BEIJING FOREIGN

STUDIES UNIVERSITY

ສະຖາບັນຄະນະນິຕິສາດກົດໝາຍ

发布时间:2019-05-07

ຄະນະນິຕິສາດຂອງມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ (BFSULAW) ແຕ່ກ່ອນແມ່ນພາກວິຊານິຕິສາດຂອງສະຖາບັນພາສາອັງກິດ, ເລີ່ມຮັບນັກສຶກສາໃນປີ 2001 ແລະ ສ້າງຕັ້ງຄະນະນິຕິສາດ ຢ່າງເປັນທາງການ ໃນປີ 2006. ປະຈຸບັນ ຄະນະວິຊາມີອາຈານຈໍານວນ 35 ທ່ານ ເຊິ່ງໃນນັ້ນມີລະດັບປະລິນຍາເອກຈໍານວນ 33 ທ່ານ ແລະ 32 ທ່ານມີປະສົບການຮຽນຢູ່ມະຫາວິທະຍາໄລຕ່າງປະເທດ, ມີນັກສຶກສາປະລິນຍາຕີຈໍານວນ 228 ຄົນ ປະລິນຍາໂທຈໍານວນ 105 ຄົນ ແລະ ນັກສຶກສາທີ່ຮຽນສອງວິຊາແບບຫຼາຍພາສາຈໍານວນ 78 ຄົນ, ມີສິດ​ມອບ​ໃບ​ປະກາສະນີຍະບັດປະລິນຍາໂທວິຊາກົດໝາຍຂັ້ນໜຶ່ງ ແລະ ປະຈຸບັນສ່ວນຫຼາຍ​ແມ່ນ​ຮັບ​ສະໝັກນັກສຶກສາໃນສາຂາວິຊາ:ກົດໝາຍການຄ້າສາກົນ, ກົດໝາຍສາກົນ, ກົດໝາຍລິຂະສິດທາງບັນຍາ, ກົດໝາຍການຄ້າ​ແລະ​ການ​ແພ່ງ ແລະ ການຮ່ວມມືດ້ານ​ຕຸລາການ​ແລະການປະຕິບັດກົດໝາຍສາກົນ. ຄະນະບໍດີກິຕິມະສັກແມ່ນ ທ່ານ Luo Haocai ອະດີດຮອງປະທານສະພາປຶກສາການເມືອງແຫ່ງຊາດ ແລະ ທ່ານ Wan E’xiang ຮອງປະທານຄະນະປະຈຳສະພາຜູ້ແທນ ປະຊາຊົນ​ແຫ່ງ​ຊາດຈີນ,ອະດີດຮອງປະທານສານປະຊາຊົນສູງສຸດຈີນ ເປັນຫົວໜ້າສາສະດາຈານ.

ຫຼັກສູດຄະນະວິຊາ ລວມມີ ພາກກົດໝາຍ ສປຈີນ (ສອງພາສາ), ກົດໝາຍຂອງປະເທດອັງກິດ ແລະ ອາເມລິກາ (ພາສາອັງກິດ), ພາສາ ແລະ ວັດທະນະທຳ ຂອງປະເທດອັງກິດ ແລະ ອາເມລິກາ, ແລະ ທຸລະກິດ. ຜ່ານການຮຽນປະລິນຍາຕີເປັນເວລາ 04 ປີ ນັກສຶກສາສາມາດຮູ້ຈັກລະບົບກົດໝາຍຂອງຈີນ, ຮູ້ຈັກກົດໝາຍຂອງປະເທດອັງກິດ ແລະ ອາເມລິກາ ພ້ອມທັງສາມາດປະຕິບັດວຽກ​ງານ​ຕົວ​ຈິງ​ກ່ຽວ​ກັບກົດໝາຍທຸລະກິດ.

ສະຖາບັນເຮົາມີສາຍພົວພັນການຮ່ວມມືຢ່າງສະໜິດແໜ້ນກັບ ບັນດາສະຖາບັນກົດໝາຍຂອງມະຫາວິທະຍາໄລທີ່ມີຊື່ສຽງຢູ່ຕ່າງປະເທດຄື: ສະຖາບັນກົດໝາຍຂອງມະຫາວິທະຍາໄລ Columbia, ສະຖາບັນ ກົດໝາຍຂອງ ມະຫາວິທະຍາໄລ New York, ສະຖາບັນກົດໝາຍຂອງ ມະຫາວິທະຍາໄລ Cornell, ສະຖາບັນກົດໝາຍຂອງມະຫາວິທະຍາໄລ Georgetown, ສະຖາບັນກົດໝາຍຂອງມະຫາວິທະຍາໄລ Pennsylvania, ສະຖາບັນກົດໝາຍຂອງ ມະຫາວິທະຍາໄລ Oxford Brookes, ຄະນະກົດໝາຍ ຂອງສະຖາບັນ ເສດຖະກິດ-ການເມືອງນະຄອນຫຼວງລອນດອນ, ສະຖາບັນກົດໝາຍຂອງມະຫາວິທະຍາໄລ Queensland ປະເທດອົດສະຕາລີ, ສະຖາບັນ ກົດໝາຍຂອງ ມະຫາວິທະຍາໄລ Melbourne, ສະຖາບັນກົດໝາຍຂອງມະຫາວິທະຍາໄລ NNew South Wales, ສະຖາບັນກົດໝາຍຂອງ ມະຫາວິທະຍາໄລ Bond,ສະຖາບັນກົດໝາຍຂອງມະຫາວິທະຍາໄລ Toledo ແລະອື່ນໆ ແລະການຮ່ວມມືມີຫຼາຍຮູບຫຼາຍແບບ ເຊິ່ງໄດ້​ເປັນຜົນປະໂຫຍດໃຫ້ແກ່ບັນດາອາຈານ ແລະ ນັກສຶກສາທັງຫຼາຍຢູ່ໃນສະຖາບັນ.

ທີ່ຢູ່:ເລກທີສອງຖະຫນົນວົງວຽນຮອບສາມເຫນືອ,ເຂດໄຫຕ້ຽນ,ນະຄອນຫລວງປັກກິ່ງ,ປະເທດຈີນ,ຕູ້ໄປສະນີເລກທີ 100089

ພະແນກເຮັດວຽກການຮ່ວມືແລະພົວພັນສາກົນ

ພະແນກເຮັດວຽກຂອງສະຖາບັນຂົງຈື້

ຫ້ອງການນັກສຶກສາຕ່າງປະເທດ

ຫ້ອງການມະຫາວິທະຍາໄລ

Copyright@BFSU.Support by ITC