຶກສາພາສາຣັດເຊຍນັບມື້ນັບດີຂຶ້ນ ແລະ ອັດຕາການປະກອບ​ອາຊີບ​ແມ່ນເກືອບ 100% ໃນຫຼາຍປີຜ່ານມາ, ຫຼັງຈາກການຈົບຮຽນ ນັກ​ສຶກສາ​ຈະ​ໄດ້​ເຮັດ​ວຽກ​ຢູ່​ໃນ​ຫຼາຍ​ຂົງ​ເຂດ, ສ່ວນຫຼາຍແມ່ນ​ເຂົ້າ​ເຮັດ​ວຽກຢູ່ບັນດາກະຊວງທະບວງກົມ ລັດວິສາຫະກິດ, ບໍລິສັດຂະໜາດໃຫຍ່ຂອງຣັດເຊຍປະຈຳ ຈີນ ແລະ ອື່ນໆ.

ຄະນະພາສາຣັດເຊຍມີສາຍພົວພັນການຮ່ວມມືກັບບັນດາມະຫາວິທະຍາໄລ ຄື: ມະຫາວິທະຍາໄລ Moscow, ມະຫາວິທະຍາໄລພາສາ Moscow, ສະຖາບັນການພົວພັນສາກົນ Moscow, ສະຖາບັນພາສາຣົດເຊຍ Pushkin, ມະຫາວິທະຍາໄລມິດຕະພາບປະຊາຊົນຣົດເຊຍ, ມະຫາວິທະຍາໄລ Saint-Petersburg ແຫ່ງຊາດຣົດເຊຍ ແລະອື່ນໆ. ຄະນະວິຊາໄດ້ຈັດຕັ້ງນັກສຶກສາ ແລະ ອາຈານໄປຮຽນຢູ່ ບັນດາມະຫະວິທະຍາໄລ ທີ່ກ່າວມາຂ້າງເທິງນັ້ນໃນແຕ່ລະປີ. ພ້ອມນັ້ນ ຄະນະວິຊາຍັງຮັບເອົາ ນັກສຶກສາລະດັບປະລິນຍາຕີ ແລະ ປະລິນຍະໂທຂອງຕ່າງປະເທດທີ່ມາຮຽນພາສາຣັດເຊຍອີກດ້ວຍ.

ເມື່ອປະເຊີນໜ້າກັບການທ້າທາຍຈາກການຫັນປ່ຽນ ແລະ ຍົກລະດັບການສຶກສາໃນສະໄໝໃໝ່ຂອງປະຫວັດສາດ,ຄະນະວິຊາມີເປົ້າໝາຍການບົ່ມສ້າງບຸກຄະລາກອນໂດຍມີລັກສະນະພິເສດຂອງຈີນ ແລະ ມີຮູບແບບ​ແລະ​ວິທີການສິດສອນພາສາ ຕ່າງປະເທດທີ່ຢູ່​ລະດັບນໍາໜ້າໃນຈີນ, ຖືເອົາຄວາມສາມາດດ້ານອັກສອນສາດພາສາຣັດເຊຍເປັນສິ່ງອ້າງອີງພື້ນຖານ, ຖືເອົາຄວາມ​ຕ້ອງການ​ດ້ານຍຸດທະສາດຂອງປະເທດ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງພາກພື້ນ​ເປັນ​ຈຸດ​ປະດິດ​ສ້າງ​ໃໝ່​ແລະ​ຈຸດ​ໜັກ​ແຫ່ງ​ການ​ພັດທະນາ,ສຸມໃສ່ການບຳລຸງສ້າງ ແລະ ພັດທະນາ ຜູ້ແປພາສາລະດັບສູງ,ຜູ້ມີຄວາມສາມາດດ້ານການຄົ້ນຄວ້າໃນພາກພື້ນ ແລະພະນັກງານ​ຜູ້​​ບໍລິຫານ, ຜູ້ມີຄວາມສາມາດໃນການເຜີຍແຜ່ວັດທະນະທຳຈີນ ແລະຣັດເຊຍ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC